ເຢຍ​ລະ​ມັນ ເນັ້ນ​ໜັກ​ເຖິງ​ຄຳ​ໝັ້ນ​ສັນ​ຍາ ປະ​ຕິ​ບັດ​ພາ​ລະ​ກິດ​ແຫ່ງ​ການ​ປ້ອງ​ກັນລວມ​ຂອງ NATO

(VOVWORLD) - ທ່ານນາຍົກລັດຖະມົນຕີ Olaf Scholz ໃຫ້ຮູ້ວ່າ ເຢຍລະມັນ ພວມລົງທຶນຢ່າງແຮງເພື່ອແນໃສ່ຍົກສູງຄວາມສາມາດໃນການປ້ອງກັນຕົວ, ກໍ່ຄືປະຕິບັດພາລະກຳໃນຂົງເຂດການເຄື່ອນໄຫວປ້ອງກັນລວມຂອງ NATO ໃຫ້ເປັນຢ່າງດີ.
ເຢຍ​ລະ​ມັນ ເນັ້ນ​ໜັກ​ເຖິງ​ຄຳ​ໝັ້ນ​ສັນ​ຍາ ປະ​ຕິ​ບັດ​ພາ​ລະ​ກິດ​ແຫ່ງ​ການ​ປ້ອງ​ກັນລວມ​ຂອງ NATO - ảnh 1ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz (ພາບ: AFP/TTXVN)

ວັນທີ 6 ພຶດສະພາ, ໃນການເດີນທາງໄປຢ້ຽມຢາມ ລິດວາ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ໄດ້ເນັ້ນໜັກເຖິງການສະໜັບສະໜູນ ຕໍ່ບັນດາປະເທດ Baltic, ພ້ອມທັງຢັ້ງຢືນວ່າ Berlin ຈະມານະພະຍາຍາມປະຕິບັດພາລະກຳແຫ່ງການປ້ອງກັນລວມຂອງ ອົງການສົນທິສັນຍາອັດລັງຕິກເໜືອ (NATO) ໃຫ້ເປັນຢ່າງດີ. ຖະແຫຼງການ ພາຍຫຼັງການເຈລະຈາ ກັບທ່ານ Gitanas Nauseda ປະທານາທິບໍດີ ລິດວາ, ຢູ່ເຂດຝືກອົບຮົບການທະຫານ Pabrade, ທ່ານນາຍົກລັດຖະມົນຕີ Olaf Scholz ໃຫ້ຮູ້ວ່າ ເຢຍລະມັນ ພວມລົງທຶນຢ່າງແຮງເພື່ອແນໃສ່ຍົກສູງຄວາມສາມາດໃນການປ້ອງກັນຕົວ, ກໍ່ຄືປະຕິບັດພາລະກຳໃນຂົງເຂດການເຄື່ອນໄຫວປ້ອງກັນລວມຂອງ NATO ໃຫ້ເປັນຢ່າງດີ. ປັດຈຸບັນ, ລັດຖະບານ ເຢຍລະມັນ ໄດ້ ສ້າງກອງທຶນພິເສດ ທີ່ມີມູນຄ່າ 107,8 ຕື້ USD ແລະ ສ້າງບັນດາໃບສັ່ງຊື້ສິນຄ້າ ດ້ານປ້ອງກັນຊາດໃໝ່ໂດຍໄວ. ໃນໄລຍະຍາວ, ບັນດາບ້ວງເງິນລົງທຶນ ໃຫ້ແກ່ກອງທັບ ເຢຍລະມັນ ຈະກວມເອົາ 2% ຍອດຜະລິດຕະພັນພາຍໃນ (GDP) ປະຈຳປີ ຂອງປະເທດນີ້, ຊ່ວຍເຢຍລະມັນ ຕອບສະໜອງບັນດາເປົ້າໝາຍລວມຂອງ NATO, ກໍ່ຄືໜູນຊ່ວຍຄວາມສາມາດໃນການປ້ອງກັນຂອງ  NATO ໃນໄລຍະຍາວ. ປັດຈຸບັນ ເຢຍລະມັນ ແລະ ລິດວາ ພວມຕັ້ງໜ້າກະກຽມໃຫ້ແກ່ເລື່ອງ ກອງທັບເຢຍລະມັນ ຕັ້ງຖານທັບປະຈຳ ຢູ່ ລິດວາ.

ຕອບກັບ

ຂ່າວ/ບົດ​ອື່ນ