ໄຂ​ບັນ​ດາ​ເຫດ​ການ​ວັດ​ທະ​ນະ​ທຳ, ທ່ອງ​ທ່ຽວ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຢູ່ຫຼາຍ​ທ້ອງ​ຖິ່ນ

(VOVWORLD) - ວັນທີ 27 ເມສາແມ່ນວັນທຳອິດຂອງຊຸມວັນພັກບຸນ 30 ເມສາ (ວັນປົດປ່ອນພາກໃຕ້ - 1 ພຶດສະພາ (ວັນກຳມະກອນາກົນ), ບັນດາທ້ອງຖິ່ນໄດ້ໄຂບັນຫາເຫດການວັດທະນະທຳ, ທ່ອງທ່ຽວທີ່ເປັນເອກະລັກສະເພາະເພື່ອຂ່ຳນັບຮັບຕ້ອນແຂກທ່ອງທ່ຽວ.
ໄຂ​ບັນ​ດາ​ເຫດ​ການ​ວັດ​ທະ​ນະ​ທຳ, ທ່ອງ​ທ່ຽວ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຢູ່ຫຼາຍ​ທ້ອງ​ຖິ່ນ - ảnh 1 ລາຍການຟ້ອນຖ້ວຍ ຢູ່ແຂວງ ບັກກ້ານ (ພາບ:VOV)

ຢູ່ແຂວງ ບັກກ້ານ ໄດ້ໄຂສັບປະດາວັດທະນະທຳ, ທ່ຽວ ບັກກ້ານ 2024 ດ້ວຍຈຸດເດັ່ນແມ່ນລາຍການສະແດງມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ ຟ້ອນຖ້ວຍ ຂອງຊາວເຜົ່າໄຕ່ ໂດຍນັກສິລະປະການ, ນັກສະແດງ ແລະ ບັນດານ້ອງນັກຮຽນ 1.000 ຄົນສະແດງ. ທ່ານ ຟ້າມຢຸຍຮຶງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ບັກກ້ານ, ໃຫ້ຮູ້ວ່າ:                         

ພວກຂ້າພະເຈົ້າຫວັງວ່າ, ຜ່ານສັບປະດາວັດທະນະທຳ, ກິລາ, ທ່ອງທ່ຽວປີ 2024 ຈະໂຄສະນາບັນດາຜະລິດຕະພັນການທ່ອງທ່ຽວຂອງແຂວງ ບັກກ້ານເຖິງແຂກທ່ອງທ່ຽວພາຍໃນ ແລະ ສາກົນເປັນຈຳນວນຫຼາຍ. ພວກຂ້າພະເຈົ້າກໍ່ສ້າງບັນດາມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງ ບັກກ້ານ ຄື ຟ້ອນຖ້ວຍ ຂອງຊາວເຜົ່າໄຕ່, ຂັບລີ ຂອງຊາວເຜົ່ານຸ່ງ ຢູ່ ຊວຍເຢືອງ... ກາຍເປັນຜະລິດຕະພັນທ່ອງທ່ຽວຮັບໃຊ້ແຂກທ່ອງທ່ຽວ ມາທ່ຽວ ບັກກ້ານ.

          ຢູ່ສະໜາມຫຼວງ ຫງວຽນເຕີດແທັ່ງ, ແຂວງ ຕວຽນກວາງ ໄດ້ຈັດພິທີໄຂປີທ່ອງທ່ຽວແຂວງ ຕວຽນກວາງ ປີ 2024. ປະຊາຊົນ ແລະ ແຂກທ່ອງທ່ຽວນັບພັນຄົນໄດ້ຮັບຊົມລາຍການສະແດງສິລະປະ “ຕວຽນກວາງ - ເຂດມໍລະດົກທີ່ເຫຼືອງເຫຼື້ອມ”.

          ໃນຂະນະນັ້ນ, ຢູ່ແທງຮ໋ວາ, ງານບຸນທ່ອງທ່ຽວທະເລ ຊ່ຳເຊີນ ປີ 2024 ໄດ້ໄຂຂຶ້ນຢ່າງເປັນທາງການ. ຈຸດໃໝ່ຂອງທ່ອງທ່ຽວ ຊ່ຳເຊີນ ປີນີ້ແມ່ນການເປີດສະຫຼອງສະໜາມຫຼວງ ທະເລ ສາມາດບັນຈຸກ່ວາ 10.000 ຄົນ, ສົມທົບກັບການນຳກຸ່ມລະຫຼິ້ນບັນເທິງ Sun World ຊ່ຳເຊີນ ດ້ວຍຂອບຂະໜາດໃຫຍ່ເຂົ້າເຄື່ອນໄຫວ.

ໄຂ​ບັນ​ດາ​ເຫດ​ການ​ວັດ​ທະ​ນະ​ທຳ, ທ່ອງ​ທ່ຽວ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຢູ່ຫຼາຍ​ທ້ອງ​ຖິ່ນ - ảnh 2ທ່ານ ເລວັນຕູ໊ - ປະທານຄະນະກຳມະການປະຊາຊົນນະຄອນ ເຊີ່ມເຊີນ, ແຂວງແທັງຮວ໊າ (ພາບ:VOV)

ຕອນຄ່ຳວັນທີ 27 ເມສາ, ຢູ່ສະໜາມ 2/4, ນະຄອນ ຍາຈາງ (ແຂວງ ແຄ໋ງຮ່ວາ), ໄດ້ຈັດລາຍການສະແດງ Jazz ສາກົນ ຄັ້ງທີ I - ຍາຈາງປີ 2024. ຄ່ຳຄືນໄຂດ້ວຍຫົວຂໍ້ “The Spotlight of Jazz” ໄດ້ເຕົ້າໂຮມ 100 ນັກສິລະປະການ, ນັກດົນຕີ, ວົງດົນຕີຂອງ ຫວຽດນາມ ແລະ ອາເມລິກາ, ສິງກະໂປ, ສ ເກົາຫຼີ ເຂົ້າຮ່ວມ.

ຕອບກັບ

ຂ່າວ/ບົດ​ອື່ນ