ຫໍວາງສະແດງ ຮວ່າງຊາ - ສະຖານທີ່ຢ້ຽມຊົມທີ່ດູດດື່ມສຳລັບແຂກທ່ອງທ່ຽວ

(VOVWORLD) -ຫໍວາງສະແດງ ຮວ່າງຊາ ທີ່ນະຄອນດ່າໜັງມີຄວາມໝາຍພິເສດສຳລັບຊາວນະຄອນເວົ້າສະເພາະ ແລະ   ຊາວຫວຽດນາມເວົ້າລວມ. ຢູ່ແຫ່ງນີ້ວາງສະແດງເອກະສານວັດຖູພັນແຜນທີ່ ຮູບຖ່າຍທີ່ມີຊີວິດຊີວາຫຼາຍກວ່າ 300 ຢ່າງທີ່ມີຄຸນຄ່າດ້ານປະຫວັດສາດເຊິ່ງເປັນຫຼັກຖານຢັ້ງຢືນຂະບວນວິວັດແຫ່ງການບຸກເບີກ, ກຳນົດແລະປົກປັກຮັກສາອະທິປະໄຕຂອງຫວຽດນາມທີ່ມີຕໍ່ໝູ່ເກາະ ຮວ່າງຊາ ນັບແຕ່ໄລຍະບັນດາເຈົ້າພະຍາສະໄໝລາດຊະວົງຫງວຽນ ມາຮອດປັດຈຸບັນ. ນີ້ແມ່ນສະຖານທີ່ຢ້ຽມຊົມເຊິ່ງທ່ອງທ່ຽວທັງຢູ່ພາຍໃນແລະ ຕ່າງປະເທດຫຼາຍຄົນເຄີຍແວ່ຢ້ຽມຊົມໃນການເດີນທາງທ່ອງທ່ຽວຢູ່ ດ່າໜັງ. 
ຫໍວາງສະແດງ ຮວ່າງຊາ - ສະຖານທີ່ຢ້ຽມຊົມທີ່ດູດດື່ມສຳລັບແຂກທ່ອງທ່ຽວ - ảnh 1ຫໍວາງສະແດງ ຮວ່າງຊາ ທີ່ນະຄອນດ່າໜັງ

    ຫໍວາງສະແດງ ຮວ່າງຊາ ຖືກຕັ້ງຢູ່ຖະໜົນ ຮວ່າງຊາ ເຊິ່ງແມ່ນໜຶ່ງໃນບັນດາຖະໜົນແຄມທະເລທີ່ສວຍງາມທີ່ສຸດຢູ່ຕາແສງເຖາະກວາງ ເມືອງ ເຊີນຈ່າ ນະຄອນດ່າໜັງ. ຫໍບູຊາດັ່ງກ່າວຖືກອອກແບບຕາມແນວຄວາມຄິດຈາກຕາປະທັບອະທິປະໄຕຂອງເຈົ້າຊີວິດມິງມ້າງໃນບັນດາພະລາຊະດຳລັດສະໄໝລາດຊະວົງຫງວຽນ.ໃນນັ້ນເລື່ອງເຈົ້າຊິວິດມິງມ້າງ ປະທັບຕາໃນພະລາຊະດຳລັດໃຫ້ສ້າງຕັ້ງກອງກຳລັງ ຮວ່າງຊາແມ່ນໜຶ່ງໃນບັນດາຂີດໝາຍສຳຄັນຂອງການກຳນົດແລະປະຕິບັດອະທິປະໄຕທີ່ບໍ່ອາດໂຕ້ຖຽງໄດ້ຂອງຫວຽດນາມທີ່ມີຕໍ່ໝູ່ເກາະ ຮວ່າງຊາ.  ມາຊົມຢູ່ຫໍວາງສເດງ ຮວ່າງຊາ, ເພື່ອນເລແຂັງລີ ນັກສຶກສາສັງກັດມະຫາວິທະຍາໄລສ້າງຄູດ່າໜັງໃຫ້ຂໍ້ສັເກດວ່າ:

     “ເມື່ອມາຢ້ຽມຊົມຫໍວາງສະແດງ ຮວ່າງຊາ ຂ້າພະເຈົ້າອີກເທື່ອໜຶ່ງກໍ່ມີຄວາມຮັບຮູ້ຢ່າງຈະແຈ້ງງກວ່າກ່ຽວກັບອະທິປະໄຕເຂດໝູ່ເກາະຂອງປະເທດຊາດພິເສດແມ່ນສອງໝູ່ເກາະ ຮວ່າງຊາແລະເຈື່ອງຊາຂອງຫວຽດນາມ”.

       ຢູ່ທາງໃນຂອງຫໍວາງສະແດງ, ບັນດາເອກະສານວັດຖຸພັນຖືກຈັດວາງຕາມ 5 ຫົວເລື່ອງ ລວມມີທີ່ຕັ້ງພູມສາດແລະເງື່ອນໄຂທຳມະຊາດຂອງໝູ່ເກາະ ຮວ່າງຊາ; ຮວ່າງຊາ ໃນເອກະສານເກົ່າຂອງຫວຽດນາມກ່ອນສະໄໝລາດຊະວົງ ຫງວຽນ; ຮວ່າງຊາໃນສະໄໝລາດຊະວົງຫງວຽນ (1802 -1945); ຫຼັກຖານຢັ້ງຢືນອະທິປະໄຕຂອງຫວຽດນາມທີ່ມີຕໍ່ ຮວ່າງຊາ ນັບແຕ່ປີ 1945-1974; ຫຼັກຖານອະທິປະໄຕຫວຽດນາມທີ່ມີຕໍ່ ຮວ່າງຊາ ນັບແຕ່ປີ 1974 ມາຮອດປັດຈຸບັນ                       

      ບັນດາແຜນທີ່, ເອກະສານເກົ່າທີ່ມີມາກ່ອນນີ້ນັບ 100 ປີແລະຮູບພາບ ເອກະສານຫຼາຍແຜ່ນຕະຫຼອດຮອດຊາຍແຕ່ລະເມັດ, ເປືອກຫອຍ… ຖືກນຳມາວາງສະແດງຢູ່ທີ່ນີ້ ໄດ້ປະກອບສ່ວນຢັ້ງຢືນອະທິປະໄຕຂອງຫວຽດນາມທີ່ມີຕໍ່ໝູ່ເກາະ ຮວ່າງຊາ ກໍ່ຄືສະແດງໃຫ້ເຫັນບົດບາດທີ່ຕັ້ງຄວາມສຳຄັນຂອງໝູ່ເກາະທະເລໃນພາລະກິດສ້າງສາແລະປົກປັກຮັກສາປະເທດຊາດ. ຮ້ອຍຕີ ເລຊວນທຽມ ສັງກັດປ້ອມປ້ອງກັນຊາຍແດນເຊີນຈ່າໃຫ້ຮູ້ວ່າ:

      “ຜ່ານການໂຄສະນາຢູ່ຫໍວາງສະແດງ, ພວກຂ້າພະເຈົ້າໄດ້ອັບເດດບັນດາຄວາມຮູ້ ເນື້ອໃນທີ່ກ່ຽວຂ້ອງເຖິງສະພາບການຢູ່ທະເລໝູ່ເກາະຂອງຫວຽດນາມ. ພວກຂ້າພະເຈົ້າກໍ່ມີການເຄື່ອນໄຫວໜູນຊ່ວຍສັງຄົມໃຫ້ແກ່ຊາວປະມົງໃນບໍລິເວນຢ່າງເປັນປະຈຳ ປະກອບສ່ວນພ້ອມກັບປະຊາຊົນເດີນເຮຶອຫາປາ ປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຂອງປະເທດຫວຽດນາມ”.

      ຫໍວາງສະແດງ ຮວ່າງຊາ ໄດ້ເຂົ້າສູ່ການເຄື່ອນໄຫວນັບແຕ່ເດືອນມີນາປີ 2018  ເປີດປະຕູຮັບໃຊ້ປະຊາຊົນແລະແຂກທ່ອງທ່ຽວໂດຍບໍ່ໄດ້ເກັບຄ່າ. ທ່ານ ຫວໍງອກດົ່ງ ຫົວໜ້າພະແນກພາຍໃນ ທັງເປັນປະທານຄະນະກຳມະການປະຊາຊົນເມືອງເຈືຶ່ອງຊານະຄອນດ່າໜັງໃຫ້ຮູ້ວ່າ:

     “ພວກຂ້າພະເຈົ້າໄດ້ຊີ້ນຳຫໍວາງສະແດງ ຮວ່າງຊາ ສ້າງແຜນການຍູ້ແຮງວຽກງານໂຄສະນາສ້າງຄວາມຮັບຮູ້ຢ່າງເລີກເຊິ່ງ ແລະ ຍົກສູງຄວາມຮັບຜິດຊອບໃນໝູ່ປະຊາຊົນທຸກຊັ້ນຄົນກ່ຽວກັບອະທິປະໄຕເຂດທະເລໝູ່ເກາະໂດຍສະເພາະແມ່ນໝູ່ເກາະ ຮວ່າງຊາ. ພວກຂ້າພະເຈົ້າໄດ້ສົມທົບກັບຄະນະຊາວໜຸ່ມນະຄອນ, ພະແນກສຶກສາແລະບຳລຸງສ້າງ, ພະແນກທ່ອງທ່ຽວເປັນເຈົ້າການນຳເອກະສານ ຮວ່າງຊາແນະນຳໃຫ້ແຂກທ່ອງທ່ຽວທັງຢູ່ພາຍໃນແລະ ຕ່າງປະເທດພ້ອມທັງຈັດຕັ້ງວາງສະແດງເຄື່ອນທີ່ຢູ່ຕາມມະຫາວິທະຍາໄລກໍ່ຄືໂຮງຮຽນຕ່າງໆ ໃນບໍລິເວນນະຄອນເພື່ອຊ່ວຍນັກຮຽນນັກສຶກສາ ໄວໜຸ່ມໄດ້ເຂົ້າເຖິງເອກະສານບັນດາຫຼັກຖານຢັ້ງຢືນຄວາມເປັນຈິງໃນປະຫວັດສາດ, ພື້ນຖານດ້ານນິຕິທຳກໍ່ຄືສະພາບຕົວຈິງກ່ຽວກັບອະທິປະໄຕໝູ່ເກາະ ຮວ່າງຊາ ຂອງຫວຽດນາມ”.

     ເພື່ອສືບຕໍ່ຮັບໃຊ້ຄວາມຕ້ອງການຢ້ຽມຊົມທັດສະນະສຶກສາແລະຊອກຮູ້ກ່ຽວກັບໝູ່ເກາະ ຮວ່າງຊາ, ຫໍວາງສະແດງ ຮວ່າງຊາ ພວມຜັນຂະຫຍາຍໂຄງການຫັນຂໍ້ມູນຂ່າວສານເອກະສານແລະເຂດວາງສະແດງເປັນດີຈີຕອນເພື່ອເອົາລົງທາງເວັບໄຊຂອງຫໍວາງສະແດງ ທັງນີ້ກໍ່ປະກອບສ່ວນຊ່ວຍມວນຊົນມີຂໍ້ມູນຂ່າວສານກ່ຽວກັບອະທິປະໄຕຂອງຫວຽດນາມສຳລັບໝູ່ເກາະຮວ່າງຊາແລະເຈື່ອງຊາຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ