ຮັບປະກັນຊີວິດສັງຄົມໃຫ້ແກ່ຄົນພິການໃນໄລຍະເກີດ ແລະ ຫລັງໂລກລະບາດໂຄວິດ-19

(VOVWORLD) - ຕອນເຊົ້າວັນທີ 18 ທັນວາ, ເວທີປາໄສຄົນພິການ ອາຊຽນ 2020 ດ້ວຍຫົວຂໍ້ວ່າ “ຮັບປະກັນຊີວິດສັງຄົມໃຫ້ແກ່ຄົນພິການໃນໄລຍະເກີດ ແລະ ຫລັງໂຄວິດ-19” ເຊິ່ງໄດ້ຈັດຕັ້ງຕາມຮູບການອອນລາຍ. 
ຮັບປະກັນຊີວິດສັງຄົມໃຫ້ແກ່ຄົນພິການໃນໄລຍະເກີດ ແລະ ຫລັງໂລກລະບາດໂຄວິດ-19 - ảnh 1 ເວທີປາໄສຄົນພິການ ອາຊຽນ 2020 (ພາບ: TTXVN)

  ນີ້ແມ່ນເຫດການທີ່ນອນໃນບັນດາການເຄື່ອນໄຫວຂອງປີປະທານອາຊຽນ 2020 ຂອງຫວຽດນາມ ແລະ ກໍ່ແມ່ນໜຶ່ງໃນຄວາມມານະພະຍາຍາມຂອງປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ ແນໃສ່ຮັບມືກັບໂລກລະບາດໂຄວິດ-19. ທີ່ເວທີປາໄສ, ບັນດາຜູ້ແທນໄດ້ແບ່ງປັນບົດຮຽນ ແລະ ແລກປ່ຽນກ່ຽວກັບບັນດາມາດຕະການ ແນໃສ່ຫລຸດຜ່ອນຜົນກະທົບຈາກໂລກລະບາດໂຄວິດ-19 ທີ່ມີຕໍ່ຄົນພິການ; ເຫັນດີເປັນເອກະພາບຕໍ່ບັນດາຂໍ້ສະເໜີ, ຂໍ້ລິເລີ່ມທີ່ໄດ້ຍົກອອກມາ ແນໃສ່ໜູນຊ່ວຍຄົນພິການເຊື່ອມຕົວເຂົ້າໃນທຸກດ້ານຂອງຊີວິດການເມືອງ - ສັງຄົມ; ໜູນຊ່ວຍຄົນພິການ ບໍ່ພຽງແຕ່ເປັນການບັນລຸເປົ້າໝາຍທີ່ໄດ້ຮັບການປົກປ້ອງ ແລະ ຄວາມສົນໃຈເທົ່ານັ້ນ ຫາກຍັງແມ່ນບັນດາສະມາຊິກເປັນເຈົ້າການ ແລະ ຕັ້ງໜ້າ, ເພີ່ມທະວີບົດບາດເປັນເຈົ້າການຂອງເຂົາເຈົ້າ ໃນການສະກັດກັ້ນໂຄວິດ-19 ກໍ່ຄືຟື້ນຟູຫລັງໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ