ເວິນໂຮ່ - ຄວາມງາມເຮັດໃຫ້ແຂກທ່ອງທ່ຽວຫຼົງໄຫຼ

(VOVWORLD) -ບັນດາໝູ່ບ້ານທີ່ລັບແລໃນທ່າມກາງນ້ຳໝອກກົ້ວ, ນ້ຳຕົກຕາດບັນດາເນື້ອທີ່ຊາຢູ່ຂ້າງພູຫຼື ງານຕະຫຼາດນັດເຂດພູສູງທີ່ຄຶກຄື້ນດ້ວຍສຽງເວົ້າສຽງຫົວອັນໄດ້ສາງເປັນຮູບພາບທີ່ເປັນໜ້າຈັບໃຈ ເຮັດໃຫ້ແຂກທ່ອງທ່ຽວຫຼົງໄຫຼເມື່ອມີໂອກາດມາຢາມເມືອງເວິນໂຮ່ ໃນແຂວງເຊີນລາ 
ເວິນໂຮ່ - ຄວາມງາມເຮັດໃຫ້ແຂກທ່ອງທ່ຽວຫຼົງໄຫຼ - ảnh 1ຕະຫຼາດນັດຈ່ຽງດີສອງ ຕາແສງເວິນໂຮ່ ເມືອງເວິນໂຮ່ ແຂວງເຊີນລາ

    ຮອດວັນເສົາ ແລະ ວັນທິດໃນແຕ່ລະອາທິດຢູ່ບ້ານຈ່ຽງດີສອງ ຕາແສງເວິນໂຮ່ ເມືອງເວິນໂຮ່ ແຂວງເຊີນລາ ມີຄວາມຄຶກຄື້ນດ້ວຍງານຕະຫຼາດນັດທີ່ເຂັ້ມຂົ້ນໄປດ້ວຍສີສັນເຂດພູສູງ ບັນດາຮ້ານຂາຍເຄື່ອງຢູ່ທີ່ນີ້ຖືກຕັ້ງຂຶ້ນດ້ວຍຕູບນ້ອຍເຮັດດ້ວຍໄມ້ໄຜ່ໄມ້ເຮ້ຍ. ບັນດາຮ້ານຂາຍເຄື່ອງດ້ວຍສິນພິເສດຫຼາຍຊະນິດຂອງພໍ່ແມ່ພີ່ນ້ອງເຜົ່າມົ້ງຄືຊີ້ນຢ້າງໄຟ, ສົ້ມໜໍ່ໄມ້, ໜໍ່ໄມ້ແຫ້ງ, ຜັກໝາກໄມ້ຊະນິດຕ່າງໆ,ເຄື່ອງອຸປະກອນຮັບໃຊ້ການຜະລິດ, ຜະລິດຕະພັນແຜ່ນແພພື້ນເມືອງ… ທ່ານ ຊົງອາຍ່າ ພະນັກງານບ້ານຈ່ຽງດີສອງຕາແສງເວິນໂຮ່ ເມືອງເວິນໂຮ່ ໃຫ້ຮູ້ວ່າ:

     “ສິ້ນຄ້າທັງໝົດເຫຼົ່ານີ້ ກໍ່ລ້ວນແຕ່ຜະລິດຢູ່ທ້ອງງຖິ່ນໂດຍແມ່ນຊາວເຜົ່າມົ້ງເຮັດ, ໝູ່ບ້ານໄດ້ມອບໃຫ້ທຸກໆຄົນເຮັດຕາມລະດູການເພື່ອມີສິນຄ້າວາງຂາຍນຳຢູ່ຕະຫຼາດນັດ”.

   ຕະຫຼາດນັດຈ່ຽງດີສອງຍັງດຶງດູດແຂກມາຊື້ຂາຍເຄື່ອງດ້ວຍສຽງຕຳເຂົ້າໜົມ, ການຫຼິ້ນເກມພື້ນເມືອງພ້ອມກັບສຽງແຄນ ເຜົ່າມົ້ງ. ນາງເລທິເລະແຂກທ່ອງທ່ຽວມາຈາກແຂວງຫວິງຟຸກແບ່ງປັນວ່າ:

   “ສຳລັບພວກຂ້າພະເຈົ້າແລ້ວໄປຮອດເຂດພູສູງຄວາມເປັນເອກະລັກທີ່ສຸດແມ່ນຕະຫຼາດນັດ. ດັ່ງພວກຂ້າພະເຈົ້າກໍ່ຕື່ນນອນແຕ່ເຊົ້າເພື່ອໄປຕະຫຼາດນັດ. ປະຊາຊົນຢູ່ແຫ່ງນີ້ ກໍ່ມີຄວາມຊື່ສັດ, ຂ້າພະເຈົ້າແລະບັນດາເພື່ອນຂອງຕົນມີຄວາມເບີກບານໃຈເມື່ອມານີ້”.

  ໂດຍມີຄວາມແຕກຕ່າງກັບບັນຍາກາດທີ່ຟົດຟື້ນຢູ່ຕະຫຼາດນັດ, ນ້ຳຕົກຕາດນ່າງຕຽນຢູ່ຕາແສງຈ່ຽງຄວາເມືອງເວິນໂຮ່ ຊ້ຳພັດນຳຄວາມຮູ້ສຶກທີ່ສະຫງົບສຸກ ສະຫວາດສະເຫວີຍມາສູ່ແຂກທ່ອງທ່ຽວ. ແຂກທ່ອງທ່ຽວເມື່ອມີໂອກາດມານີ້ຈະໄດ້ເຊື່ອມຕົວເຂົ້າກັບທຳມະຊາດທີ່ໃຫຍ່ໂຕມະໂຫຖານຮົກເຮື້ອແລະເປັນໜ້າຈັບໃຈຢູ່ເຂດພູສູງເຕິຍບັກ. ນາງຫງວຽນທິຮວ່ຽນແຂກທ່ອງທ່ຽວມາຈາກຮ່າໂນ້ຍໃຫ້ຮູ້ວ່າ:

    “ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ມາຢ້ຽມຊົມນ້ຳຕົກຕາດ ນ່າງຕຽນ. ພາຍຫຼັງມານີ້ເປັນເວລາປະມານ 2 ຊົ່ວໂມງຂ້າພະເຈົ້າເຫັນວ່າ ທິວທັດທຳມະຊາດສວຍສົດງົດງາມທີ່ສຸດ”.

    ໂດຍນອນໃນແຜນຜັງເຂດທ່ອງທ່ຽວແຫ່ງຊາດໝົກເຈົາ,ເມືອງເວິນໂຮ່ ຍັງເປັນທີ່ຮູ້ຈັກກັນດີດ້ວຍຄວາມງາມທີ່ເປັນເອກະລັກສະເພາະ. ຖ້າຫາກວ່າໃນລະດູບານໃໝ່, ເວິນໂຮ່ ຖືກປົກຄຸມໄປດ້ວຍສີຂາວຂອງດອກໝັ້ນ, ສີບົວຂອງດອກຄາຍ, ແຕ່ເມື່ອຮອດລະດູຮ້ອນເວິນໂຮ່ ພັດມີຄວາມດູດດື່ມດ້ວຍນ້ຳຕົກຕາດເຢັນສະບາຍ. ເວິນໂຮ່ ຍັງເປັນທີ່ຮູ້ຈັກກັນດີເປັນເຂດນ້ຳໝອກກົ້ວເຖິງວ່າແມ່ນລະດູໃດໃນປີກໍ່ຕາມແຂກທ່ອທ່ຽວອາດຈະພົບເຫັນນ້ຳໝອກກົ້ວໃນເວລາບຶດໜຶ່ງໂດຍບັງເອີນ. ດິນແດນແຫ່ງນີ້ຍັງຮັກສາບັນດາປູຊະນີຍະສະຖານປະຫວັດສາດວັດທະນະທຳຄືປູຊະນີຍະສະຖານລະດັບຊາດຖ້ຳຕ້າງແມ່, ຖ້ຳຮາງມ່ຽນ; ວິຫານນາງບັງເມືອງ;  ເຂດຖານທີ່ໝັ້ນປະຕິວັດໝັອກຮະ… ທ່ານນາງ ຫງວຽນທິລື ຫົວໜ້າຂະແໜວັດທະນະທຳຖະແຫຼງຂ່າວເມືອງເວິນໂຮ່ ແຂວງເຊີນ ລາໃຫ້ຮູ້ວ່າ:

    “ນອກຈາກແຫຼ່ງເງິນລົງທຶນຂອງລັດແລ້ວ ພວກຂ້າພະເຈົ້າຍັງປະຕິບັດການຫັນວຽກງານມາເປັນຂອງສັງຄົມ, ມອບໝາຍໃຫ້ບັນດາອົງການ, ສ່ວນບຸກຄົນມາລົງທຶນແລະຂຸດຄົ້ນບັນດາກິດຈະກຳປູຊະນີຍະສະຖານ,ທິວທັດທຳມະຊາດເພື່ອຮັບໃຊ້ການທ່ອງທ່ຽວ.ພວກຂ້າພະເຈົ້າຈະສືບຕໍ່ພ້ອມກັບພໍ່ແມ່ພີ່ນ້ອງເສີມຂະຫຍາຍບັນດາຄຸນຄ່າທີ່ມີມາແຕ່ດົນນານໜູນຊ່ວຍຟື້ນຟູບັນດາງານບຸນ ຕິດພັນກັບເກມຫຼິ້ນພື້ນເມືອງ, ວັດທະນະທຳສິລະປະວັນນະຄະດີເພື່ອດຶງດູດແຂກທ່ອງທ່ຽວ”.

   ຄວາມງາມທຳມະຊາດ, ສີສັນວັດທະນະທຳ ພ້ອມກັບຄວາມດຸໝັ້ນຂະຫຍັນພຽນປະດິດຄິດສ້າງຂອງພໍ່ແມ່ພີ່ນ້ອງເຂດພູສູງໄດ້ສ້າງເປັນຮູບພາບທ່ອງທ່ຽວເວິນໂຮ່ ເຊິ່ງໝັ້ນໝາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມທີ່ບໍ່ອາດພາດໂອກາດແວ່ຢາມ ໃນການເດີນທາງໄປທ່ອງທ່ຽວຢູ່ເຂດເຕິຍບັກ. 

ຕອບກັບ

ຂ່າວ/ບົດ​ອື່ນ