ອາ​ເມ​ລິ​ກາ ແລະ ອາ​ຣັບ​ບີ ຊະ​ອຸ​ດິ ​ໃກ້​ຈະ​ເຮັດ​ສຳ​ເລັດ​ຂໍ້​ຕົກ​ລົງ​ຄວາມ​ໝັ້ນ​ຄົງ​ກ່ຽວ​ກັບ​ການ​ຫັນ​ການ​ພົວ​ພັນ​ກັບ ອິດ​ສະ​ຣາ​ແອັນ ເປັນ​ປົກ​ກະ​ຕິ

(VOVWORLD) - ຂໍ້ຕົກລົງຄວາມໝັ້ນຄົງລະຫວ່າງ Riyadh ແລະ ວໍຊິງຕັນ ກ່ຽວກັບການຫັນການພົວພັນລະຫວ່າງ ອາຣັບບີ ຊະອຸດິ ແລະ ອິດສະຣາແອັນ ເປັນປົກກະຕິໃກ້ຈະເຮັດສຳເລັດແລ້ວ.
ອາ​ເມ​ລິ​ກາ ແລະ ອາ​ຣັບ​ບີ ຊະ​ອຸ​ດິ ​ໃກ້​ຈະ​ເຮັດ​ສຳ​ເລັດ​ຂໍ້​ຕົກ​ລົງ​ຄວາມ​ໝັ້ນ​ຄົງ​ກ່ຽວ​ກັບ​ການ​ຫັນ​ການ​ພົວ​ພັນ​ກັບ ອິດ​ສະ​ຣາ​ແອັນ ເປັນ​ປົກ​ກະ​ຕິ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອາຣັບບີ ຊະອຸດິ  Faisal bin Farhan (ພາບ: AFP/ TTXVN)

ວັນທີ 29 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ອາຣັບບີ ຊະອຸດິ Faisal bin Farhan ຖະແຫຼງວ່າ ຂໍ້ຕົກລົງຄວາມໝັ້ນຄົງລະຫວ່າງ Riyadh ແລະ ວໍຊິງຕັນ ກ່ຽວກັບການຫັນການພົວພັນລະຫວ່າງ ອາຣັບບີ ຊະອຸດິ ແລະ ອິດສະຣາແອັນ ເປັນປົກກະຕິໃກ້ຈະເຮັດສຳເລັດແລ້ວ. ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ກໍໄດ້ຢັ້ງຢືນຂໍ້ມູນດັ່ງກ່າວ ເມື່ອກ່າວຄຳເຫັນໃນຂອບເຂດເວທີປາໄສເສດຖະກິດໂລກ (WEF) ຢູ່ Riyadh. ຂໍ້ຕົກລົງຫັນການພົວພັນລະຫວ່າງ ອາຣັບບີ ຊະອຸດິ ແລະ ອິດສະຣາແອັນ ເປັນປົກກະຕິ ແມ່ນແຜນການທີ່ມີການເຂົ້າຮ່ວມຂອງ ອາເມລິກາ, ໃນນັ້ນ ວໍຊິງຕັນ ໄດ້ໃຫ້ຄຳໝັ້ນສັນຍາຮ່ວມມືກັບ Riyadh ກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ນິວເຄຼຍ ເພື່ອແລກເອົາເລື່ອງຫັນການພົວພັນເປັນປົກກະຕິ, ບັນດາປະເທດ ອາຣັບ ແລະ ວໍຊິງຕັນ ກໍຊຸກຍູ້ ອິດສະຣາແອັນ ເຫັນດີຕໍ່ນະໂຍບາຍກ່ຽວກັບ ລັດ ປາແລັດສະຕິນ, ເຊິ່ງທ່ານນາຍົກລັດຖະມົນຕີ Netanyahu  ໄດ້ປະຕິເສດເປັນຫຼາຍຄັ້ງແລ້ວນັ້ນ.

        ກ່ຽວຂ້ອງເຖິງການປະທະກັນລະຫວ່າງ ຮາມາດສ ແລະ ອິດສະຣາແອັນ, ທ່ານລັດຖະມົນຕີ ການຕ່າງປະເທດ ອາເມລິກາ Antony Blinken ໄດ້ຖະແຫຼງນະໂຍບາຍການຕ່າງປະເທດ ໄດ້ສະກັດກັ້ນການເພີ່ມຄວາມເຄັ່ງຕຶງໃນພາກພື້ນ ນັບແຕ່ເມື່ອເກີດການປະທະກັນຢູ່ເຂດ ກາຊາ, ນັບທັງພາຍຫຼັງບັນດາການປະທະກັນລະຫວ່າງ ອີຣານ ແລະ ອິດສະຣາແອັນ ທີ່ດຳເນີນຢ່າງເປີດເຜີຍແບບບໍ່ເຄີຍມີມາກ່ອນ ໃນຕົ້ນເດືອນນີ້.


ຕອບກັບ

ຂ່າວ/ບົດ​ອື່ນ