ລະດູບານໃໝ່ວຽນມາສູ່ບັນດາທົ່ງນາລ້ຽງກຸ້ງ

(VOVWORLD) - ຮູບແບບປູກເຂົ້າປະສານສົມທົບກັບການລ້ຽງກຸ້ງຫຼືເອີ້ນວ່າຮູບແບບເຂົ້າ - ກຸ້ງ ພວມໄດ້ຮັບບຸລິມະສິດພັດທະນາຈາກແຂວງບາກລຽວ ຍ້ອນວ່າທັງບັນລຸປະສິດທິຜົນທາງດ້ານເສດຖະກິດສູງ ທັງແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ.
ລະດູບານໃໝ່ວຽນມາສູ່ບັນດາທົ່ງນາລ້ຽງກຸ້ງ - ảnh 1ແຂວງ ບາກລ້ຽວ ມີເກືອບ 40.000 ເຮັກຕາທີ່ດິນຜະລິດຕາມຮູບແບບປູກເຂົ້າ - ລ້ຽງກຸ້ງ
(ພາບ: VOV)

ປີນີ້ລະດູການຜະລິດເຂົ້າໄດ້ຮັບຜົນດີ, ກຸ້ງກໍ່ເຕີບໃຫຍ່ໄວແລະມີລາຄາສູງເມື່ອທຽບໃສ່ຊຸມປີກ່ອນນີ້ ດັ່ງນັ້ນພໍ່ແມ່ພີ່ນ້ອງຢູ່ທີ່ນີ້ ລ້ວນແຕ່ເບີກບານໃຈຕ້ອນຮັບລະດູບານໃໝ່ ບຸນເຕັດວຽນມາຢ່າງຄົບຖ້ວນ.

  ເຂົ້າ - ກຸ້ງແມ່ນຮູບແບບຜະລິດເພື່ອຮັກສາສິ່ງແວດລ້ອມ ຄວາມສ່ຽງກໍ່ມີໜ້ອຍ ແທດເໝາະກັບຄວາມສາມາດຂອງຊາວກະສິກອນເປັນສ່ວນຫຼາຍ. ເມື່ອລ້ຽງກຸ້ງ ດິນຜະລິດກາຍເປັນດິນອຸດົມສົມບູນກວ່າ ຊ່ວຍໃຫ້ເຂົ້າເຕີບໂຕຢ່າງແຂງແຮງຫຼຸດຜ່ອນຄ່າໃຊ້ຈ່າຍໃນການໃສ່ຝຸ່ນຫຼືໃຊ້ຢາປ້ອງກັນພືດ. ພິເສດພາຍຫຼັງລະດູການລ້ຽງກຸ້ງ ທາດເປື່ອຍອົງຄະທາດ ແລະຫົວອາຫານເສດເຫຼືອຂອງກຸ້ງກໍ່ແມ່ນແຫຼ່ງອາຫານທີ່ດີທີ່ສຸດໃຫ້ແກ່ຕົ້ນເຂົ້າ. ກົງກັນຂ້າມ ພາຍຫຼັງຜະລິດເຂົ້າ ດິນກໍ່ໄດ້ຮັບການປັບປຸງ ສິ່ງແວດລ້ອມມີຄວາມສະດວກ ດັ່ງນັ້ນກຸ້ງກໍ່ເຕີບໃຫຍ່ໄວ ບໍ່ເຄີຍປະສົບກັບຄວາມສ່ຽງແລະໂລກພະຍາດ.

 ເມື່ອລົງໄປຍັງເຂດຊົນນະບົດຂອງເທດສະບານ ຢ໊າຣາຍ ແຂວງບາກລຽວໃນຊຸມມື້ນີ້ ກໍ່ພົບເຫັນບັນດາທົ່ງນາຂຽວອຸ່ມທຸ່ມຍາວຍຽດຈົນສຸດສາຍຕາ. ທ່ານ ດວ່ານແທັງຕຸ່ງ ຊາວກະສິກອນຢູ່ຕາແສງຟອງແທັ້ງ A ໃຫ້ຮູ້ດ້ວຍຄວາມພາກພູມໃຈວ່າ ນັບແຕ່ເມື່ອປະຕິບັດຮູບແບບເຂົ້າ - ກຸ້ງໃນເນື້ອທີ່ສາມເຮັກຕາ, ລາຍຮັບຂອງຄອບຄົວໄດ້ເພີ່ມຂຶ້ນຫຼາຍພໍສົມຄວນ. ທ່ານຕຸ່ງໃຫ້ຮູ້ວ່າ:

 “ຮູບແບບໄດ້ຮັບຜົນກຳໄລຫຼາຍກວ່າເກົ່າ ຍິ່ງກວ່ານັ້ນເຮົາສາມາດປູກຕົ້ນເຂົ້າໄດ້ ເຮົາກໍ່ໄດ້ປັບປຸງໜ້າດິນ, ເຮົາລ້ຽງກຸ້ງກໍ່ມີປະສິດທິຜົນທີ່ສຸດ.ລະດູການລ້ຽງກຸ້ງໃນແຕ່ລະປີ ຂ້າພະເຈົ້າໄດ້ກຳໄລແຕ່ 300 ຫາ 400 ລ້ານດົ່ງ. ປີໃດກໍ່ໄດ້ກຳໄລ ບັນລຸປະສິດທິຜົນທີ່ສຸດ”.

 ເທດສະບານຢ໊າຣາຍ ມີເນື້ອທີ່ດິນຜະລິດຫຼາຍກວ່າ  30.000 ເຮັກຕາຂຶ້ນກັບສອງເຂດນ້ຳເຄັມແລະນ້ຳຈືດ. ເຂດນ້ຳເຄັມມີເນື້ອທີ່ 23.000 ເຮັກຕາເມື່ອກ່ອນນີ້ ລ້ຽງສະເພາະແຕ່ກຸ້ງ. ແຕ່ການລ້ຽງກຸ້ງບໍ່ບັນລຸປະສິດທິຜົນສູງ ດັ່ງນັ້ນນັບແຕ່ 2020 ເປັນຕົ້ນມາ ຊາວກະສິກອນໄດ້ຫັນໄປສູ່ຮູບແບບປູກເຂົ້າ -ລ້ຽງກຸ້ງ ໝາຍຄວາມວ່າການຜະລິດເຂົ້າລະດູການໜຶ່ງປະສານກັບການລ້ຽງກຸ້ງລະດູການໜຶ່ງຈາກເນື້ອທີ່ເກືອບ 3.000 ເຮັກຕາໃນຊຸມປີທຳອິດມາຮອດປັດຈຸບັນ ເນື້ອທີ່ເພື່ອປະຕິບັດຮູບແບບເຂົ້າ - ກຸ້ງຢູ່ເທດສະບານຢ໊າຣາຍໄດ້ເພີ່ມຂຶ້ນເປັນ 7.000 ເຮັກຕາ. ທ່ານ ຮວິ່ງແທັງຕວ່ານ ຫົວໜ້າຫ້ອງການເສດຖະກິດເທດສະບານຢ໊າຣາຍໃຫ້ຮູ້ວ່າ:

“ສຳລັບການລ້ຽງສະເພາະແຕ່ກຸ້ງໃນຊຸມປີທຳອິກກໍ່ບັນລຸປະສິດທິຜົນ ແຕ່ພາຍຫຼັງມາກຸ້ງກໍ່ຄ່ອຍໆຫຼຸດລົງ, ຍ້ອນເຫດນີ້ເອງ ທ້ອງຖິ່ນໄດ້ປຸກລະດົມໃຫ້ຊາວກະສິກອນທຳການປູກເຂົ້າລະດູການໜຶ່ງບົນພື້ນທີ່ດິນລ້ຽງກຸ້ງ. ຮູບແບບໃໝ່ນີ້ກໍ່ເປັນການປັບປຸງໃຫ້ດິນເພີ່ມຄວາມອຸດົມສົມບູນ ດັ່ງນັ້ນການລ້ຽງກຸ້ງກໍ່ບັນລຸປະສິດທິຜົນ. ຄິດສະເລ່ຍໃນເນື້ອທີ່ປູກເຂົ້າ - ລ້ຽງກຸ້ງໜຶ່ງເຮັກຕາ, ຊາວກະສິກອນໄດ້ຮັບຜົນກຳໄລ 100 ລ້ານດົ່ງຕໍ່ປີ”.

  ເພື່ອແນໃສ່ຍົກສູງປະສິດທິຜົນຂອງຮູບແບບເຂົ້າ - ກຸ້ງ, ໃນໄລຍະມໍ່ໆມານີ້ ແຂວງບາກລຽວໄດ້ລົງທຶນກໍ່ສ້າງລະບົບຊົນລະປະທານ, ຄູປ້ອງກັນຢູ່ຫຼາຍເຂດເພື່ອເປັນເຈົ້າການດັດປັບນ້ຳ ສະກັດນ້ຳເຄັມ, ສະສົມນ້ຳຈືດ. ລຸງຫງວຽນແອັງທື ຊາວກະສິກອນຢູ່ຕາແສງຟອງແທັ້ງເລົ່າ A ສູ່ຟັງວ່າ:

  “ປັດຈຸບັນໄດ້ມີລະບົບຄູອ້ອມຮອບ, ຄອບຄົວຂ້າພະເຈົ້າກໍ່ສາມາດສະສົມໄດ້ນ້ຳຈືດຫຼາຍກວ່າ. ສອງສາມປີກ່ອນນີ້ ຂະນະທີ່ຍັງບໍ່ທັນມີລະບົບຄູອ້ອມຮອບກໍ່ໄດ້ຮັບຜົນສະທ້ອນຈາກນ້ຳເຄັມເມື່ອສູບນ້ຳເຂົ້າທົ່ງນາ”.

ລະດູບານໃໝ່ວຽນມາສູ່ບັນດາທົ່ງນາລ້ຽງກຸ້ງ - ảnh 2ພາບປະກອບ

   ນັບແຕ່ເມື່ອປະຕິບັດຮູບແບບເຂົ້າ - ກຸ້ງ, ຊີວິດການເປັນຢູ່ຂອງປະຊາຊົນໃນຕາແສງໄດ້ມີການປ່ຽນແປງຢ່າງເຫັນໄດ້ຊັດ. ເມື່ອກ່ອນນີ້, ຕາແສງມີ ຫຼາຍກວ່າ 400 ຄອບຄົວທຸກຍາກ, ປັດຈຸບັນຍັງເຫຼືອພຽງ 47 ຄອບຄົວທຸກຍາກເທົ່ານັ້ນ. ລາຍຮັບສະເລ່ຍຕໍ່ຫົວຄົນຈາກ 70 ລ້ານດົ່ງຕໍ່ຄົນຕໍ່ປີໄດ້ເພີ່ມຂຶ້ນ 74 ລ້ານດົ່ງຕໍ່ຄົນຕໍ່ປີ. ທ່ານຟ້າມວັນເຮັດ ເລຂາຄະນະພັກຕາແສງຟອງແທັ້ງ Aໃຫ້ຮູ້ວ່າ:

   “ພໍ່ແມ່ພີ່ນ້ອງໃນຕາແສງມີຄວາມພາກພູມໃຈຍ້ອນຮູບແບບປູກເຂົ້າປະສານກັບການລ້ຽງກຸ້ງນຳເຊິ່ງປະສິດທິຜົນສູງທີ່ສຸດ ຊີວິດການເປັນເປັນຢູ່ຂອງປະຊາຊົນໃນຕາແສງເພີ່ມຂຶ້ນຢ່າງເຫັນໄດ້ຊັດ. ປະຊາຊົນແລະອຳນາດການປົກຄອງກໍ່ນັບມື້ນັບມີຄວາມຜູກພັນ ມີຄວາມເຫັນດີເຫັນພ້ອມຢ່າງສຸງທີ່ສຸດ”.

ປະຈຸບັນ, ແຂວງ ບັກລຽວ ມີເນື້ອທີ່ດິນຜະລິດເກືອບ 40.000 ເຮັກຕາ ຕາມຮູບແບບເຂົ້າ-ກຸ້ງ. ຕາມແຜນການ, ຮອດປີ 2025, ທົ່ວແຂວງຈະຂະຫຍາຍເນື້ອທີ່ໃຫ້ໄດ້ກວ່າ 43.000 ເຮັກຕາ. ດ້ວຍຮູບແບບການກະສິກຳນີ້, ແຂວງ ບາກລຽວ ມຸ່ງໄປເຖິງບັນລຸເປົ້າໝາຍເຂົ້າຫອມ - ກຸ້ງສະອາດ, ເຂົ້າ - ກຸ້ງອົງຄະທາດ.

ຕອບກັບ

ຂ່າວ/ບົດ​ອື່ນ