ໄປເຂດພູພຽງຫີນແວ່ຕະຫຼາດນັດແມ່ວຫວາກ

(VOVWORLD) -ຕະຫຼາດນັດແມ່ວຫວາກແມ່ນໜຶ່ງໃນບັນດາຕະຫຼາດທີ່ມີຊື່ສຽງທີ່ສຸດໃນແຂວງຮ່າຢາງ. ມາຕະຫຼາດນັດນີ້ ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບເຂດທີ່ຫຼາກຫຼາຍສີສັນວັດທະນະທຳຂອງບັນດາເຜົ່າຢູ່ເຂດພູພຽງຫີນດົ່ງວັນ. ບໍ່ພຽງແຕ່ແມ່ນແຫ່ງແລກປ່ຽນຊື໊ຂາຍສິນຄ້າເຄື່ອງຂອງທີ່ຈຳເປັນຄືເຄືອງມືຮັບໃຊ້ກະສິກຳ,ຜະລິດຕະພັນກະເສດເທົ່ານັ້ນຕະຫຼາດນັດຍັງແມ່ນໂອກາດ ເພື່ອໃຫ້ທຸກໆຄົນໄດ້ມາພົບປະແລກປ່ຽນສະແດງຄວາມໃນໃຈຕໍ່ກັນ
ໄປເຂດພູພຽງຫີນແວ່ຕະຫຼາດນັດແມ່ວຫວາກ - ảnh 1ຕະຫຼາດນັດແມ່ວຫວາກໄຂຂຶ້ນໃນຕອນເຊົ້າວັນອາທິດ

     ຕະຫຼາດນັດແມ່ວຫວາກຕັ້ງຢູ່ໃຈກາງເທດສະບານເມືອງແມ່ວຫວາກທັງແມ່ນຕະຫຼາດໃຫຍ່ທີ່ສຸດໃນແຂວງຮ່າຢາງ. ຕະຫຼາດຖືກໄຂຂຶ້ນອາທິດລະເທື່ອໜຶ່ງຄືໃນຕອນເຊົ້າວັນອາທິດຕະຫຼາດນັດແມ່ວຫວາກໄດ້ດຶງດູດຫຼາຍຄົນຢູ່ອ້ອມເຂດມາແລກປ່ຽນຊື້ຂາຍຢ່າງຫຼວງຫຼາຍ. ດັ່ງນັ້ນນັບແຕ່ສີ່ໂມງເຊົ້າຈາກທາງສາຍຕ່າງໆທີ່ແລ່ນມາຮອດຕະຫຼາດກໍ່ຄຶກຄື້ນມ່ວນຊື່ນດ້ວຍສຽງເນືອງນັນຂອງລົດຍົນຍານພາຫະນະໄປມາພ້ອມກັບສຽງເວົ້ານົວຫົວມ່ວນຂອງຜູ້ຄົນໄປຕະຫຼາດ. ອ້າຍຟ້າມວັນດົງຢູ່ແຂວງຖາຍງວຽນມາຕະຫຼາດນັດເປີດເຜີຍວ່າ:

      “ມາຕະຫຼາດນັດແມ່ວຫວາກຂ້າພະເຈົ້າກໍ່ເຫັນມີຫຼາຍສິ່ງງທີ່ໃໝ່ອ່ຽມ. ຕະຫຼາດນັດກໍ່ມີຫຼາຍຄົນມາແລກປ່ຽນຊື້ຂາຍສິນຄ້ານັບແຕ່ຮຸ່ງເຊົ້າ. ຄວາມເປັນເອກະລັກຢູ່ຕະຫຼາດນັດແຫ່ງນີ້ ກໍ່ແມ່ນສິນຄ້າປະເພດຕ່າງໆ ທີ່ນຳມາຕະຫຼາດນັດກໍ່ລ້ວນແຕ່ຖືກພໍ່ແມ່ພີ່ນ້ອງເອົາໃສ່ກະພາ”.

     ທີ່ຕະຫຼາດນັດແມ່ວຫວາກ, ສັດປະເພດຕ່າງໆຄືໝາ, ໝູ, ໄກ່… ເຂົາເຈົ້າບໍ່ໃສ່ຄອກຄືເຂດທົ່ງພຽງແຕ່ເຂົາເຈົ້າໜີບໃສ່ຂີ້ແຮ້ຫຼືຈູງໄປ. ສິ່ງທີ່ພິເສດກວ່ານັ້ນແມ່ນຢູ່ບ່ອນຂາຍງົວຄວາຍກໍ່ເຫັນວ່າງົວຄວາຍແຕ່ລະໂຕກໍ່ຖືກໃສ່ປະລັກຄໍ. ຢູ່ເຂດຂາຍເຄື່ອງນຸ່ງກໍ່ເຫັນວ່າມີບັນດາຊຸດອາພອນປະຈຳເຜົ່າມົ້ງຖືກຕ່ຳແຜ່ນດ້ວຍມືທີ່ມີສີສັນຫຼາກຫຼາຍງາມຕາ. ອ້າຍ ຮວ່າງວັນນຳຢູ່ເມືອງບັກກວາງແຂວງຮ່າຢາງເລົ່າສູ່ຟັງວ່າ:

      “ຕະຫຼາດນັດຢູ່ບັນດາເມືອງເຂດພູສູງໃນແຂວງຮ່າຢາງຄືແມ່ວຫວາກ, ດົ່ງວັນ, ກວານບະກໍ່ມີຫຼາຍຈຸດຄ້າຍຄືກັນ. ພໍ່ແມ່ພີ່ນ້ອງໄປຕະຫຼາດນັດແຫ່ງນີ້ ເກືອບທັງໝົດແມ່ນຊາວເຜົ່າສ່ວນໜ້ອຍແລະໃນນັ້ນສ່ວນຫຼາຍແມ່ນຊາວເຜົ່າມົ້ງ, ສິ່ງທີ່ເຮັດໃຫ້ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດແມ່ນຊາວເຜົ່າມົ້ງຫຼາຍຄົນເມື່ອໄປຕະຫຼາດນັດກໍ່ລ້ວນແຕ່ນຸ່ງຊຸດອາພອນປະຈຳເຜົ່າຂອງຕົນ”.

    ມາຕະຫຼາດນັດແມ່ວຫວາກ ແຂກທ່ອງທ່ຽວຈະພົບເຫັນ ບັນດານາງສາວເຂດພູສູງທີ່ສວຍງາມນຸ່ງຊຸດແຜ່ນແພພື້ນເມືອງທີ່ງາມຕາ. ເຂົາເຈົ້າມານີ້ບໍ່ພຽງແຕ່ມາຊື້ຂາຍເທົ່ານັ້ນຫາກຍັງເປັນໂອກາດໄດ້ພົບປະເວົ້າຄວາມໃນໃຈໃຫ້ກັນຟັງ. ຕະຫຼາດນັດກໍ່ຍັງແມ່ນບ່ອນເຕົ້າໂຮມຂອງເພດຊາຍ ເຂົາເຈົ້າເຄີຍນັ່ງຢູ່ແຈ ຕະຫຼາດນັດ ດື່ມນ້ຳຊາ ໂອ້ລົມກັນຢ່າງຄຶກຄື້ນມ່ວນຊື່ນ. ມາຕະຫຼາດນັດແຫ່ງນີ້ ແຂກທ່ອງທ່ຽວຈະໄດ້ມີໂອກາດຊີມອາຫານຫຼາຍເຍື່ອງຄືເຂົ້າໜົມຈືນ, ເຍື່ອງອາຫານຖັງໂກ໊ ດ້ວຍລົດຊາດພິເສດສະເພາະຂອງເຂດພູສູງ. ອ້າຍຟ້າມຕ໊ວນລິງຢູ່ ແມ່ວຫວາກແບ່ງປັນວ່າ:

     “ຕະຫຼາດນັດແມ່ວຫວາກແມ່ນຕະຫຼາດໃຫຍ່ກວ່າໝູ່ຂອງຊາວເຜົ່າມົ້ງຢູ່ສີ່ເມືອງເຂດພູພຽງຫີນຮ່າຢາງ.ມາຕະຫຼາດນັດແມ່ວຫວາກຜູ້ຄົນທັງຫຼາຍຈະຮູ້ສຶກເຖິງສີສັນວັດທະນະທຳຂອງພໍ່ແມ່ພີ່ນ້ອງເຜົ້າມົ້ງ, ບັນດາເຍື່ອງອາຫານພິເສດສະເພາະຂອງຊາວເຜົ່າມົ້ງຢູ່ແຫ່ງນີ້”.

     ໂດຍໄດ້ເຊື່ອມຕົວເຂົ້າກັບບັນຍາກາດທີ່ຟົດຟື້ນມ່ວນຊື່ນຢູ່ຕະຫຼາດນັດແມ່ວຫວາກບໍ່ຕ້ອງການລື້ງບໍ່ວ່າກັບຜູ້ໃດກໍ່ສາມາດມາແລກປ່ຽນຊື້ຂາຍສິນຄ້າແລ້ວໆ, ທຸກໆຄົນກໍ່ພ້ອມກັນນັ່ງດື່ມເຫຼົ້າສາລີແລ້ວກໍ່ກາຍເປັນເພື່ອນຂອງກັນ.ນັ້ນກໍ່ແມ່ນສິ່ງທີ່ຍອດຍິ່ງແລະກໍ່ແມ່ນສິ່ງທີ່ດູດດື່ມທີ່ສຸດເມື່ອມາຕະຫຼາດນັດຢູ່ເຂດ ພູພຽງຫີນ ຮ່າຢາງເຊິ່ງແມ່ນຈຸດຄວາມງາມທາງດ້ານວັດທະນະທຳຂອງພໍ່ແມ່ພີ່ນ້ອງເຜົ່າມົ້ງ. 

ຕອບກັບ

ຂ່າວ/ບົດ​ອື່ນ