ໄຂກອງປະຊຸມສຸດຍອດວິສາຫະກິດ APEC 2017

(VOVWORLD) -  ນີ້ແມ່ນເຫດການທີ່ມີຂອບຂະໜາດໃຫຍ່ກ່ວາໝູ່ຂອງປະຊາຄົມວິສາຫະກິດພາກພື້ນອາຊີ-ປາຊີຟິກ. 
ໄຂກອງປະຊຸມສຸດຍອດວິສາຫະກິດ APEC 2017        - ảnh 1 ທ່ານປະທານປະເທດຫວຽດນາມເຈີນດ້າຍກວາງ ກ່າວຄຳເຫັນທີ່ກອງປະຊຸມ

ວາລະໄຂກອງປະຊຸມສຸດຍອດວິສາຫະກິດ APEC 2017 ( APEC CEO SUMIT 2017) ໄດ້ຖືກໄຂຂຶ້ນໃນຕອນບ່າຍວັນທີ 8 ພະຈິກ ຢູ່ດາໜັ້ງ. ນີ້ແມ່ນເຫດການທີ່ມີຂອບຂະໜາດໃຫຍ່ກ່ວາໝູ່ຂອງປະຊາຄົມວິສາຫະກິດພາກພື້ນອາຊີ-ປາຊີຟິກ. ກ່າວຄຳເຫັນໄຂເຫດການ, ທ່ານປະທານປະເທດຫວຽດນາມເຈີນດ້າຍກວາງ ເຊື່ອໝັ້ນວ່າ CEO SUMIT 2017 ຈະເປີດກາລະໂອກາດໃຫຍ່ເພື່ອຮ່ວມມື ແລະ ພັດທະນາ. ທ່ານປະທານປະເທດຫວຽດນາມເຈີນດ້າຍກວາງ ກ່າວວ່າ : (ເທບ)

    “ ພວກຂ້າພະເຈົ້າມີຄວາມຫວັງຢາກໃຫ້ປະຊາຄົມວິສາຫະກິດອາຊີ-ປາຊີຟິກ ພ້ອມກັບລັດຖະບານໃຫ້ບຸລິມະສິດຮັກສາທ່ວງທ່າຮ່ວມສຳພັນ ແລະ ຟື້ນຟູເສດຖະກິດທົ່ວໂລກ. ເສີມຂະຫຍາຍບົດບາດນຳໜ້າໃນການຫັນການຄ້າ ການລົງທຶນເປັນເສລີ, ສ້າງສຳເລັດເປົ້າໝາຍໂບໂກໃນປີ 2020, ຍູ້ແຮງການຮ່ວມມືພາກລັດ ແລະ ເອກະຊົນໃນການເພີ່ມທະວີການເຊື່ອມຕໍ່ຢ່າງຮອບດ້ານ ແລະ ກວມລວມ, ພັດທະນາພື້ນຖານໂຄງລ່າງ, ເຊື່ອມຕໍ່ບັນລະບົບສະໜອງ, ການຄ້າ ແລະ ການລົງທຶນລຸ່ນໃໝ່. ວິສາຫະກິດຄວນເພີ່ມທະວີການຮ່ວມມື ແລະ ໜູນຊ່ວຍບັນດາພື້ນຖານເສດຖະກິດລົງທຶນເຂົ້າຂົງເຂດການສຶກສາເພື່ອໃຫ້ຜູ້ອອກແຮງງານສາມາດປັບຕົວໃຫ້ແທດເໝາະກ່ວາ ແລະ ເຮັດໃຫ້ຫຼາຍຄົນສະໜັບສະໜູນການຄ້າເສລີກ່ວາ  ”

ຕອບກັບ

ຂ່າວ/ບົດ​ອື່ນ