ອາ​ເມ​ລິ​ກາ ລື່ນ​ກາຍ​ຈີນ ກາຍ​ເປັນ​ຄູ່​ຮ່ວມ​ມືດ້ານການ​ຄ້າ ໃຫຍ່​ທີ່​ສຸດ​ຂອງ ເຢຍ​ລະ​ມັນ

(VOVWORLD) - ທ່ານ Juergen Matthes ນັກຊ່ຽວຊານ ຂຶ້ນກັບ ສະຖາບັນ ເສດຖະກິດ ເຢຍລະມັນ (IW) ໃຫ້ຮູ້ວ່າ ວົງເງິນການນຳເຂົ້າສິນຄ້າຈາກ ຈີນ ຂອງເຢຍລະມັນ ໃນໄຕມາດທີ 1 ປີ 2024 ຫຼຸດລົງເກືອບ 12% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2023.
ອາ​ເມ​ລິ​ກາ ລື່ນ​ກາຍ​ຈີນ ກາຍ​ເປັນ​ຄູ່​ຮ່ວມ​ມືດ້ານການ​ຄ້າ ໃຫຍ່​ທີ່​ສຸດ​ຂອງ ເຢຍ​ລະ​ມັນ - ảnh 1ພາບປະກອບ: AFP/ TTXVN

ວັນທີ 9 ພຶດສະພາ, ອົງການສະຖິຕິ ເຢຍລະມັນ ໄດ້ປະກາດຂໍ້ມູນ ໃຫ້ຮູ້ວ່າ ຍອດວົງເງິນການຄ້າສອງສົ້ນຂອງ ເຢຍລະມັນ ກັບ ອາເມລິກາ ບັນລຸ 63 ຕື້ ເອີໂຣ (68 ຕື້ USD) ໃນໄລຍະນັບແຕ່ເດືອນ ມັງກອນ ຫາເດືອນ ມີນາປີ 2024, ໃນຂະນະນັ້ນ ຕົວເລກນີ້ ກັບ ຈີນພຽງແຕ່ຕ່ຳກ່ວາ 60 ຕື້ ເອີໂຣ (ເກືອບ 65 ຕື້ USD). ປີ 2023, ຈີນ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ເຢຍລະມັນ ໃນ8 ປີຢ່າງລຽນຕິດ, ດ້ວຍຍອດວົງເງິນການຄ້າບັນລຸ 253 ຕື້ ເອີໂຣ (ກ່ວາ 272 ຕື້ USD), ສູງກ່ວາອາເມລິກາ. ອະທິບາຍໃຫ້ແກ່ເຫດການນີ້, ທ່ານ Vincent Stamer ນັກຊ່ຽວຊານດ້ານເສດຖະກິດ ຂອງທະນາຄານ Commerzbank ຖືວ່າ ຈີນ ພວມນັບມື້ນັບຜະລິດສິນຄ້າທີ່ມີຄຸນນະພາບສູງກ່ວາດ້ວຍຕົນເອງ, ເຊິ່ງໃນເມື່ອກ່ອນມີແຕ່ນຳເຂົ້າຈາກ ເຢຍລະມັນ. ໄປຄຽງຄູ່ກັນນັ້ນ, ບັນດາບໍລິສັດ ເຢຍລະມັນ ກໍ່ພວມເພີ່ມທະວີການຜະລິດພາຍໃນປະເທດ ແທນທີ່ການສົ່ງອອກສິນຄ້າໄປຍັງ ຈີນ. ທ່ານ Juergen Matthes ນັກຊ່ຽວຊານ ຂຶ້ນກັບ ສະຖາບັນ ເສດຖະກິດ ເຢຍລະມັນ (IW) ໃຫ້ຮູ້ວ່າ ວົງເງິນການນຳເຂົ້າສິນຄ້າຈາກ ຈີນ ຂອງເຢຍລະມັນ ໃນໄຕມາດທີ 1 ປີ 2024 ຫຼຸດລົງເກືອບ 12% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2023, ໃນຂະນະທີ່ວົງເງິນສົ່ງອອກສິນຄ້າໄປຍັງຈີນ ກໍ່ຫຼຸດລົງກ່ວາ 1%.

ຕອບກັບ

ຂ່າວ/ບົດ​ອື່ນ