ຕະຫຼາດນັດຊານທ່າງທີ່ເປັນເອກະລັກ.

(VOVWORLD) -     ລາຍເຈົາບໍ່ພຽງແຕ່ຖືກທຳມະຊາດດົນບັນດານ ດ້ວຍທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານພູຜາປ່າໄມ້ສະຫຼັບສັບຊ້ອນໃນທ່າມກາງກຸ່ມເມກເລື່ອນລອຍ, ບັນດາໝູ່ບ້ານ ທີ່ສວຍງາມຕາມຮ່ອມພູ, ເນີນພູເຊິ່ງຢູ່ທີ່ນັ້ນກໍ່ຍັງມີ ບັນດາຕະຫຼາດນັດຍາມ ທ້າຍສັບປະດາທີ່ເປັນ ເອະລັກ.  ໜຶ່ງໃນບັນດາ ຕະຫຼາດນັດທີ່ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນແລະຕ່າງປະເທດມາຢ້ຽມຊົມແລະຊອກຮູ້ນັ້ນແມ່ນຕະຫຼາດນັດຊານທ່າງທີ່ຕາແສງຊານທ່າງນະຄອນລາຍເຈົາ. 
   ຕະຫຼາດນັດຊານທ່າງທີ່ເປັນເອກະລັກ. - ảnh 1ແຈໜຶ່ງຢູ່ຕະຫຼາດຊານທ່າງ

     ຕະຫຼາດຊານທ່າງຖືກໄຂຂຶ້ນຢູ່ໃກ້ກັບທາງຫຼວງ 4B ໃນຕອນເຊົ້າວັນພະຫັດ ແລະ ວັນອາທິດໃນແຕ່ລະ ສັບປະດາ. ນີ້ແມ່ນແຫ່ງ ພົບປະແລກປ່ຽນສິນຄ້າຂອງພໍ່ແມ່ພີ່ນ້ອງບັນດາເຜົ່າໃນເຂດ. ຮອດວັນໄຂ ຕະຫຼາດນັດ, ແຕ່ລະຂະບວນຄົນຈາກໝູ່ບ້ານຕ່າງໆຂອງນະຄອນລາຍເຈົາ, ເມືອງຟອງໂທ໋, ຕາມເດື່ອງພັດພາກັນມາ ເຕົ້າໂຮມຢູ່ຕະຫຼາດນັດ. ຢູ່ຕະຫຼາດນັດໄດ້ກາຍເປັນຈຸດວັດທະນະທຳທີ່ຂາດບໍ່ໄດ້ຂອງປະຊາຊົນບັນດາເຜົ່າຢູ່ແຫ່ງນີ້. ເມື່ອໄປຕະຫຼາດ ນັດ, ຊາວທ້ອງຖິ່ນຕ້ອງ ຕື່ນແຕ່ເຊົ້າເຂົາເຈົ້າໄປ ຕະຫຼາດດ້ວຍເຄື່ອງຂອງພຽງ 3 ໂລໃສ່ກະພາເທົ່ານັ້ນຄືເຂົ້າສານ, ຜັກ ຫຼື ກ້ວຍ ຫວີໜຶ່ງບາງເທື່ອກໍມີຈົກ, ມີດ, ກ່ຽວ, ຊວ້ານໃສ່ ຖົງນ້ອຍຖືຕາມໂຕຫຼືເອົາໝູໄກ່ເປັດບາງໂຕ ໄປນຳ. ຜະລິດຄະພັນເຫຼົ່ານີ້ ແມ່ນການໂຮມຍອດຍິ່ງຈາກການອກແຮງງານດ້ວຍ ຄວາມດຸໝັ່ນຂະຫຍັນພຽນທັງແມ່ນບັນດາສິນພິເສດໂດຍພໍ່ແມ່ພີ່ນ້ອງງບັນດາເຜົ່າໄດ້ຜະລິດອອກ. ນາງດົ່ງທິທວາ ສັງກັດຂະແໜງ ຄຸ້ມຄອງການທ່ອງທ່ຽວ ພະແນກວັດທະນະທຳກິລາ ແລະ ທ່ອງທ່ຽວ ແຂວງລາຍເຈົາຖືວ່າ:

   “ຕະຫຼາດນັດຊານທ່າງຢູ່ລາຍເຈົາໄດ້ເຄື່ອນໄຫວ ມາແຕ່ດົນນານແລ້ວ. ໃນ ໄລຍະທີ່ຜ່ານມາທາງແຂວງໄດ້ຍົກລະດັບຜະລິດຕະພັນຕະຫຼາດນັດກາຍເປັນໜຶ່ງ ໃນບັນດາຜະລິດຕະພັນທ່ອງທ່ຽວທີ່ພົ້ນເດັ່ນຢູ່ເຂດ ເຕິຍບັກ, ນອກຈາກຕະຫຼາດນັດແລ້ວ, ພວກ ຂ້າພະເຈົ້າຍັງເປີດຕະຫຼາດນັດຕື່ມອີກໃນຕອນຄ່ຳວັນເສົາ. ມາຮອດຕະຫຼາດນັດຊານທ່າງແຂກທ່ອງທ່ຽວຈະໄດ້ຊີມອາຫານບາງເຍື່ອງຄື ເຍື່ອງອາຫານຖັງໂກ໊, ເຝີ ຂອງຊາວເຜົ່າໄຢ໊ເຂົ້າໜົມຊະນິດຕ່າງໆ”. ຕະຫຼາດຊານທ່າງກໍ່ມີວັດຖຸເຄື່ອງຂອງຄົບທຸກຊະນິດຢູ່ເຂດພູຜາປ່າໄມ້ຕິດພັນກັບບັນດາຮີດຄອງປະເພນີວັດທະນະທຳຂອງປະຊາຊົນບັນດາເຜົ່າຢູ່ເຂດພູສູງ. ນາງ ດົ່ງທິທວາ ສັງກັດຂະແໜງ ຄຸ້ມຄອງການທ່ອງທ່ຽວ ພະແນກວັດທະນະທຳກິລາ ແລະ ທ່ອງທ່ຽວ ແຂວງລາຍເຈົາໃຫ້ຮູ້ຕື່ມອີກວ່າ:

     “ເຍື່ອງອາຫານບັ໊ນບໍ່ແມ່ນໜຶ່ງໃນບັນດາຜະລິດຕະພັນທີ່ມີຊື່ສຽງຂອງຊາວເຜົ່າໄຢ໊ຢູ່ບ້ານຊານທ່າງ.  ມາ ຕະຫຼາດນັດຊານທ່າງທຸກໆເທື່ອ,ຄອບຄົວຂ້າພະເຈົ້າກໍ່ລ້ວນແຕ່ໄດ້ກິນເຝີແລະບັ໊ນບໍ່ຂອງຊາວເຜົ່າ ໄຢ໊”.

        ຢູ່ເຂດວາງຂາຍຜະລິດຕະພັນແຜ່ນແພພື້ນເມືອງກໍ່ມີແຂກຄົນມາຊື້ຢ່າງ ຫຼວງຫຼາຍ. ອ້າຍ ທ່າວອາເຢ໊ ຢູ່ຕາແສງຕ່າແລ່ງເມືອງຕາມເດື່ອງຜູ້ຂາຍຜະລິດ ຕະພັນແຜ່ນແພພື້ນເມືອງຢູ່ຕະຫຼາດນັດໃຫ້ຮູ້ວ່າ

     “ສຳລັບສົ້ງເສື້ອກໍ່ໄດ້ຂາຍດີ, ມື້ໜຶ່ງກໍ່ສາມາດຂາຍເຄື່ອງໄດ້ປະມານ 100 USD”.

      ຢູ່ຕະຫຼາດນັດຊານທ່າງ, ບັນດາຮ້ານກິນດື່ມຍາມໃດກໍ່ມີແຂກມາກິນເຕັມ. ນາງ ດົ່ງທິທວາ ສັງກັດຂະແໜງ ຄຸ້ມຄອງການທ່ອງທ່ຽວ ພະແນກວັດທະນະທຳກິລາ ແລະ ທ່ອງທ່ຽວ ແຂວງລາຍເຈົາໃຫ້ຮູ້ຕື່ມອີກວ່າ:

   “ເຝີຢູ່ຕະຫຼາດນັດຊານທ່າງກໍ່ແມ່ນໜຶ່ງໃນບັນດາເຍື່ອງອາຫານທີ່ແຂກທ່ອງທ່ຽວຄວນຊີມລົດຊາດພິເສດເມື່ອມາຕະຫຼາດນັດ. ມານີ້ແຂກກທ່ອງທ່ຽວຈະໄດ້ຮັບຊົມບັນດານັກສິລະປະການຂອງເຜົ່າໄຢ໊ສະແດງ ການຕັດເສັ້ນເຝີ”.

ສ່ວນຕະຫຼາດຍາມຄ່ຳຄືນຖືກຈັດຂຶ້ນໃນຕອນຄ່ຳວັນເສົາປະຈຳອາທິດ, ນອກຈາກ ບັນດາເຍື່ອງອາຫານພິເສດແລ້ວ, ຕະຫຼາດນັດຄ່ຳຄືນກໍ່ຍັງມີລາຍການສະແດງສິລະປະອີກດ້ວຍ. ນາງດົ່ງທິທວາເປີດເຜີຍວ່າ: “ບັນດາລາຍການສະແດງສິລະປະວັນນະຄະດີແມ່ນ ເຂັ້ມຂົ້ນໄປດ້ວຍສີສັນບັນດາເຜົ່າຢູ່ແຫ່ງນີ້ກໍ່ເຮັດໃຫ້ ຕະຫຼາດນັດຍາມຄ່ຳຄືນຊານທ່າງເພີ່ມຄວາມດູດດື່ມຫຼາຍຂຶ້ນ”.

        ຕະຫຼາດຊານທ່າງກໍ່ແມ່ນ ຄວາມງາມທາງດ້ານວັດທະນະທຳທີ່ເປັນເອກະລັກສະເພາະຂອງປະຊາຊົນບັນດາເຜົ່າຢູ່ເຂດພູສູງຍ້ອນວ່າເຂົາເຈົ້າມາຕະຫຼາດນັດບໍ່ພຽງແຕ່ນຳສິນຄ້າມາຂາຍເທົ່ານັ້ນ ຫາກຍັງນຳຄວາມງາມຄວາມເປັນເອກະລັກສະເພາະຂອງເຜົ່າຕົນມາສູ່ຕະຫຼາດນັດອີກດ້ວຍ. ຕະຫຼາດນັດຊານທ່າງບໍ່ພຽງແຕ່ ແມນສະຖານທີ່ພົບປະແລກປ່ຽນຊື້ຂາຍສິນຄ້າເທົ່ານັ້ນຫາກຍັງປະກອບສ່ວນອະນຸລັກຮັກສາເສີມຂະຫຍາຍຄຸນຄ່າວັດທະນະທຳອັນເປັນ ປະເພນີຂອງວົງຄະນະຍາດບັນດາເຜົ່າອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ