ອາເມລິກາ ແລະ ຈີນ ເຫັນດີຊຸກຍູ້ການປອດອາວຸດນິວເຄຼຍໃນແຫຼມເກົາຫຼີ

ອາເມລິກາ ແລະ ຈີນ ເຫັນດີຊຸກຍູ້ການປອດອາວຸດນິວເຄຼຍໃນແຫຼມເກົາຫຼີ - ảnh 1
ທູດ​ພິ​ເສດ​ຈີນ ຜູ້​ຮັບ​ຜິດ​ຊອບ​ບັນດາ​ບັນຫາ​ໃນ​ແຫຼມ​ເກົາ​ຫຼີ ວູຕາຍ​ອວຍ
​ພົບ​ປ​ະກັບ​ທູດ​ພິ​ເສດ Davies
(ພາບ: Reuters)


(vovworld) - ການ​ເຈລະຈາ​ລະຫວ່າງ​ອາ​ເມ​ລິ​ກາ ​ແລະ ຈີນ ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ໃນ​​ແຫຼມ​ເກົາຫຼີ ຖືກ​ດຳ​ເນີນ​ໄປ​ບົນ​ຈິດ​ໃຈ​ສ້າງສັນ ​ແລະ ບັນ​ລຸ​ປະສິດທິ​ຜົນ. ນີ້​ແມ່ນ​ຄຳ​ຖະ​ແຫຼງຂອງ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ເມື່ອ​ວັນ​ທີ 15/04, ພາຍຫຼັງ​ການ​​ແລກປ່ຽນ​ຕ່າງໆຂ​ອ​ງ​ວົງ​ການ​ເຈົ້າ​ໜ້າ​ທີ່ 2 ປະ​ເທດ​ຢູ່ສຳນັກ​ຂອງ​ຄະນະ​ຜູ້ຕາງໜ້າ ອາ​ເມ​ລິ​ກາ​ປະຈຳ​ສະຫະ​ປະຊາຊາດ, ຢູ່​ນິວຢອກ.

        ຕາມ​ຄຳ​ຖະ​ແຫຼ​ງດັ່ງກ່າວ, ທູດ​ພິ​ເສດ​ຈີນ ຜູ້​ຮັບ​ຜິດ​ຊອບ​ບັນດາ​ບັນຫາ​ໃນ​ແຫຼມ​ເກົາ​ຫຼີ ວູຕາຍ​ອວຍ ຈະ​ສືບ​ຕໍ່​ພົບ​ປ​ະກັບ​ທູດ​ພິ​ເສດ Davies ​ແລະ ບັນດາ​ເຈົ້າ​ໜ້າ​ທີ່​ອື່ນ​ໆຂອງ​ອາ​ເມ​ລິ​ກາ ຢູ່​ນະຄອນຫຼວງ ວໍ​ຊິງ​ເຕີນ ​ໃນ​ວັນ​ທີ 18/04 ຈະ​ມາ​ເຖິງ. ​ໃນ​ຂະນະ​ນັ້ນ, ​ໃນ​ອາທິດ​ໜ້າ, ຄາດ​ວ່າ ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ຈະ​ມີ​ການ​ຢ້ຽມຢາມ ຍີ່ປຸ່ນ ​ແລະ ສ.​ເກົາຫຼີ ​ໃນ​ລາຍການ​ໄປ​ປະຕິບັດ​ງານ​ຢູ່ອາຊີ. ຢູ່​ທີ່​ນີ້, ທ່ານ Obama ຈະ​ພ້ອມ​ກັບ​ການ​ນຳ 2 ປະ​ເທດ​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ຢູ່ສປປ.​ເກົາຫຼີ ​ຢ່າງເລິກ​ເຊິ່ງກວ່າອີກ.

        ກ່ອນ​ໜ້າ​ນັ້ນ, ​ໃນ​ວັນ​ດຽວ​ກັນ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ຄວາ​ຈວນ​ຢິງ ​ໄດ້​ກ່າວ​ເຕື່ອນ​ບັນດາຝ່າຍ​ຄວນຫຼີກ​ລ້ຽງບັນດາ​ການ​ກະທຳ​ທີ່ພາໃຫ້​ສະພາບ​ການຢູ່​ແຫຼມ​ເກົາຫຼີ ​​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ.

ຂ່າວ/ບົດ​ອື່ນ