ຢ້ຽມຊົມຫໍບູຊາພະແມ່ເຂດໜຸຍຊາມ ເຊິ່ງແມ່ນສະຖານທີ່ທ່ອງທ່ຽວຈິດວິນຍານນະຄອນເຈົາດົກ

(VOVWORLD) -ຫໍລູຊາພະແມ່ເຂດໜຸຍຊາມຕັ້ງຢູ່ຕີນພູຊາມຂຶ້ນກັບຕາແສງໜຸຍຊາມນະຄອນເຈົາດົກແຂວງອານຢາງ. ນີ້ແມ່ນສະຖານທີ່ທ່ອງທ່ຽວຈິດວິນຍານທີ່ລືຊື່ ບໍ່ພຽງແຕ່ຢູ່ເຂດທາງທິດຕາເວັນຕົກພາກໃຕ້ເທົ່ານັ້ນແຕ່ເມື່ອບໍ່ດົນມານີ້ຫໍບໍຊາພະແມ່ເຂດໜຸຍຊາມໄດ້ຮັບການຮັບຮອງໃນເວທີປາໄສພົບປະແລກປ່ຽນວັດທະນະທຳແລະເສດຖະກິດຫວຽດນາມ - ອິນເດຍແມ່ນສະຖານທີ່ທ່ອງທ່ຽວຈິດວິນຍານທີ່ດີເດັ່ນຢູ່ອາຊີ - ປາຊີຟິກ
ຢ້ຽມຊົມຫໍບູຊາພະແມ່ເຂດໜຸຍຊາມ ເຊິ່ງແມ່ນສະຖານທີ່ທ່ອງທ່ຽວຈິດວິນຍານນະຄອນເຈົາດົກ - ảnh 1ຫໍບູຊາພະແມ່ ໜຸຍຊາມຖືກປຸກສ້າງເມື່ອປີ 1820

     ຫໍບູຊາພະແມ່ ໜຸຍຊາມ ແມ່ນອີງຫຼັງໃສ່ພູຊາມ ດ້ານໜ້າຂອງຫໍບູຊາມຸ່ງໄປສູ່ທົ່ງນາທີ່ກວ້າງໃຫຍ່. ໂດຍຜ່ານການບູລະນະປະຕິສັງຂອນມາຫຼາຍເທື່ອ, ຫໍບູຊານັບມື້ນັບໃຫຍ່ໂຕ ເຂັ້ມຂົ້ນໄປດ້ວຍລັກສະນະສິລະປະກຳ. ຕາມທ່ານຫງວຽນຟຸກຮວານ ຫົວໜ້າຄະນະຄຸ້ມຄອງເຂດສຸສານຫໍໂຮງບູຊາໜຸຍຊາມແລ້ວ ນີ້ແມ່ນກິດຈະກຳທີ່ມີມາແຕ່ດົນນານຕິດພັນກັບການເຫຼື້ອມໃສພື້ນເມືອງຂອງຊາວທ້ອງຖິ່ນ. ຫໍບູຊາພະແມແມ່ນກ່ຽວຂ້ອງເຖິງຫງວຽນວັນທວ້າຍເຊິ່ງແມ່ນນາຍທະຫານໃນສະໄໝລາດຊະວົງຫງວຽນ ( 1802 – 1945) ເຊິ່ງແມ່ນຜູ້ທີ່ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງຕໍ່ດິນແດນພາກໃຕ້. ທ່ານຫງວຽນຟຸກຮວານ ຫົວໜ້າຄະນະຄຸ້ມຄອງເຂດສຸສານຫໍໂຮງບູຊາໜຸຍຊາມໃຫ້ຮູ້ວ່າ:

       “ຫໍບູຊາກະແມ່ ໜຸຍຊາມຖືກປຸກສ້າງເມື່ອປີ 1820 ກົງກັບຈຸດເວລາທີ່ນາຍທະຫານຫງວຽນວັນທວ້າຍໃນສະໄໝເຈົ້າຊີວິດຢາລອງໄດ້ຮັບແຕ່ຕັ້ງເປັນຜູ້ປ້ອງກັນເຂດເຈົາດົກ. ຕາມປຶ້ມບັນທຶກປະຫວັດສາດແລ້ວປີ 1870 ຫໍບູຊາໄດ້ຮັບການບູລະນະປະຕິສັງຂອນຄັ້ງໃຫຍ່, ເຖິງປີ 1962 ກໍ່ໄດ້ຮັບການສ້ອມແປງຢ່າງໃຫຍ່ໂຕໂອ້ໂຖງດ້ວຍຫີນແລະຫຼັງຄາຖືກມຸງດິນຂໍ, ມາເຖິງ 1972 ຫໍບູຊາກໍ່ໄດ້ຮັບການບູລະນະປະຕິສັງຂອນຕາມສະຖາປັດຕະຍະກຳໃໝ່”.

     ຢູ່ຫໍບູຊາພະແມ່ກໍ່ມີຮູບປັ້ນພະແມ່ເຂດໜຸຍຊາມທີ່ມີຄຸນຄ່າດ້ານສິລະປະສູງ. ຮູບປັ້ນໄດ້ເຮັດໃນສະຕະວັດທີ VI ແລະໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາວັດຖຸພັນບູຮານທີ່ຍັງເຫຼືອໄວ້ ຂອງພື້ນຖານວັດທະນະທຳອົກແອວເມື່ອກ່ອນນີ້. ໃນປີ 2009 ຮູບປັ້ນພະແມ່ ໄດ້ຖືກຈົດເຂົ້າໃນປຶ້ມສະຖີຕິອານຢາງແມ່ນຮຸບປັ້ນຫີນທີ່ເກົ່າແກ່ທີ່ສຸດຢູ່ ຫວຽດນາມ. ທ່ານນາງເຈິ່ນມິງຈາງໃຫ້ຮູ້ວ່າ:

     “ຮູບປັ້ນພະແມ່ຖືກຕັ້ງຢູ່ກາງຫໍບູຊາ, ຢູ່ເບື້ອງຂວາຂອງຮູບປັ້ນພະແມ່ ແມ່ນບູຊາສອງພະນາງເນືອງ, ຢູ່ເບື້ອງຊາຍແມ່ນບູຊາສອງພະນາງແທັກຈູ໋. ຍ່າງເຂົ້າໄປທາງໃນແມ່ນເວທີສະແດງເຊິ່ງແມ່ນບ່ອນຈັດພິທີຂັບໂບ້ຍ. ໃນຫໍບູຊາກໍ່ມີຮູບແກະຄວັດສະຫຼັກຕົ້ນດອກເໝີຍ, ຕົ້ນດອກກ້ວຍໄມ້, ຕົ້ນເບນຈະມາດແລະຕົ້ນໄມ້ໄຜ່ ສ່ວນຢູ່ສີ່ແຈແມ່ນຮູບປັ້ນເທວະດາ 8 ພະນາງ. ນອກຈາກນັ້ນກໍ່ຍັງມີແຜ່ນຄຳພະຫຍາຄຳກອນຢູ່ຕາມສອງເບື້ອງທີ່ມີເນື້ອໃນຍ້ອງຍໍສັນລະເສີນຄວາມສັກສິດຂອງພະແມ່ເຂດໜຸຍຊາມ”.

        ຫໍບຸຊາພະແມ່ມີຫຼັງຄາສາມຊັ້ນຖືກມຸງດິນຂໍສີຂຽວ ຢູ່ທາງໃນຂອງຫໍບູຊາຖືກອອກແບບ ແລະ ປະດັບປະດາທີ່ເຂັ້ມຂົ້ນໄປດ້ວຍລັກສະນະຂອງສິລະປະອິນເດຍ. ທ່ານຫງວຽນຟຸກຮວານຫົວໜ້າຄະນະຄຸ້ມຄອງເຂດສຸສານຫໍໂຮງບູຊາໜຸຍຊາມໃຫ້ຮູ້ວ່າ:

      “ຫຼັງຄາຂອງຫໍບູຊາມີຮູບໂຄງສາມຊັ້ນຖືກມຸງດິນຂໍສະແດງໃຫ້ເຫັນລັກສະນະວົງຄະນາຍາດເຊື່ອມຕໍ່ກັນລະຫວ່າງບັນດາເຜົ່າຄືເຜົ່າກິງ, ຮວາ, ຂະແມ, ຈຳ. ແຕ່ລະປີນັບແຕ່ວັນທີ 22 – 27 ເດືອນ 4 ໄລ່ຕາມຈັນທະປະຕິທິນ, ງານບຸນຫໍບູຊາພະແມ່ກໍ່ຖືກຈັດຂຶ້ນ”. ບໍລະເວນຫໍບູຊາພະແມ່ ແມ່ນກວ້າງຊວາງມີບັນດາຕົ້ນໄມ້ໃຫຍ່ປົກຄຸມຄວາມເຢັນໄປທົ່ວ. ໃນມື້ທ້ອງຟ້າແຈ່ມໃສ, ແຂກທ່ອງທ່ຽວສາມາດຂຶ້ນຊັ້ນສູງຂອງຫໍບູຊາກໍ່ອາດສາມາດເຫັນແຈໜຶ່ງຂອງນະຄອນເຈົາດົກ. ແຂກທ່ອງທ່ຽວຄົນໜຶ່ງ ແບ່ງປັນວ່າ:

      “ຂ້າພະເຈົ້າໄດ້ມາທ່ຽວຊົມຢູ່ຫໍບູຊາພະແມ່ສອງຄັ້ງແລ້ວ ຄືຄັ້ງທີໜຶ່ງໄປນຳແມ່ ແລະຄັ້ັ້ງນີ້ໄປນຳໝູ່ເພື່ອນເອື້ອຍນ້ອງ. ທັດສະນີຍະພາບຢູ່ຫໍບູຊາກະແມ່ ແມ່ນງົດງາມທີ່ສຸດ”.

      ໃນໂອກາດບຸນເຕັດລະດູບານໃໝ່ວຽນມາໃນແຕ່ລະປີ, ຫໍບູຊາພະແມ່ເຂດໜຸຍຊາມກໍ່ໄດ້ດຶງດູດພໍ່ແມ່ພີ່ນ້ອງຊາວທ້ອງຖິ່ນແລະແຂກທ່ອງທ່ຽວມາຈາກສາລະທິດມາຢ້ຽມຊົມໄຫວ້ບູຊາເປັນຈຳນວນຫຼວງຫຼາຍ. ປີ 2014 ກະຊວງວັດທະນະທຳກິລາແລະທ່ອງທ່ຽວກໍ່ໄດ້ຮັບຮອງງານບຸນພະແມ່ເຂດໜຸຍຊາມແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ