ຫໍນ້ຳ ຫ່າງເດົ້າ, ກິດຈະກຳມີອາຍຸເກືອບ 130 ປີຖືກປຸກລຸກດ້ວຍໂສມໜ້າໃໝ່

(VOVWORLD) -ຫໍນ້ຳ ຫ່າງເດົ້າແມ່ນໜຶ່ງໃນຈຳນວນຫໍນ້ຳທຳອິດຢູ່ ຮ່າໂນ້ຍຕິດພັນກັບຊີວິດປະຈຳວັນຂອງຊາວນະຄອນຫຼວງນັບແຕ່ 100ກວ່າປີມານີ້. ເມື່ອບໍ່ດົນມານີ້ ຈິດຕະກອນຫງວຽນດຶກເຟືອງ, ນັກສະຖາປະນິກ ກາວເຖແອັງ ແລະ ບັນດາເພື່ອນຮ່ວມງານໄດ້ນຳໃຊ້ສິລະປະຈັດວາງເພື່ອປຸກລຸກກິດຈະກຳສະຖາປັດຕະຍະກຳບູຮານນີ້
ຫໍນ້ຳ ຫ່າງເດົ້າ, ກິດຈະກຳມີອາຍຸເກືອບ 130 ປີຖືກປຸກລຸກດ້ວຍໂສມໜ້າໃໝ່ - ảnh 1 ຫໍນ້ຳ ຫ່າງເດົ້າ
 
 

 ຫໍນ້ຳ ຫ່າງເດົ້າຕັ້ງຢູ່ທາງຫົກແຍກລະຫວ່າງຖະໜົນຫ່າງທາງ, ທ່າງເຫຼືອກ, ຫ່າງໃຢ່, ຟານດິ່ງຟຸ່ງ… ນີ້ແມ່ນໜຶ່ງໃນບັນດາກິດຈະກຳສະຖາປັດຕະຍະກຳບູຮານຢູ່ ຮ່າໂນ້ຍຖືກປຸກສ້າງແຕ່ປີ 1894 ປະກອບດ້ວຍສາມຊັ້ນໃນນັ້ນຊັ້ນດາດຟ້າແມ່ນຫໍນ້ຳໃຫຍ່ເຮັດດ້ວຍເຫຼັກກ້າສາມາດບັນຈຸໄດ້ 1.250 ແມັດກ້ອນ. ໃນຊຸມປີ 1960 ຂະນະທີ່ໂຮງນ້ຳປະປາອຽນຟຸຖືກຍົກລະດັບ ແລະ ປ່ຽນແປງເຕັກໂນໂລຊີສົ່ງນ້ຳສະອາດ, ຫໍນ້ຳ ຫ່າງເດົ້າຖືກຢຸດເຄື່ອນໄຫວແລະປິດປະຕູ.ແຕ່ກາງເດືອນ ພະຈິກທີ່ຜ່ານມາ ເປັນຄັ້ງທຳອິດທີ່ກິດຈະກຳນີ້ໄດ້ເປີດປະຕູຕ້ອນຮັບແຂກເຂົ້າມາຢ້ຽມຊົມທັດສະນະສຶກສາ.              

      ດ້ວຍສິລະປະການຈັດວາງ, ກຸ່ມນັກອອກແບບໄດ້ຫັນຫໍນ້ຳ ຫ່າງເດົ້າ ກາຍເປັນເຂດສັກສິດດ້ວຍສຽງນ້ຳໄຫຼ, ແສງສະຫວ່າງ ແລະ ສິລະປະຈັດວາງ. ຢູ່ທາງໃນຂອງຫໍນ້ຳ ປະກອບດ້ວຍ 12 ຫ້ອງ. ໃນນັ້ນງານວາງສະແດງຈັດວາງ “ນ້ຳແລະມໍລະດົກຫໍນ້ຳ ຫ່າງເດົ້າ” ໄດ້ຮັບການປະຕິບັດຢູ່ 6 ຫ້ອງທາງນອກ. 6 ຫ້ອງເປັນສັນຍາລັກໃຫ້ແກ່ 9 ແຫຼ່ງນ້ຳໃນທຳມະຊາດລວມມີນ້ຳທະເລ, ນ້ຳຫ້ວຍ,ແມ່ນ້ຳ, ນ້ຳໃນພູ, ນ້ຳບາດານ ແລະ ນ້ຳຝົນ. ໃນແຕ່ລະຫ້ອງ ກຸ່ມນັກອອກແບບໄດ້ວາງໄຫໜຶ່ງໜ່ວຍທີ່ມີອາຍຸແຕ່ສະຕະວັດທີ XIX ແນໃສ່ປະກອບສ່ວນສ້າງເປັນລະບົບສຽງທີ່ມີຊີວິດຊີວາຂອງນ້ຳ. ຈິດຕະກອນ ຫວຽນດຶກເຟືອງ ເປີດເຜີຍວ່າ:

    “ການຈັດວາງຂອງຂ້າພະເຈົ້າຖືກຈັດແບ່ງເປັນສອງສ່ວນ, ສ່ວນໜຶ່ງກ່ຽວຂ້ອງເຖິງບັນຫາໂສຕະສຳຜັດ ແລະ ອີກສ່ວນໜຶ່ງກ່ຽວຂ້ອງເຖິງຈັກຂຸສຳຜັດ. ບັນຫາ ຈັກຂຸສຳຜັດຢູ່ທີ່ນີ້ ຂ້າພະເຈົ້າຢາກນຳໃຊ້ ວັດສະດຸຜະລິດຄືນໃໝ່ ລະອຽດແມ່ນຢາງນິລົງ. ຂ້າພະເຈົ້າຢາກເນັ້ນໜັກກ່ຽວກັບຮູບພາບນັ້ນແມ່ນບັນຫາຂີ້ເຫຍື່ອຢູ່ຕົວເມືອງເຊິ່ງພວກເຮົາພວມເຫັນໃນປັດຈຸບັນ ສ່ວນການສຽງຂ້າພະເຈົ້າຢາກນຳມະນຸດເຮົາກັບຄືນສູ່ສະພາບປະຖົມບູຮານ ນັ້ນແມ່ນນຳໃຊ້ສຽງຂອງນ້ຳເພື່ອນຳມວນຊົນກັບຄືນສູ່ໂລກທຳມະຊາດຂອງນ້ຳ”.     

ຫໍນ້ຳ ຫ່າງເດົ້າ, ກິດຈະກຳມີອາຍຸເກືອບ 130 ປີຖືກປຸກລຸກດ້ວຍໂສມໜ້າໃໝ່ - ảnh 2ພາຍໃນຫໍນ້ຳ ໄດ້ສະແດງຢ່າງງາມຕາ

  ຢູ່ທາງໃນຂອງຫໍນ້ຳ ຜູ້ຊົມອາດຈະເຫັນລະບົບທໍ່ນ້ຳຍັງຄົງຖືກຮັກສາເໝືອນເດີມ. ນັກສະຖາປະນິກ ຫງວຽນວັນແທັງ ສະມາຊິກໃນກຸ່ມອອກແບບ ແບ່ງປັນວ່າ:

    “ເມື່ອພວກຂ້າພະເຈົ້າໄປສຳຫຼວດຢູ່ຫໍນ້ຳຫ່າງເດົ້າ, ຢູ່ທາງໃນມືດມົວທີ່ສຸດ. ພວກຂ້າພະເຈົ້າໄດ້ເຮັດຕາມເນື້ອໃນຈິດໃຈຂອງງານບຸນອອກແບບປະດິດຄິດສ້າງຂອງ ຮ່າໂນ້ຍປີນີ້ແມ່ນ “ປຸກລຸກມໍລະດົກ”ຜ່ານແສງສະຫວ່າງ”.

   ຢູ່ເຂດທາງເທິງແມ່ນລະບົບບັນດາຮູບສິລະປະຫຼາກຫຼາຍສີສັນຊຶ່ງເຮັດຈາກຢາງນິລົງດ້ວຍຮູບຮ່າງທີ່ແຕກຕ່າງກັນ. ງານວາງສະແດງຈັດວາງ “ນ້ຳແລະມໍລະດົກຫໍນ້ຳ ຫ່າງເດົ້າ” ໄດ້ນຳສິ່ງທີ່ເປັນໜ້າຈັບໃຈມາໃຫ້ມວນຊົນ.

 “ຢູ່ເຂດທາງໃນຂອງຫໍນ້ຳແມ່ນການຈັດວາງຂອງການສຽງແລະແສງສະຫວ່າງ ຍັງມີສຽງນ້ຳໄຫຼອີກດ້ວຍ. ຂ້າພະເຈົ້າຮູ້ສຶກປຽບເໝືອນພວມຢູ່ໃນຖ້ຳແຫ່ງໜຶ່ງ”.

 “ນ້ອງເຫັນວ່າສານກ່ຽວກັບນ້ຳຂອງກຸ່ມນັກອອກແບບແມ່ນເປັນໜ້າຈັບໃຈທີ່ສຸດ, ຢູ່ບ່ອນນີ້ໄດ້ຖືກບູລະນະ ແລະ ນຳໃຊ້ບັນດາວັດຖຸເຮັດຈາກສິ່ງເສດເຫຼືອ ກາຍເປັນຜະລິດຕະພັນສິລະປະກຳເພື່ອໃຫ້ມວນຊົນຄົ້ນຫາ”

  ງານວາງສະແດງສິລະປະການຈັດວາງໄດ້ຖືກດຳເນີນແຕ່ວັນທີ 17 ພະຈິກຫາວັນທີ 31 ທັນວາ    ນີ້ແມ່ນໜຶ່ງໃນບັນດາກິດຈະກຳນອນໃນຂອບເຂດງານບຸນອອກແບບປະດິດຄິດສ້າງຮ່າໂນ້ຍ 2023. ການບູລະນະຫໍນ້ຳ ຫ່າງເດົ້າກາຍເປັນເຂດສິລະປະ ແລະ ເປີດປະຕູຕ້ອນຮັບແຂກທ່ອງທ່ຽວເຂົ້າມາຢ້ຽມຊົມ ແລະ ທັດສະນະສຶກສາໄດ້ຮັບຖືວ່າແມ່ນວິທີຟື້ນຊີບໃຫ້ແກ່ກິດຈະກຳນີ້ ຜ່ານນັ້ນປະກອບສ່ວນນຳມໍລະດົກແລະສິລະປະຍັບເຂົ້າໃກ້ກັບມວນຊົນຫຼາຍກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ