ໄຂເວທີປາໄສສຽງເວົ້າອະນາຄົດ APEC 2017

(VOVWORLD) - ເວທີປາໄສສຽງເວົ້າອະນາຄົດ APEC 2017 ໄດ້ຖືກໄຂຂຶ້ນໃນວັນທີ 06 ພະຈິກ ຢູ່ນະຄອນ ດ່າໜັງ. 
ໄຂເວທີປາໄສສຽງເວົ້າອະນາຄົດ APEC 2017 - ảnh 1 ເວທີປາໄສສຽງເວົ້າອະນາຄົດ APEC 2017 (ພາບ: TTXVN)

ເວທີປາໄສໂດຍສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ສົມທົບກັບຄະນະເລຂາແຫ່ງຊາດ APEC 2017 ແລະ ຄະນະຈັດຕັ້ງສາກົນເວທີປາໄສສຽງເວົ້າອະນາຄົດ APEC ຈັດຕັ້ງຂັ້ນແຕ່ວັນທີ 05 – 11 ພະຈິກ 2017 ເນື່ອງໃນໂອກາດສັບປະດາຂັ້ນສູງ APEC 2017.

        ເວທີປາໄສສຽງເວົ້າອະນາຄົດ APEC 2017 ດ້ວຍຫົວຂໍ້ວ່າ “ສ້າງກຳລັງໜູນໃໝ່, ພ້ອມກັນເພີ່ມພູນຄູນສ້າງອະນາຄົດລວມ” ເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈຂອງຊາວໜຸ່ມກ່ຽວກັບບັນດາເປົ້າໝາຍ ແລະ ຈຸດປະສົງຂອງ APEC, ປະກອບສ່ວນເຂົ້າໃນການພົວພັນມິດຕະພາບ, ຄວາມສາມັກຄີ, ການຮ່ວມມືລະຫວ່າງຊາວໜຸ່ມບັນດາພື້ນຖານເສດຖະກິດ APEC; ຊຸກຍູ້ບົດບາດຂອງຊາວໜຸ່ມຢູ່ບັນດາພາກພື້ນ ໃນວິວັດການສ້າງອະນາຄົດລວມ “ສັນຕິພາບ, ສະຖຽນລະພາບ, ພັດທະນາ ແລະ ວັດທະນາຖາວອນ”.

ກ່າວຄຳເຫັນທີ່ວາລະໄຂ, ທ່ານ James Soh ປະທານຮ່ວມສະພາການນຳສຽງເວົ້າອະນາຄົດ APEC ເນັ້ນໜັກວ່າ : 

    “ ຫົວຂໍ້ : ສ້າງກຳລັງໜູນ, ພ້ອມກັນເພີ່ມພຸນຄູນສ້າງອະນາຄົດລວມ, ໂດຍແມ່ນພື້ນຖານເສດຖະກິດປະເທດເຈົ້າພາບເລືອກເຟັ້ນ ແມ່ນສອດຄ່ອງກັບລຸ່ນໜຸ່ມຂອງພາກພື້ນອາຊີ-ປາຊີຟິກ. ເມື່ອຊາວໜຸ່ມເສີມຂະຫຍາຍຫົວຄິດປະກິດສ້າງ, ຄວາມຂະຫຍັນຂັນເຄື່ອນ ແລະ ໄດ້ຮັບການລ້ຽງດູຢ່າງຖືກທິດ, ເຂົາເຈົ້າແມ່ນກຳລັງໜູນໃນອະນາຄົດຂອງແຕ່ລະປະເທດ. ເມື່ອໂລກນີ້ນັບມື້ນັບເຊື່ອຈອດເຂົ້າກັນ, ອະນາຄົດຂອງພວກເຮົາຈະປະສານເຂົ້ານຳກັນ. ບັນດາການນຳໜຸ່ມຂອງ 21 ພື້ນຖານເສດຖະກິດພາຄີຈະຕ້ອງ ສັງເກດວ່າ ພວກເຮົາມີອະນາຄົດລວມ ”

        ຄາດວ່າ ເວທີປາໄສຈະຮັບຮອງເອົາຖະແຫຼງການຊາວໜຸ່ມ APEC.

ຕອບກັບ

ຂ່າວ/ບົດ​ອື່ນ