ອະດີດເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ ຕີລາຄາສູງແງ່ຫວັງແຫ່ງການຮ່ວມມື 2 ຝ່າຍ

(VOVWORLD) - ແຕ່ວັນທີ 08 – 09 ພະຈິກ, ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ຈະຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ
ອະດີດເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ ຕີລາຄາສູງແງ່ຫວັງແຫ່ງການຮ່ວມມື 2 ຝ່າຍ - ảnh 1 ອະດີດເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ ທ່ານ David Devine (ພາບ: TTXVN)

ກ່ອນທີ່ເຂົ້າຮ່ວມບັນດາການເຄື່ອນໄຫວໃນສັບປະດາຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2017.

        ເມື່ອໃຫ້ຂໍ້ສັງເກດກ່ຽວກັບການຢ້ຽມຢາມດັ່ງກ່າວ, ອະດີດເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ ທ່ານ David Devine ຖືວ່າ: ເຫດການນີ້ ຈະແມ່ນຂີດໝາຍສຳຄັນ ເປີດກາລະໂອກາດຮ່ວມມື ແລະ ສ້າງຂອບເຂດການພົວພັນ 2 ຝ່າຍເປັນປົກກະຕິ ມຸ່ງໄປເຖິງການສະເຫຼີມສະຫຼອງ 45 ປີແຫ່ງວັນ 2 ປະເທດສ້າງຕັ້ງການພົວພັນທາງການທູດໃນປີ 2018.

        ກ່ຽວກັບແງ່ຫວັງເປີດກ້ວາງການຮ່ວມມື 2 ຝ່າຍໃນໄລຍະຈະມາເຖິງ, ທ່ານ David ຖືວ່າ: ພ້ອມກັບເລື່ອງສືບຕໍ່ຍູ້ແຮງການຮ່ວມມືດ້ານການສຶກສາ ແລະ ກະສິກຳ, ການາດາ ແລະ ຫວຽດນາມ ອາດຈະຊຸກຍູ້ການຮ່ວມມືທາງດ້ານເຕັກໂນໂລຢີສູງ ເພືີ່ອຊ່ວຍສ້າງມູນຄ່າເພີ່ມ ໃຫ້ແກ່ພື້ນຖານເສດຖະກິດ ຫວຽດນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ