ອິນ​ໂດ​ເນ​ເຊຍ ປະ​ກາດແຜນ​ເຄື່ອນ​ໄຫວ​ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 42

(VOVWORLD) -ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42 ຖືກຈັດຂຶ້ນຢູ່ເທດສະບານເມືອງ Labuan Bajo, ແຂວງ Nusa Tenggara ຕາເວັນອອກ, ໂດຍມີການເຂົ້າຮ່ວມຂອງການນຳ 8 ປະເທດສະມາຊິກ, ພ້ອມກັບທ່ານເລຂາທິການໃຫຍ່ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ Timor – Leste. 
ອິນ​ໂດ​ເນ​ເຊຍ ປະ​ກາດແຜນ​ເຄື່ອນ​ໄຫວ​ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 42 - ảnh 1ທ່ານນາງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi  (ພາບ: AFP/TTXVN)

ວັນທີ 5 ພຶດສະພາ, ທ່ານນາງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi ໃຫ້ຮູ້ວ່າ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42 ຖືກຈັດຂຶ້ນຢູ່ເທດສະບານເມືອງ Labuan Bajo, ແຂວງ Nusa Tenggara ຕາເວັນອອກ, ໂດຍມີການເຂົ້າຮ່ວມຂອງການນຳ 8 ປະເທດສະມາຊິກ, ພ້ອມກັບທ່ານເລຂາທິການໃຫຍ່ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ Timor – Leste. ກ່າວຄຳເຫັນທີ່ການຖະແຫຼງຂ່າວ, ທ່ານນາງ Retno Marsudi  ໃຫ້ຮູ້ວ່າ ມຽນມາ ບໍ່ໄດ້ເຊື້ອເຊີນເຂົ້າຮ່ວມ ຕາມການຕົກລົງຂອງການນຳ ອາຊຽນ.

ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42 ຖືກດຳເນີນແຕ່ວັນທີ 10 – 11 ພຶດສະພາ ລວມມີ 8 ກອງປະຊຸມ, ໃນນັ້ນ ມີກອງປະຊຸມຄົບຄະນະ ແລະ ກອງປະຊຸມວົງແຄບ, ການພົບປະລະຫວ່າງບັນດາການນຳ ອາຊຽນ ກັບຜູ້ຕາງໜ້າສະພາລະຫວ່າງລັດຖະສະພາ ອາຊຽນ (AIPA), ສະພາທີ່ປຶກສາດ້ານດຳເນີນທຸລະກິດ ອາຊຽນ (ASEAN – BAC), ຜູ້ຕາງໜ້າຄົນລຸ້ນໜຸ່ມ ອາຊຽນ ແລະ ກຸ່ມຮັບຜິດຊອບຫົວເລື່ອງສະເພາະຂັ້ນສູງ ກ່ຽວກັບວິໄສທັດ ປະຊາຄົມ ອາຊຽນ ຫຼັງປີ 2025 (HLTF – ACV), ພ້ອມກັບກອງປະຊຸມສຸດຍອດ ສາມຫຼ່ຽມການເຕີບໂຕ ອິນໂດເນເຊຍ - ມາເລເຊຍ - ໄທ…


ຕອບກັບ

ຂ່າວ/ບົດ​ອື່ນ