ເພີ່ມທະວີການຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ສະຫະພັນລັດເຊຍ

ເພີ່ມທະວີການຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ສະຫະພັນລັດເຊຍ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ
ແລະ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະພັນລັດເຊຍ S.Larvrov)

(vovworld) - ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຫວຽດນາມ, ວັນ​ທີ 16/04, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະພັນລັດເຊຍ S.Larvrov ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ. ສອງ​ຝ່າຍ​ໄດ້​ເຫັນ​ດີ​ຫຼາຍ​ມາດ​ຕະການ​ເພີ່ມ​ທະວີ​ການ​ຮ່ວມ​ມື 2 ຝ່າຍ ​ໃນ​ທຸກ​ຂົງ​ເຂດ, ພ້ອມ​ທັງ​ແລກປ່ຽນ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

        ທີ່​ການ​ເຈລະຈາ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ S.Larvrov ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ໄດ້​ຕີ​ລາຄາ​ວ່າ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ - ສະຫະພັນ​ລັດ​ເຊຍ ພວມ​ພັດທະນາ​ຢ່າງ​ຕັ້ງໜ້າ, ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ລ້ວນ​ແຕ່​ໄດ້​ຮັບ​ການ​ຍູ້​ແຮງ. ​ເຖິງ​ຢ່າງ​ໃກກໍ່ຕາມ, 2 ຝ່າຍ​ກໍ່​ຖື​ວ່າ ໝາກຜົນ​ທີ່​ບັນລຸ​ໄດ້​ບໍ່​ທັນ​ເໝາະ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ຄວາມ​ຕ້​ອງການ​ຂອງ 2 ປະ​ເທດ, ຄວນ​ໄດ້​ຮັບ​ການ​ຊຸກຍູ້ກວ່າ​ອີກ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ S.Larvrov ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ກໍ່​ເຫັນ​ດີ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຕ່າງໆ ​ເພື່ອ​ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ສະຫະພັນ​ລັດ​ເຊຍ ​ໃນ​ປີ 2015.

        ພາຍຫຼ​ັງການ​ເຈ​ລະ​ຈາ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ S.Larvrov ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ໄດ້​ລົງ​ນາມ​ໃນ​ແຜນການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ - ສະຫະພັນລັດ​ເຊຍ ​ ໄລຍະ 2015 – 2016.

        ຕອບຄຳ​ຖານກ່ຽວ​ກັບ​ບັນດາ​​ແຜນການ​ລະອຽດ​ຈະ​ຜັນ​ຂະຫຍາຍ​ໃນ​ໄລຍະ​ຈະ​ມາ​ເຖິງ​ເພື່ອ​ຊຸກຍູ້​ການຮ່ວມ​ມື​ລະຫວ່າງ ຫວຽດນາມ - ສະຫະພັນລັດ​ເຊຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ໃຫ້​ຮູ້​ວ່າ.

        “​ແຜນການ​ຮ່ວມ​ມື​ລະຫວ່າງ 2 ກະຊວງ​ການ​ຕ່າງປະ​ເທດ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ໃນ​ການ​ຢ້ຽມຢາມ​ຂັ້ນ​ສູງ​ຂອງ​ການ​ນຳ 2 ປະ​ເທດ. ​ໂດຍ​ລະອຽດ, ກ່ຽວ​ກັບ​ທາງ​ດ້ານ​ການ​ເມືອງຈະ​ຜັນ​ຂະຫຍາຍ​ການ​ຢ້ຽມຢາມ​ຂັ້ນ​ສູງ​ໃນ​ປີ 2014. ທາງ​ດ້ານ​ເສດຖະກິດ​ການ​ຄ້າ, ​ເພື່ອ​ຊຸກຍູ້​ການ​ຄ້າ, 2 ຝ່າຍ​ຈະ​ຕັ້ງໜ້າ​ເພື່ອ​ລົງ​ນາມ​ໃນ FTA ພັນທະ​ມິດ​ພາສີ​, ກໍ່​ຄື​ພິຈາລະນາ​ເລື່ອງ​ລົງ​ນາມ​ໃນ​ສັນຍາ​ຕ່າງໆ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ຂະອອກ​ຂະ​ເຂົ້າລະຫວ່າງ​ຫວຽດນາມ - ລັດ​ເຊຍ”.

        ສ່ວນ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ S.Larvrov ກໍ່​ຢືນຢັນ​ວ່າ ລັດ​ເຊຍ ສະໜັບສະໜູນ​ເລື່ອງ​ຜັນ​ຂະຫຍາຍ​ການສະ​ເຫຼີມສະ​ຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ໃນ​ປີ 2015. ກ່ຽວ​ກັບ​ບັນຫາ​ພາກ​ພື້ນ ​ແລະ ສາກົນ, ລັດ​ເຊຍ ຕີ​ລາຄາ​ສູງ​ບົດບາດ​ຕັ້ງໜ້າ​ຂອງ​ຫວຽດນາມ ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ອາ​ຊຽນ, ພາກ​ພື້ນ ​ແລະ ສາກົນ ​ແລະ ສະ​ເໜີ​ຫວຽດນາມ ສືບ​ຕໍ່​ເປັນ​ຂົວ​ຕໍ່​ໃຫ້​ແກ່​ການ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ລັດ​ເຊຍ - ອາຊຽນ ​ແລະ ອົງການ​ຕ່າງໆ​ໃນ​ພາກ​ພື້ນ.

        “ລັດ​ເຊຍ ​ແລະ ຫວຽດນາມ ມີ​ທັດສະນະ​ຮ່ວມ​ໃນ​ຫຼາຍ​ບັນຫາ​ພາກ​ພື້ນ ​ແລະ ສາກົນ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ໃນ​ສະຫະ​ປະຊາ​ຊາດ. ລັດ​ເຊຍ ສະ​ໜັບສະ​ໜູນ​ບົດບາດ​ຕັ້ງໜ້າ, ​ເປັນ​ເຈົ້າພາ​ທາງ​ຂອງ​ຫວຽດນາມ ​ໃນ​ອາ​ຊຽນ ກໍ່​ຄື​ບົດບາດ​ຂອງ​ອາ​ຊຽນ ​ໃນ​ການ​ສ້າງ​ໂຄງ​ປະກອບ​ພາກ​ພື້ນ​ໃໝ່”.

ຂ່າວ/ບົດ​ອື່ນ