ຢ້ຽມຢາມອ່າງເກັບນ້ຳເຂື່ອນໄຟຟ້ານ້ຳຕົກ ເຊີນລາ

(VOVWORLD) -ເຂດອ່າງເກັບນ້ຳເຂື່ອນໄຟຟ້ານ້ຳຕົກ ເຊີນລາຂຶ້ນກັບເຂດບໍລິເວນສາມເມືອງຄືກວິ່ງຍາຍ, ທ້ວນເຈົາແລະເມື່ອງລາໃນແຂວງເຊີນລາ. ດ້ວຍຄວາມງາມທີ່ໃຫຍ່ໂຕມະໂຫຖານພ້ອມກັບບັນດາສະຖານທີ່ດູດດື່ມແລະ ສີສັນວັດທະນະທຳບັນດາເຜົ່າສ່ວນໜ້ອຍທີ່ເປັນເອກະລັກ, ນີ້ແມ່ນສະຖານທີ່ທ່ອງທ່ຽວທີ່ລືຊື່ໃນແຂວງເຊີນລາ
ຢ້ຽມຢາມອ່າງເກັບນ້ຳເຂື່ອນໄຟຟ້ານ້ຳຕົກ ເຊີນລາ - ảnh 1ເຂດອ່າງເກັບນ້ຳເຂື່ອນໄຟຟ້ານ້ຳຕົກ ເຊີນລາມີທັດຊະນີຍະພາບດ້ວຍລະບົບຖ້ຳທີ່ດູດດື່ມ

     ໂດຍຖືກອຸປະມາດັ່ງອ່າວຮະລອງຢູ່ເຂດພູຜາປ່າໄມ້ ເຕິຍບັກ, ເຂດອ່າງເກັບນ້ຳເຂື່ອນໄຟຟ້ານ້ຳຕົກ ເຊີນລາມີທັດຊະນີຍະພາບດ້ວຍລະບົບຖ້ຳທີ່ດູດດື່ມ.                              

        ເຮືອທ່ອງທ່ຽວໄດ້ສົ່ງແຂກທ່ອງທ່ຽວຜ່ານບັນດາສະຖານທີ່ດູດດື່ມ. ດ້ວຍເນື້ອທີ່ໜ້ານ້ຳຫຼາຍກວ່າ 10.500 ເຮັກຕາພ້ອມກັບເກາະດອນນ້ອຍໃຫຍ່ນັບສິບແຫ່ງກໍ່ແມ່ນຄວາມສາມາດບົ່ມຊ້ອນທ່າໄດ້ປຽບເພື່ອພັດທະນາການທ່ອງທ່ຽວຄົ້ນຫາທຳມະຊາດ, ພັກຜ່ອນບຳລຸງສຸຂະພາບຢູ່ບໍລິເວນອ່າງເກັບນ້ຳເຂື່ອນໄຟຟ້າ. ທ່ານດຽວດຶກຈ້ອງຮອງຜູ້ອຳນວຍການບໍລິສັດຮຸ້ນສ່ວນທ່ອງທ່ຽວກວິ່ງຍາຍຈາແວນ ໃຫ້ຮູ້ວ່າ:

       “ແຂກທ່ອງທ່ຽວຈະໄດ້ຄົ້ນຫາບັນດາຜະລິດຕະພັນທ່ອງທ່ຽວຂອງພວກຂ້າພະເຈົ້າຄືຂີ່ເຮືອທ່ອງທ່ຽວທີ່ຖືກປະດັບປະດາຢ່າງສວຍງາມເພື່ອໃຫ້ແຂກທ່ອງທ່ຽວໄດ້ຖ່າຍຮູບທີ່ລະນຶກ ຢ້ຽມຊົມຄົ້ນຫາຢູ່ຕາມເກາະດອນທີ່ສວຍງາມໃນບໍລິເວນອ່າງເກັບນ້ຳ; ໄດ້ຊົມໃຊ້ບັນດາການບໍລະການຄືພາຍເຮືອ, ຕຶກປາແລະໄດ້ຊີມບັນດາເຍື່ອງອາຫານທີ່ແຊບນົວ”.

      ທິວທັດທຳມະຊາດດ້ວຍອ່າງເກັບນ້ຳພ້ອມກັບພູຜາປ່າໄມ້ຢູ່ແຫ່ງນີ້ ໄດ້ເຮັດໃຫ້ແຂກທ່ອງທ່ຽວທັງຫຼາຍຫຼົງໄຫຼເມື່ອມີໂອກາດມາແວ່ຢາມ. ນາງຈິ້ງທິເວິນແອັງ ແຂກທ່ອງທ່ຽວມາຈາກຮ່າໂນ້ຍເປີດເຜີຍວ່າ:

      “ຢູ່ແຫ່ງນີ້ ມີທັດຊະນີຍະພາບສວຍງາມທີ່ສຸດ, ມີນ້ຳໃສຂຽວເຢັນປະຊາຊົນຢູ່ແຫ່ງນີ້ມີຈິດໃຈຮັກແພງແຂກແລະພວກຂ້າພະເຈົ້າກໍ່ໄດ້ຖ່າຍຮູບຫຼາຍແຜ່ນທີ່ງາມທີ່ສຸດ, ພວກຂ້າພະເຈົ້າຈະແນະນຳໂຄສະນາແດນດິນແລະຊາວແຂວງເຊີນລາໃຫ້ທຸກໆຄົນໄດ້ຮັບຊາບ”.

       ຢູ່ເຂດອ່າງເກັບນ້ຳເຂື່ອນໄຟຟ້ານ້ຳຕົກ ເຊີນລາ ມີເນື້ອທີ່ປາທີ່ກວ້າງໃຫຍ່ ດ້ວຍກຸ່ມຊີວະນາໆພັນ, ມີພຶກສາຊາດສັດທີ່ຫາຍາກໄດ້ເຕົ້າໂຮມຢູ່ເຂດອະນຸລັກທຳມະຊາດ. ຢູ່ອ່າງເກັບນ້ຳເຂື່ອນໄຟຟ້ານ້ຳຕົກ ເຊີນລາ ມີສັດນ້ຳຫຼາຍປະເພດອັນໄດ້ສ້າງເປັນຄຸນຄ່າທາງດ້ານອາຫານການກິນທີ່ເປັນເອກະລັກຂອງທ້ອງຖິ່ນ. ພ້ອມກັນນັ້ນຢູ່ແຫ່ງນີ້ກໍ່ມີສະຖານທີ່ທ່ອງທ່ຽວຈິດວິນຍານຄືວິຫານນາງຮານແລະວິຫານລິງເຊີນທຸ໋ຍຕື່. ພ້ອມກັນນັ້ນຢູ່ແຫ່ງນີ້ກໍ່ຍັງມີບັນດາງານບຸນທີ່ດູດດື່ມຄືງານບຸນຊ່ວງເຮືອຢູ່ເມືອງກວິ່ງຍາຍ, ງານບຸນສະຜົມ, ງານບຸນອວຍພອນເຂົ້າໃໝ່ຢູ່ຕາແສງຫງອກຈ໊ຽນເມືອງເມື່ອງລາແລະຍັງມີຕະຫຼາດນັດເຂດພູສູງທີ່ເຂັ້ມຂົ້ນໄປດ້ວຍສີສັນບັນດາເຜົ່າສ່ວນໜ້ອຍ. ອ້າຍຮາແນັດ ແຂກທ່ອງທ່ຽວມາຈາກ ອີຕາລີ ເປີດເຜີຍວ່າ:

      “ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ມາທ່ຽວຢູ່ເມືອງກວິ່ງຍາຍໄດ້ມາຊົມຕະຫຼາດນັດຢູ່ເຂດອ່າງເກັບນ້ຳກໍ່ໄດ້ເຮັດໃຫ້ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດຕໍ່ຮ້ານວາງສະແດງ, ຜະລິດຕະພັນທີ່ອຸດົມສົມບູນ”.

       ຕາມແຜນກຳນົດພັດທະນາການທ່ອງທ່ຽວແຂວງເຊີນລາເຖິງປີ 2030, ເມືອງ ກວິ່ງຍາຍແມ່ນໜຶ່ງໃນບັນດາເຂດທ່ອງທ່ຽວຈຸດສຸມພິເສດຈະກາຍເປັນເຂດທ່ອງທ່ຽວລະດັບຊາດຕິດພັນກັບເຄື່ອງໝາຍ “ທະເລຂຽວໃນຮ່ອມພູ”  ທ່ານລໍ່ແທັງຖຸຍ ຮອງປະທານຄະນະກຳມະການປະຊາຊົນ ເມືອງ ກວິ່ງຍາຍໃຫ້ຮູ້ວ່າ:

      “ພວກຂ້າພະເຈົ້າກຳນົດການເຄື່ອນໄຫວອະນຸລັກບັນດາຄຸນຄ່າວັດທະນະທຳຕ້ອງຕິດພັນການເຄື່ອນໄຫວທ່ອງທ່ຽວ. ນີ້ແມ່ນໜຶ່ງໃນບັນດາໜ້າທີ່ສຳຄັນເຊິ່ງອົງຄະນະພັກເມືອງໄດ້ກຳນົດ ແມ່ນໜຶ່ງໃນສາມຂອດບຸກທະລຸຂອງມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງ ຊຸດທີXXI”.

       ມາຢາມອ່າງເກັບນ້ຳເຂື່ອນໄຟຟ້ານ້ຳຕົກ ເຊີນລາ, ແຂກທ່ອງທ່ຽວມີຄວາມຮູ້ສຶກ ສະຫງົບສຸກ ມີລັກສະນະເພີນຈິດ ພ້ອມທັງໄດ້ຊົມຄວາມມງາມທີ່ຮົກເຮື້ອດ້ວຍແມ່ນ້ຳລຳເຊ ປຽບເໝືອນທະເລຂຽວທີ່ງົດງາມຢູ່ເຂດພູຜາປ່າໄມ້ເຕິຍບັກທີ່ໃຫຍ່ໂຕມະໂຫຖານ

ຕອບກັບ

ຂ່າວ/ບົດ​ອື່ນ