ອາ​ຊຽນ - ຈີນ ຊູກ​ຍູ້​ການ​ຮ່ວມ​ມື​ມິດ​ຕະ​ພາບ​ໃນ​ພາກ​ພື້ນ

(VOVWORLD) - ຈີນ ຖື ອາຊຽນ ເປັນສຳຄັນໃນບັນດາອົງການຮ່ວມມືລະດັບພາກພື້ນທີ່ປະສົບຜົນສຳເລັດທີ່ສຸດໃນໂລກ ແລະ ຕີລາຄາສູງຄວາມສຳຄັນຂອງ ສົນທິສັນຍາວ່າດ້ວຍໄມຕີຈິດ ແລະ ການຮ່ວມມືຢູ່ອາຊີຕາເວັນອອກສ່ຽງໃຕ້ (TAC) ໃນການຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຂອງພາກພື້ນ.
ອາ​ຊຽນ - ຈີນ ຊູກ​ຍູ້​ການ​ຮ່ວມ​ມື​ມິດ​ຕະ​ພາບ​ໃນ​ພາກ​ພື້ນ - ảnh 1ທ່ານເລຂາທິນຸການ ອາຊຽນ Kao Kim Hourn ກ່າວຄຳເຫັນທີ່ເວທີປາໄສ ຈາກາຕາ ກ່ຽວກັບການພົວພັນ ອາຊຽນ - ຈີນ (ພາບ: ASEAN)

ກ່າວຄຳເຫັນທີ່ພິທີໄຂເວທີປາໄສ ຈາກາຕາ ກ່ຽວກັບການພົວພັນ ອາຊຽນ - ຈີນ ດ້ວຍຫົວຂໍ້ “ສະເຫຼີມສະຫຼອງວັນ ຈີນ ເຂົ້າຮ່ວມສົນທິສັນຍາ TAC  ຄົບຮອບ 20 ປີ” ເຊິ່ງດຳເນີນໃນວັນທີ 22 ມິຖຸນາ, ຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ, ທ່ານ ໜຸງຢຸງ ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ຈີນ ໄດ້ແບ່ງປັນກ່ຽວກັບເນື້ອໃນສານອວຍພອນຂອງທ່ານລັດຖະມົນຕີການຕ່າງປະເທດ ສິນກາງ ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີ ແຫ່ງວັນຈີນເຂົ້າຮ່ວມສົນທິສັນຍາ TAC. ໃນສານອວຍພອນ, ທ່ານລັດຖະມົນຕີ ສິນກາງ ເນັ້ນໜັກວ່າ ນີ້ບໍ່ພຽງແຕ່ແມ່ນຂີດໝາຍສຳຄັນໃນການພົວພັນ ອາຊຽນ - ຈີນ ເທົ່ານັ້ນ ຫາກຍັງແມ່ນເຫດການທີ່ມີຄວາມໝາຍຢ່າງໃຫຍ່ຫຼວງສຳລັບທົ່ວພາກພື້ນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ