ເວທີປາໄສອະທິການບໍດີບັນດາມະຫາວິທະຍາໄລ ອາຊີ - ປາຊີຟິກ

(VOVWORLD) - ດ້ວຍວາລະປຶກສາຫາລື 2 ຄັ້ງ, ມີຫົວຂໍ້ວ່າ “ພັດທະນາແບບຍືນຍົງ, ຂໍ້ມູນໃຫຍ່ ແລະ ບັນດາສິ່ງທ້າທາຍໃນພາກພື້ນ ອາຊີ - ປາຊີຟິກ” ແລະ “ບັນຫາກ່ຽວກັບວຽກເຮັດງານທຳໃນສັງກາດເສດຖະກິດ ດີຈີຕອນ ແລະ ພຸມປັນຍາທຽມ”
ເວທີປາໄສອະທິການບໍດີບັນດາມະຫາວິທະຍາໄລ ອາຊີ - ປາຊີຟິກ - ảnh 1 ເວທີປາໄສ ຈັ້ດຕັ້ງໃນວັນທີ 8 ພະຈິກ

ໃນຂອບເຂດສັບປະດາຂັ້ນສູງ APEC ຢູ່ນະຄອນ ດ່ານັ້ງ, ວັນທີ 8 ພະຈິກ, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ສົມທົບກັບສະຫະສະມາຄົມບັນດາມະຫາວິທະຍາໄລພາກພື້ນ ອາຊີ - ປາຊີຟິກ (APRU) ແລະ ບັນດາອະນຸກຳມະການຂອງຄະນະກຳມະການແຫ່ງຊາດ APEC 2017 ຈັດຕັ້ງເວທີປາໄສ ອະທິການບໍດີ ບັນດາມະຫາວິທະຍາໄລ ອາຊີ - ປາຊີຟິກ ດ້ວຍຫົວຂໍ້ວ່າ “ການປະຕິວັດອຸດສາຫະກຳ 4.0”.

        ເວທີປາໄສດ້ວຍການເຂົ້າຮ່ວມຂອງທ່ານ Christopher Tremewan, ທ່ານເລຂາທິການໃຫຍ່ສະຫະສະມາຄົມບັນດາມະຫາວິທະຍາໄລພາກພື້ນ ປາຊີຟິກ, ມີຜູ້ແທນເກືອບ 60 ທ່ານມາຈາກບັນດາມະຫາວິທະຍາໄລ, ວິສາຫະກິດ ແລະ ອົງການຄຸ້ມຄອງລັດໃນພາກພື້ນ.

        ດ້ວຍວາລະປຶກສາຫາລື 2 ຄັ້ງ, ມີຫົວຂໍ້ວ່າ “ພັດທະນາແບບຍືນຍົງ, ຂໍ້ມູນໃຫຍ່ ແລະ ບັນດາສິ່ງທ້າທາຍໃນພາກພື້ນ ອາຊີ - ປາຊີຟິກ” ແລະ “ບັນຫາກ່ຽວກັບວຽກເຮັດງານທຳໃນສັງກາດເສດຖະກິດ ດີຈີຕອນ ແລະ ພຸມປັນຍາທຽມ”, ເວທີປາໄສອະທິການບໍດີ ມະຫາວິທະຍາໄລ APEC ສ້າງກາລະໂອກາດໃຫ້ບັນດາການນຳບັນດາມະຫາວິທະຍາໄລ, ວິສາຫະກິດ ແລະ ບັນດານັກວາງນະໂຍບາຍຈາກບັນດາພື້ນຖານເສດຖະກິດສະມາຊິກ APEC ໄດ້ພົບປະ, ແບ່ງປັນບົດຮຽນຄຸ້ມຄອງມະຫາວິທະຍາໄລໃນສະພາບການສຶກສາມະຫາວິທະຍາໄລພາກພື້ນ ແລະ ໂລກ ພວມຢື່ນຕໍ່ໜ້າຄວາມຮຽກຮ້ອງຕ້ອງການໃໝ່ເພື່ອຮັບມືກັບການປ່ຽນແປງຂອງໂລກໂດຍການປະຕິວັດອຸດສາຫະກຳຄັ້ງທີ 4 ນຳມາໃຫ້.

ຕອບກັບ

ຂ່າວ/ບົດ​ອື່ນ