ກົນ​ດ໋າວ - ເກາະຢົກ​ຢູ່​ໃຕ້ສຸດ​ຂອງ​ປະ​ເທດ ຫວຽດ​ນາມ

(VOVWORLD) - ກົນດ໋າວ ແມ່ນເມືອງເກາະຂຶ້ນກັບແຂວງ ບ່າເຣ້ຍ - ຫວູງເຕົ່າ, ເຊິ່ງຫ່າງຈາກນະຄອນ ໂຮ່ຈີມິນປະມານ 230 ກິໂລແມັດ. ເມືອງເກາະແຫ່ງນີ້ມີເກາະນ້ອຍໃຫຍ່ທັງໝົດ 16 ແຫ່ງ, ໃນນັ້ນ, ເກາະໃຫຍ່ທີ່ສຸດແມ່ນ ກົນເຊີນ. ກົນດ໋າວ ຕິດພັນກັບປະຫວັດສາດທີ່ສະຫງ່າອົງອາດຂອງຊາດ ຫວຽດນາມ ໃນການຕໍ່ຕ້ານ ຕ້ານສັດຕູຜູ້ຮຸກຮານເພື່ອປົດປ່ອຍ ແລະ ປົກປັກຮັກສາປະເທດຊາດ, ບືນຕົວຂຶ້ນພັດທະນາເທື່ອລະກ້າວ.
ກົນ​ດ໋າວ - ເກາະຢົກ​ຢູ່​ໃຕ້ສຸດ​ຂອງ​ປະ​ເທດ ຫວຽດ​ນາມ - ảnh 1 ສວນອຸທິຍານແຫ່ງຊາດ ກົນດ໋າວ (ພາບ: TTXVN)
 
 

ກົນດ໋າວ ໄດ້ເປັນທີ່ຮູ້ຈັກກັນດີວ່າ ເປັນສະຫວັນແຫ່ງການທ່ອງທ່ຽວ ໄດ້ເລີ່ມຈາກ “ນາຮົກເມືອງຄົນ", ເຊິ່ງເປັນບ່ອນທີ່ເຄີຍກັກຂັງນັກຮົບປະຕິວັດ ຫວຽດນາມ ໃນປາງສົງຄາມຕ້ານແອກປົກຄອງຂອງລ່າເມືອງຂຶ້ນ ແລະ ຈັກກະພັດ ໃນສະໄໝແຕ່ກີ້. ປັດຈຸບັນ, ກົນດ໋າວ ໄດ້ຮັບການຈັດສັນກາຍເປັນເຂດທ່ອງທ່ຽວຊີວະພາບທະເລໝູ່ເກາະ ແລະ ວັດທະນະທຳປະຫວັດສາດທາງຈິດວິນຍານທີ່ມີຄຸນນະພາບສູງ, ເປັນເອກະລັກສະເພາະສົມກັບລະດັບພາກພື້ນ ແລະ ສາກົນ.

ບໍ່ພຽງແຕ່ໄດ້ດຶງດູດແຂກທ່ອງທ່ຽວດ້ວຍທັດສະນີຍະພາບທີ່ສວຍສົດງົດງາມທີ່ມີບັນດາຫາດຊາຍທະເລ ປາກະລັງ ຫຼາຍແຫ່ງ ພ້ອມດ້ວຍເຂດພູຜາປ່າໄມ້ທີ່ຂຽວອຸ່ມທຸ່ມ ເຊິ່ງໄດ້ປົກຄຸມໄປດ້ວຍຄື້ນ ແລະ ລົມທະເລນັ້ນ, ກົນດ໋າວ ຍັງດຶງດູດຄວາມສົນໃຈຈາກແຂກທ່ອງທ່ຽວ ຍ້ອນບັນດາອະນຸສອນສະຖານອີກດ້ວຍ. ໜຶ່ງໃນນັ້ນ ແມ່ນສະຖານທີ່ທີ່ບໍ່ອາດພາດເມື່ອມາຢາມດິນແດນແຫ່ງນີ້ ແມ່ນອະນຸສອນສະຖານ ຄ້າຍກັກຂັງ ກົນດ໋າວ.

“ຂ້າພະເຈົ້າມາ ກົນດ໋າວຫຼາຍເທື່ອແລ້ວ, ແຕ່ລະຄັ້ງລ້ວນແຕ່ມີຄວາມຮູ້ສຶກວ່າຈັບໃຈຫຼາຍ, ພິເສດແມ່ນທະເລຢູ່ນີ້ງາມຫຼາຍ, ທັດສະນີຍະພາບປະຖົມປະຖານລຽບງ່າຍ ແລະ ອາກາດກໍສົດໃປອດໂປ່ງຫຼາຍ”.

“ຂ້າພະເຈົ້າເຫັນວ່າ ພວກເຮົາມີຊີວິດໃນທຸກວັນນີ້ ກໍຍ້ອນວ່າທະຫານຫຼາຍໆຄົນໄດ້ເສຍສະຫຼະຊີວິດເພື່ອປົກປັກຮັກສາສັນຕິພາບໃຫ້ແກ່ປະເທດຊາດ. ຂ້າພະເຈົ້າມາ ກົນດ໋າວ ກໍເພື່ອຈູດທູບໃຕ້ທຽນອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢູ່ດິນແດນແຫ່ງນີ້”.

“ຂ້າພະເຈົ້າຮູ້ສຶກຕື້ນຕັນໃຈຫຼາຍ ເມື່ອໄດ້ຮັບຟັງບັນດາເລື່ອງລາວຂອງນັກຮົບວິລະຊົນທີ່ໄດ້ຕໍ່ສູ້ກູ້ຊາດ ເພື່ອໃຫ້ມີໃນວັນນີ້. ໂດຍແມ່ນຊາວໜຸ່ມຜູ້ໜຶ່ງ, ເມື່ອມາແຫ່ງນີ້ໄດ້ຊອກຮູ້ກ່ຽວກັບປະຫວັດສາດ, ຂ້າພະເຈົ້າເຫັນວ່າ ການເດີນທາງຄັ້ງນີ້ແມ່ນມີຄ່າທີ່ສຸດ”.

ກົນ​ດ໋າວ - ເກາະຢົກ​ຢູ່​ໃຕ້ສຸດ​ຂອງ​ປະ​ເທດ ຫວຽດ​ນາມ - ảnh 2ຄຸກກົນດ໋າວ ດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼາຍ (ພາບ: TTXVN)

ນອກຈາກນັ້ນແລ້ວ, ກົນດ໋າວ ຍັງມີອີກສະຖານທີ່ 2 ແຫ່ງທີ່ໄດ້ຮັບຖືວ່າແມ່ນບ່ອນສັກສິດ. ນັ້ນແມ່ນ, ຂຸມຝັງສົບຂອງນັກຮົບວິລະຊົນກຳລັງປະກອບອາວຸດ ຫວໍທິເຊົ໋າ ແລະ ຫໍບູຊາທ່ານນາງ ຟີອຽນ.

ໄລ່ມາຮອດເດືອນພະຈິກ 2023, ເມືອງກົນດ໋າວ ໄດ້ຕ້ອນຮັບແຂກທ່ອງທ່ຽວຫຼາຍກວ່າ 555.000 ເທື່ອຄົນ, ເພີ່ມຂຶ້ນກວ່າ 23% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນນັ້ນ ແຂກທ່ອງທ່ຽວຕ່າງປະເທດມີຈຳນວນກວ່າ 13.000 ເທື່ອຄົນ, ເພີ່ມຂຶ້ນເຖິງ 84% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ມີຫຼາຍຜະລິດຕະພັນທ່ອງທ່ຽວໃໝ່ໄດ້ຮັບການຜັນຂະຫຍາຍ, ຄື: ການຕັ້ງຄ້າຍຢູ່ເກາະຕ່າງໆທີ່ນອນໃນລະບົບຊີວະພາບຂອງສວນສາທາລະນະອຸທິຍານ ກົນດ໋າວ, ເປັນຕົ້ນແມ່ນ ດອນ ເບີຍແກ້ງ, ດອນ ແຈ, ດອນ ຈຶ໋ງ, ດອນ ຕ່າຍ... ແລ້ວໄປດຳນ້ຳຊົມປາກະລັງ, ຢ້ຽມຊົມພືດພັນ ແລະ ບັນດາວັດຖຸພັນທີ່ຫາຍາກຄື ຮັງນົກແອ່ນ, ເຕົ່າກະ, ເຕົ່າຫຍ້າ (ເຕົ່າທະເລ), ປີງທະເລ...ອີກດ້ວຍ.

ກົນ​ດ໋າວ - ເກາະຢົກ​ຢູ່​ໃຕ້ສຸດ​ຂອງ​ປະ​ເທດ ຫວຽດ​ນາມ - ảnh 3ສຸສານ ນັກຮົບວິລະຊົນ ຫວໍທິເຊົ໊າ ຢູ່ສວນສຸສານ ຮ່າງເຢືອງ, ບ່າເຣ້ຍ - ຫວູງເຕົາ (ພາບ: TTXVN)

ຢູ່ສວນອຸທິຍານແຫ່ງຊາດ ກົນດ໋າວ, ມີບັນດາວັດຖຸພັນຂອງຍຸກຫີນໃໝ່, ຍຸກກະທະທອງເຫຼືອງ (ກ່ອນນີ້ປະມານ 3000 ປີ) ພ້ອມດ້ວຍບັນດາຮ່ອງຮອຍຂອງວັດທະນະທຳ ຊາຮວິ່ງ ຂອງໄລຍະກ່ອນນີ້ເກືອບ 2000 ປີ, ກໍໄດ້ສ້າງຄວາມສົນໃຈເປັນພິເສດສະເພາະສຳລັບການເດີນທາງຄົ້ນຫາ ກົນດ໋າວ. ນອກຈາກນັ້ນ, ກົນດ໋າວ ຍັງມີຄວາມບົ່ມຊ້ອນດ້ານເສດຖະກິດທະເລທີ່ເປັນເອກະລັກ, ເຊິ່ງແມ່ນສະຖານທີ່ຫາປາທີ່ກວ້າງໃຫຍ່, ສະດວກແກ່ການບໍລິການພະລາທິການ, ສ້າງຮາກຖານປຸງແຕ່ງສິນໃນນ້ຳສົ່ງອອກ.  ທ່ານ ເລວັນຟອງ, ເລຂາພັກເມືອງ, ປະທານຄະນະກຳມະການປະຊາຊົນເມືອງ ກົນດ໋າວ ໃຫ້ຮູ້ວ່າ:

“ທັດສະນະຂອງທ້ອງຖິ່ນແມ່ນປົກປັກຮັກສາ ແລະ ເສີມຂະຫຍາຍ, ປັບປຸງບັນດາຄຸນຄ່າເຊິ່ງລຸ້ນພໍ່ລຸ້ນອ້າຍໄດ້ປະໄວ້ໃຫ້ຈົນເຖິງປັດຈຸບັນນີ້. ພ້ອມດຽວກັນນັ້ນ,  ກໍຜັນຂະຫຍາຍການພັດທະນາເສດຖະກິດ - ສັງຄົມ, ຫັນປ່ຽນໂຄງປະກອບສັງຄົມ ຈາກການເຮັດກະສິກຳ ໄປເຮັດການທ່ອງທ່ຽວ ແລະ ການບໍລິການ ເພື່ອຈຸດປະສົງ ເສີມຂະຫຍາຍ, ປົກປັກຮັກສາ ແລະ ຮັບປະກັນສິ່ງແວດລ້ອມ”.

ໂດຍແມ່ນ 1 ໃນ 21 ເຂດທ່ອງທ່ຽວລະດັບຊາດຂອງ ຫວຽດນາມ, ປັດຈຸບັນ ກົນດ໋າວ ໄດ້ຖືກຖືວ່າ ສະຫວັນແຫ່ງການພັກຜ່ອນຢ່ອນອາລົມ ແລະ ຄົ້ນຫາທຳມະຊາດສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ປີ 2011, ວາລະສານທ່ອງທ່ຽວຊື່ດັ່ງຂອງ ອັງກິດ  Lonely Planet ໄດ້ຄັດເລືອກ ກົນດ໋າວ ແມ່ນ 1 ໃນ 10 ໝູ່ເກາະທີ່ລຶກລັບມະຫັດສະຈັນ ແລະ ດີທີ່ສຸດໃນໂລກ. ໂດຍປະຕິບັດ ແຜນຜັງລວມກ່ຽວກັບການສ້າງ ກົນດ໋າວ ຮອດປີ 2030, ລັດຖະບານ ແລະ ແຂວງ ບ່າເຣ້ຍ ຫວູງເຕົ່າ ພວມມານະພະຍາຍາມສ້າງ ກົນດ໋າວ ເປັນເມືອງພັດທະນາຢ່າງກົມກຽວ ລະຫວ່າງການພັດທະນາເສດຖະກິດ ກັບການປົກປັກຮັກສາຮ່ອງຮອຍປະຫວັດສາດທາງດ້ານວັດທະນະທຳ, ປົກປັກຮັກສາລະບົບນິເວດ ປ່າ - ທະເລ, ຮັບປະກັນຄວາມສະຫງົບ - ປອດໄພຕາມທິດທັນສະໄໝ ແລະ ຍືນຍົງ./.

ຕອບກັບ

ຂ່າວ/ບົດ​ອື່ນ