ກອນຕູມ - ສະຖານທີ່ທ່ອງທ່ຽວ, ຄົ້ນຫາວັດທະນະທຳມີ່ດູດດື່ມ

(VOVWORLD) -ແຂວງກອນຕູມນອນຢູ່ທາງທິດເໜືອຂອງເຂດເຕິຍງວຽນມີເນື້ອທີ່ສ່ວນໃຫຍ່ທາງກ້ຳຕາເວັນຕົກຂອງສາຍພູຫຼວງ. ນີ້ແມ່ນແຂວງທີ່ມີເນື້ອທີ່ນ້ອຍທີສອງຢູ່ເຂດເຕິຍງວຽນດ້ວຍພູມມີສັນຖານຕົ້ນຕໍແມ່ນພູຜາ, ເຂດພູພຽງສະຫຼັບກັບບາງເຂດພື້ນທີ່ຕ່ຳ,  ດັ່ງນັ້ນກອນຕູມກໍ່ມີທັດຊະນີຍະພາບຫຼາຍຮູບຫຼາຍສີແລະອຸດົມສົມບູນພ້ອມກັບອາກາດເຢັນສະບາຍ. ປັດຈຸບັນກອນຕູມແມ່ນສະຖານທີ່ທ່ອງທ່ຽວທີ່ດີດ້ວຍຄວາມງາມທີ່ຮົກເຮື້ອ ເຂັ້ັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງບັນດາເຜົ່າຢູ່ແຫ່ງນີ້
ກອນຕູມ - ສະຖານທີ່ທ່ອງທ່ຽວ, ຄົ້ນຫາວັດທະນະທຳມີ່ດູດດື່ມ - ảnh 1ດ່ານຊາຍແດນສາກົນເບີ່ອີ ກໍ່ແມ່ນບໍລິເວນໃຈກາງໃນເຂດສາມຫຼ່ຽມຊາຍແດນລະຫວ່າງສາມປະເທດຫວຽດນາມ - ກຳປູເຈຍ - ລາວ

     ກອນຕູມມີອາກາດເຢັນສະບາຍຕະຫຼອດປີຖືກແບ່ງເປັນສອງລະດູນັ້ນແມ່ນລະດູຝົນແລະລະດູແລ້ງ. ໃນນັ້ນລະດູຝົນເລີ່ມແຕ່ເດືອນເມສາຫາເດືອນພະຈິກສ່ວນລະດູແລ້ງແມ່ນແຕ່ເດືອນທັນວາຫາເດືອນມີນາຂອງປີຕໍ່ໄປ. ແຕ່ລະລະດູກອນຕູມ ກໍ່ດຶງດູດແຂກທ່ອງທ່ຽວດ້ວຍຄວາມງາມທີ່ເປັນເອກະລັກສະເພາະ. ມາຢາມແຂວງກອນຕູມ ແຂກທ່ອງທ່ຽວຈະມີໂອກາດໄປຢ້ຽມຊົມຄົ້ນຫາບັນດາສະຖານທີ່ທ່ອງທ່ຽວທີລືຊື່ໃນ ນະຄອນກອນຕູມ. ນາງ ຟານທິຕູ໊ອວຽນ ຢູ່ນະຄອນກອນຕູມໃຫ້ຮູ້ວ່າ:

     “ໃຈກາງນະຄອນກໍ່ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງຄືສຳນັກສັງຄະລາດກອນຕູມ, ໂບດໂກ໊, ຂົວແຂວນກອນກະລໍ, ພ້ອມກັບສະຖານທີ່ທ່ອງທ່ຽວຕ່າງໆຄືບ້ານກອນເຢີດີຣີ, ບ້ານກອນກະຕູ.  ຈາກຂົວຂວນກອນກະລໍໄປຍັງໂບດໂກ໊ ແລະຢູ່ອ້ອມແອ້ມບັນດາໝູ່ບ້ານທ່ອງທ່ຽວກໍ່ຍັງມີຊາວເຜົ່າບານາດຳລົງຊີວິດຢ່າງຫຼວງຫຼາຍ.ບັນດາໝູ່ບ້ານທ່ອງທ່ຽວຕົ້ນຕໍແມ່ນພັດທະນາບັນດາກຸ່ມວັດທະນະທຳທີ່ເປັນເອກະລັກສະເພາະຂອງເຂດ ເຕິຍງວຽນເວົ້າລວມແລະກອນຕູມເວົ້າສະເພາະຍົກຕົວຢ່າງຄືເຮືອນຮ້ານ, ບັນດາເຍື່ອງອາຫານພິເສດ, ຂີ່ເຮືອບົນແມ່ນ້ຳດັກລາ”.

      ນອກຈາກບັນດາກິດຈະກຳ ສະຖາປັດຕະຍະກຳເປັນເອກະລັກທີ່ມີມານັບຮ້ອຍປີໃນນະຄອນ, ກອນຕູມ ຍັງມີສະຖານທີ່ຫຼາຍແຫ່ງອື່ນໆອີກທີ່ເປັນໜ້າຈັບໃຈຢູ່ບັນດາເມືອງຄື ເຂດສາມແຍກອິນດູຈີນຢູ່ຕາແສງເບີ່ອີເມືອງຫງອກໂຮ່ຍ,ໃນນັ້ນດ່ານຊາຍແດນສາກົນເບີ່ອີ ໃນເມືອງກໍ່ແມ່ນບໍລິເວນໃຈກາງໃນເຂດສາມຫຼ່ຽມຊາຍແດນລະຫວ່າງສາມປະເທດຫວຽດນາມ - ກຳປູເຈຍ - ລາວ, ຢູ່ເມືອງຊາເທີ່ຍກໍ່ແມ່ນຖານທີ່ໝັ້ນຂອງທະຫານເຂດເຕິຍງວຽນຫຼືເຂື່ອນໄຟຟ້ານ້ຳຕົກອີອາລີນອກຈາກນັ້ນເທດສະບານເມືອງມັງແດນຖືກອຸປະມາດັ່ງດ່າຫຼາດແຫງທີ່ສອງຢູ່ເຂດເຕິຍງວຽນແມ່ນໜຶ່ງໃນບັນດາສະຖານທີ່ພັກຜ່ອນທີ່ເປັນໜ້າຈັບໃຈຂອງແຂກທ່ອງທ່ຽວເມື່ອມາຢາມກອນຕູມ. ອ້າຍຫງວຽນດຶກແຢັງ ແຂກທ່ອງທ່ຽວມາຈາກນະຄອນໂຮ່ຈີມິນເປີດເຜີຍວ່າ:

     “ເມື່ອຂີ່ລົດເຂົ້າໄປ ມັງແດນ ຂ້າພະເຈົ້າເຫັນວ່າເສັ້ນທາງໄດ້ຮັບການກໍ່ສ້າງທີ່ງາມຕາແລະສອງຟາກແມ່ນປ່າແປກຂຽວອຸ່ມທຸ່ມຮູ້ສຶກເຢັນສະບາຍ. ຢູ່ ມັງແດນກໍ່ມີໜອງ 7 ແຫ່ງແລະ  3 ນ້ຳຕົກຕາດ…”

     ພ້ອມກັບການຄົ້ນຫາຄວາມງາມທີ່ຮົກເຮື້ອລຶກລັບຢູ່ເຂດພູຜາປ່າໄມ້ໃນແຂວງກອນຕູມແລ້ວ, ແຂກທ່ອງທ່ຽວຍັງຈະໄດ້ຄົ້ນຫາບັນດາຈຸດວັດທະນະທຳທີ່ເປັນເອກະລັກຂອງວົງຄະນາຍາດບັນດາເຜົ່າຢູ່ທ້ອງຖິ່ນໄດ້ຮັບຊົມການສະແດງຄ້ອງທີ່ມ່ວນຊື່ນພ້ອມກັບວາດຟ້ອນຊວາງຢູ່ອ້ອມກອງໄຟ ແລະ ໄດ້ຮັບການເລົ່າເລື່ອງຂອງເຈົ້າກົກເຈົ້າເຫຼົ່າໃນທ່າມກາງເຂດພູຜາປ່າໄມ້

       ປັດຈຸບັນຢູ່ຫຼາຍໝູ່ບ້ານໃນກອນຕູມ, ຊາວທ້ອງຖິ່ນພວມຜູກມັດການພັດທະນາການທ່ອງທ່ຽວກັບການອະນຸລັກ ແລະເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳເທື່ອລະກ້າວ. ຢູ່ຫຼາຍໝູ່ບ້ານໃນກອນຕູມກໍ່ລ້ວນແຕ່ສ້າງຕັ້ງກອງສິລະປະກອນດົນຕີຄ້ອງ, ຟ້ອນຊວາງເພື່ອທຳການສະແດງຮັບໃຊ້ແຂກທ່ອງທ່ຽວ, ມີການສະແດງຕ່ຳແຜ່ນແພພື້ນເມືອງຢູ່ສາລາບ້ານເພື່ອຮັບໃຊ້ແຂກທ່ອງອງທ່ຽວມາຢ້ຽມຊົມໂດຍກົງ. ເມື່ອບໍ່ດົນມານີ້ໝູ່ບ້ານ ວີເຣີແງວ ທີ່ເມືອງ ກອນປຣົງ ໄດ້ຮັບການຢັ້ງຢືນແມ່ນໝູ່ບ້ານທ່ອທ່ຽວຊຸມຊົນໄດ້ເລີ່ມຕ້ອນຮັບແຂກທ່ອງທ່ຽວມາພັກເຊົາແລະຄົ້ນຫາວັດທະນະທຳຂອງຊາວເຜົ່າເຊີດັງ. ທ່ານ ຟ້າມວັນຖັງ ຮອງປະທານຄະນະກຳມະການປະຊາຊົນເມືອງ ກອນປຣົງ ໃຫ້ຮູ້ວ່າ:

      “ພວກຂ້າພະເຈົ້າໄດ້ຂົນຂວາຍແຕ່ລະຄອບຄົວຟື້ນຟູບັນດາຄຸນຄ່າວັດທະນະທຳ. ພວກຂ້າພະເຈົ້າກໍ່ໄດ້ສ້າງແຕ່ລະກຸ່ມຄອບຄົວເພື່ອຂະຫຍາຍການປູກຜັກ; ລ້ຽງໄກ່, ເປັດ, ໝູ”.

      ໂດຍແມ່ນເຂດທີ່ມີມູນເຊື້ອປະຫວັດສາດທີ່ມີມາແຕ່ດົນນານ ພ້ອມກັບຄວາມເປັນເອກະລັກທາງດ້ານວັດທະນະທຳຂອງບັນດາເຜົ່າສ່ວນໜ້ອຍ ຖືກທຳມະຊາດດົນບັນດານດ້ວຍທິວທັດທີ່ຮົກເຮື້ອໃຫຍ່ໂຕມະໂຫຖານ ກອນຕູມ ພວມຄ່ອຍໆກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນແລະຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ