VIETNAM EXPO 2023: ກາລະໂອກາດໃຫ້ແກ່ບັນດາວິສາຫະກິດ ອິນໂດເນເຊຍ ໂຄສະນາຜະລິດຕະພັນ

(VOVWORLD) - ງານຕະຫຼາດນັດການຄ້າສາກົນ ຫວຽດນາມ (VIETNAM EXPO) ຄັ້ງທີ 32 ໄດ້ຈັດຂຶ້ນໃນເດືອນ ເມສາ ຢູ່ສູນວາງສະແດງສາກົນ ICE, ນະຄອນຫຼວງ ຮ່າໂນ້ຍ.
VIETNAM EXPO 2023: ກາລະໂອກາດໃຫ້ແກ່ບັນດາວິສາຫະກິດ ອິນໂດເນເຊຍ ໂຄສະນາຜະລິດຕະພັນ - ảnh 1ຮ້ານວາງສະແດງຂອງບໍລິສັດ ບໍລິສັດ PT Delameta Bilano

ຜ່ານເວລາ 31 ປີທີ່ໄດ້ຮ່ວມເດີນທາງພ້ອມກັບວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດ, VIETNAM EXPO ໄດ້ກາຍເປັນໜຶ່ງໃນບັນດາການເຄື່ອນໄຫວສົ່ງເສີມການຄ້າທີ່ສຳຄັນ, ສ້າງກາລະໂອກາດໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ແລະ ສາກົນໂຄສະນາ ຜະລິດຕະພັນຂອງຕົນ ກໍ່ຄືຊອກຫາຄູ່ຮ່ວມມື, ໃນນັ້ນມີບັນດາວິສາຫະກິດທີ່ມາຈາກ ອິນໂດເນເຊຍ.

        ດ້ວຍຫົວຂໍ້ “ຮ່ວມເດີນທາງພ້ອມກັບວິສາຫະກິດໃນສັງກະລາດດີຈີຕອນ” VIETNAM EXPO 2023 ໄດ້ດຶງດູດການເຂົ້າຮ່ວມຂອງວິສາຫະກິດ 500 ແຫ່ງ, ມີຮ້ານວາງສະແດງ 600 ຮ້ານ ທີ່ມາຈາກ 15 ປະເທດ ແລະ ເຂດແຄ້ວນ, ວາງສະແດງບັນດາກຸ່ມຂະແໜງສິນຄ້າຫຼາຍຮູບແບບ ແລະ ເປັນເອກະລັກສະເພາະ. ເຂດວາງສະແດງສິນຄ້າສາກົນໄດ້ດຶງດູດການເຂົ້າຮ່ວມວິສາຫະກິດມາຈາກປະເທດຕ່າງໆຄື: ສ ເກົາຫຼີ, ຈີນ, ໂປໂລຍ, ອິນໂດເນເຊຍ, ມຽນມາ, ລາວ, ກຸຍບາ… ໃນນັ້ນ, ບັນດາຜະລິດຕະພັນທີ່ ອິນໂດເນເຊຍ ນຳມາແນະນຳທີ່ງານຕະຫຼາດນັດຄັ້ງນີ້ລວມມີ: ເຕັກໂນໂລຊີລະບົບຄວບຄຸມ, ຊຳລະໃນການຂົນສົ່ງ, ເສື່ອ, ເຄື່ອງດື່ມ, ສະບຽງອາຫານ.

        ໂດຍເປັນໜຶ່ງໃນຈຳນວນບໍລິສັດ ອິນໂດເນເຊຍ 4 ແຫ່ງທີ່ເຂົ້າຮ່ວມ VIETNAM EXPO 2023, ບໍລິສັດ PT Delameta Bilano ໄດ້ນຳມາເຊິ່ງບັນດາຜະລິດຕະພັນໃນຂົງເຂດນະຄອນອັດສະລິຍະ, ເຕັກໂນໂລຊີຄວບຄຸມ ແລະ ຊຳລະໃນການຂົນສົ່ງ. ໂດຍໄດ້ຮັບການສ້າງຕັ້ງນັບແຕ່ປີ 1990, ເຊິ່ງເປັນໜຶ່ງໃນບັນດາບໍລິສັດສະໜອງຊອບແວເກັບເງິນແຫ່ງທຳອິດຢູ່ ອິນໂດເນເຊຍ, ມາຮອດປະຈຸບັນ, PT Delameta Bilano ໄດ້ຕິດຕັ້ງລະບົບເກັບເງິນຢູ່ເສັ້ນທາງຄວາມໄວສູງ 32 ສາຍຢູ່ ອິນໂດເນເຊຍ. ປະຈຸບັນ, ບໍລິສັດພວມພັດທະນາຢູ່ຂົງເຂດສິ່ງແວດລ້ອມນະຄອນ ອັດສະລິຍະ. ທ່ານ Rein Wirawan Gazalba, ຜູ້ອຳນວຍການບໍລິຫານ ແລະ ພັດທະນາ PT Delameta Bilano, ໃຫ້ຮູ້ວ່າ:

        “ທີ່ງານຕະຫຼາດນັດຄັ້ງນີ້, ພວກຂ້າພະເຈົ້າໄດ້ວາງສະແດງບັນດາຜະລິດຕະພັນທ່າແຮງຂອງຕົນໃນຂົງເຂດຂົນສົ່ງ, ນັ້ນແມ່ນ ຊອບແວ EncoBus ແລະ EncoHub. EncoBus ແມ່ນຊອບແວນຳໃຊ້ໃນການຊຳລະການຂົນສົ່ງຢູ່ ຈາກາກຕາ. ສ່ວນ EncoHub ແມ່ນເຄື່ອງມືຊຳລະ ແລະ ສົມທົບກັບການຊຳລະໃນການເຄື່ອນໄຫວຂົນສົ່ງ, ນະຄອນ ອັດສະລິຍະ ແລະ ຫຼາຍຂົງເຂດອື່ນໆອີກ. ຫວຽດນາມ ພວມພັດທະນາໄວ, ມີຍານພາຫະນະສາທາລະນະຫຼາຍ, ຄວາມຕ້ອງການໄປ - ມາຂອງປະຊາຊົນນັບມື້ນັບສູງ. ນັ້ນແມ່ນຂົງເຂດມີຄວາມສາມາດບົ່ມຊ້ອນ ຄືກັນກັບຕະຫຼາດຂອງ ຈາກາກຕາ. ດັ່ງນັ້ນ ພວກຂ້າພະເຈົ້າຫວັງວ່າ, ບັນດາຜະລິດຕະພັນທີ່ພວກຂ້າພະເຈົ້ານຳມາໃນຄັ້ງນີ້ຈະໄດ້ຮັບການຕ້ອນຮັບຢ່າງວ່ອງໄວ”.

        ສ່ວນບໍລິສັດ PT Istana Rempah Maju Sejahtera ແມ່ນບໍລິສັດເຄື່ອນໄຫວໃນຂົງເຂດສະບຽງອາຫານ, ຜະລິດສະເພາະບັນດາຜະລິດຕະພັນທີ່ເຮັດຈາກຖົ່ວວານີລາ. ຜະລິດຕະພັນຂອງບໍລິສັດໄດ້ສົ່ງໄປຂາຍຢູ່ ອາເມລິກາ, ອັງກິດ, ໂຮນລັງ, ອົດສະຕາລີ, ຍີ່ປຸ່ນ, ໄທ… ເມື່ອເຂົ້າຮ່ວມງານ VIETNAM EXPO ຄັ້ງນີ້, ບໍລິສັດ PT Istana Rempah Maju Sejahtera ຢາກນຳບັນດາຜະລິດຕະພັນທຳມະຊາດທີ່ເຮັດຈາກຖົ່ວວານີລາ ອິນໂດເນເຊຍ. ທ່ານນາງ Fransisca, ຮັບຜິດຊອບຝ່າຍດຳເນີນທຸລະກິດຂອງບໍລິສັດ ໃຫ້ຮູ້ວ່າ:

        “ເຂົ້າຮ່ວມ VIETNAM EXPO ຄັ້ງນີ້, ພວກຂ້າພະເຈົ້າຢາກພັດທະນາຕະຫຼາດຢູ່ອາຊີ. ປະຈຸບັນ, ມີຫຼາຍຄົນໄດ້ນຳໃຊ້ ວານີລາ ທຽມ, ບໍ່ດີຕໍ່ສຸຂະພາບ. ຈົ່ງນຳໃຊ້ ວານີລາ ທຳມະຊາດ ຍ້ອນລົດຊາດອາຫານຈະແຊບ ແລະ ເຂັ້ມຂົ້ນກ່ວາ. ພວກຂ້າພະເຈົ້າຫວັງວ່າ, ຜ່ານງານຕະຫຼາດນັດຄັ້ງນີ້ ຈະເປີດກ້ວາງຕະຫຼາດຢູ່ ຫວຽດນາມ. ພວກຂ້າພະເຈົ້າມີແຜນການສ້າງສາຂາຈຳໜ່າຍຢູ່ ຫວຽດນາມ ເພື່ອແນະນຳຖົ່ວວານີລາ ຢູ່ຕະຫຼາດ ຫວຽດນາມ”.

VIETNAM EXPO 2023: ກາລະໂອກາດໃຫ້ແກ່ບັນດາວິສາຫະກິດ ອິນໂດເນເຊຍ ໂຄສະນາຜະລິດຕະພັນ - ảnh 2ຜະລິດຕະພັນ ວານີລາ ທຳມະຊາດຂອງບໍລິສັດ PT Istana Rempah Maju Sejahtera

        ເມື່ອຕີລາຄາກ່ຽວກັບຄວາມສາມາດບົ່ມຊ້ອນຂອງຕະຫຼາດ ຫວຽດນາມ ຕໍ່ບັນດາບໍລິສັດ ອິນໂດເນເຊຍ ຜ່ານງານຕະຫຼາດນັດຄັ້ງນີ້, ທ່ານ Denny Abdi, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ ອິນໂດເນເຊຍ ປະຈຳ ຫວຽດນາມ, ແບ່ງປັນວ່າ:

        “ບໍລິສັດ ອິນໂດເນເຊຍ 4 ແຫ່ງທີ່ເຂົ້າຮ່ວມງານຕະຫຼາດນັດຄັ້ງນີ້, ລ້ວນແຕ່ແມ່ນບັນດາບໍລິສັດຕັ້ງໜ້າ ໃນການແຊກຊຶມເຂົ້າຕະຫຼາດ ຫວຽດນາມ ແລະ ຮ່ວມມືກັບບັນດານັກທຸລະກິດ ຫວຽດນາມ. ຫວຽດນາມ ແລະ ອິນໂດເນເຊຍ ແມ່ນສອງປະເທດ ທີ່ພວມສຸມໃສ່ເຂົ້າໃນການຫັນເປັນດີຈີຕອນ ຜ່ານເຕັກໂນໂລຊີ. ໜຶ່ງໃນບັນດາບໍລິສັດ ອິນໂດເນເຊຍ ເຂົ້າຮ່ວມງານຕະຫຼາດນັດຄັ້ງນີ້ ມີບໍລິສັດເຄື່ອນໄຫວໃນຂົງເຂດເຕັກໂນໂລຊີ ເພື່ອຊຸກຍູ້ວິວັດການສ້າງນະຄອນອັດສະລິຍະຢ່າງວ່ອງໄວ. ນະຄອນ ຮ່າໂນ້ຍ ແລະ ໂຮ່ຈີມິນ ກໍ່ຄືບັນດານະຄອນອື່ນຢູ່ ຫວຽດນາມ ແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນ”.

        ຕາມການແບ່ງປັນຂອງ ທ່ານ Addy Perdana Soemantry, ທູດການຄ້າ ອິນໂດເນເຊຍ ປະຈຳ ຫວຽດນາມ ແລ້ວ, ວົງເງິນການຄ້າ ຫວຽດນາມ - ອິນໂດເນເຊຍ ໃນປີ 2022 ບັນລຸ 14,1 ຕື້ ໂດລາສະຫະລັດ. ປະຈຸບັນ, ມີຫຼາຍບໍລິສັດ ອິນໂດເນເຊຍ ພວມດຳເນີນທຸລະກິດ ຢູ່ ຫວຽດນາມ. ເພື່ອຊຸກຍູ້ການຮ່ວມມືລະຫວ່າງບັນດາບໍລິສັດຂອງ ອິນໂດເນເຊຍ ແລະ ຫວຽດນາມ ມີການພົບປະສອງຝ່າຍ, ກອງປະຊຸມສຳມະນາແບ່ງປັນບົດຮຽນໃນການຈັດຕັ້ງຫຼາຍຄັ້ງ. ໄປຄຽງຄູ່ກັນນັ້ນ, ສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ກໍ່ສ້າງເງື່ອນໄຂໃຫ້ບັນດາບໍລິສັດ ອິນໂດເນເຊຍ ຈົດທະບຽນເຂົ້າຮ່ວມບັນດາງານຕະຫຼາດນັດ, ວາງສະແດງທີ່ຈັດຂຶ້ນຢູ່ ຫວຽດນາມ ເພື່ອໂຄສະນາຜະລິດຕະພັນຂອງຕົນ. ດ້ວຍການເຂົ້າຮ່ວມຂອງບໍລິສັດ ອິນໂດເນເຊຍ 4 ແຫ່ງ ຢູ່ VIETNAM EXPO ຄັ້ງນີ້, ອີກເທື່ອໜຶ່ງ, ບັນດາຜະລິດຕະພັນທ່າແຮງຂອງ ອິນໂດເນເຊຍ ຈະມີໂອກາດສຳຜັດກັບຜູ້ບໍລິໂພກ ຫວຽດນາມ. ຍິ່ງກ່ວານັ້ນ, ເຫດການຄັ້ງນີ້ກໍ່ແມ່ນກາລະໂອກາດໃຫ້ບັນດາບໍລິສັດ ອິນໂດເນເຊຍ ຊອກຫາຄູ່ຮ່ວມມືຢູ່ ຫວຽດນາມ, ປະກອບສ່ວນຊຸກຍູ້ວົງເງິນການຄ້າສອງຝ່າຍລະຫວ່າງສອງປະເທດ, ມຸ່ງໄປເຖິງການສ້າງເປົ້າໝາຍບັນລຸ 15 ຕື້ ໂດລາສະຫະລັດ ສຳເລັດກ່ອນປີ 2028.

ຕອບກັບ

ຂ່າວ/ບົດ​ອື່ນ