ອິດ​ສະ​ລາ​ແອັນ ສືບ​ຕໍ່​ບຸກ​ໂຈມ​ຕີ Rafah ພາຍຫຼັງ ຮາ​ມາດ​ ປະ​ກາດ​ຍອມ​ຮັບ ຂໍ້​ຕົກ​ລົງ​ຢຸດ​ຍິງ

(VOVWORLD) - ທ່ານນາຍົກລັດຖະມົນຕີ Benjamin Netanyahu ຊີ້ແຈ້ງວ່າ ຄະນະລັດຖະບານ ຮັບຜິດຊອບ ສົງຄາມ ອິດສະລາແອັນ ໄດ້ຕັດສິນໃຈ ຈະສືບຕໍ່ບັນດາການເຄື່ອນໄຫວການທະຫານ ຢູ່ Rafah ເພື່ອກໍ່ຄວາມກົດດັນຕໍ່ ຮາມາດ, ເພື່ອແນໃສ່ຊຸກຍູ້ການປ່ອຍຕົວປະກັນ ແລະ ບັນລຸບັນດາເປົ້າໝາຍອື່ນໆ.
ອິດ​ສະ​ລາ​ແອັນ ສືບ​ຕໍ່​ບຸກ​ໂຈມ​ຕີ Rafah ພາຍຫຼັງ ຮາ​ມາດ​ ປະ​ກາດ​ຍອມ​ຮັບ ຂໍ້​ຕົກ​ລົງ​ຢຸດ​ຍິງ - ảnh 1ກອງປະຊຸມຂອງ ຄະນະລັດຖະບານ (ພາບ: AFP)

ວັນທີ 6 ພຶດສະພາ, ກອງທັບອິດສະລາແອັນ ໄດ້ເລີ່ມບຸກໂຈມຕີ ບັນດາເປົ້າໝາຍ ຢູ່ທາງທິດຕາເວັນອອກ ນະຄອນ Rafah ຢູ່ເຂດ Gaza, ພາຍຫຼັງ ສອງສາມ ຊົ່ວໂມງ ເມື່ອ ຮາມາດຖະແຫຼງຍອມຮັບຂໍ້ສະເໜີຢຸດຍິງຂອງ ບັນດາຜູ້ເປັນກາງໄກ່ເກ່ຍ ເອຢິບ ແລະ ກາຕາ.

ຖະແຫຼງການຈາກຫ້ອງວ່າການ, ທ່ານນາຍົກລັດຖະມົນຕີ Benjamin Netanyahu ຊີ້ແຈ້ງວ່າ ຄະນະລັດຖະບານ ຮັບຜິດຊອບ ສົງຄາມ ອິດສະລາແອັນ ໄດ້ຕັດສິນໃຈ ຈະສືບຕໍ່ບັນດາການເຄື່ອນໄຫວການທະຫານ ຢູ່ Rafah ເພື່ອກໍ່ຄວາມກົດດັນຕໍ່ ຮາມາດ, ເພື່ອແນໃສ່ຊຸກຍູ້ການປ່ອຍຕົວປະກັນ ແລະ ບັນລຸບັນດາເປົ້າໝາຍອື່ນໆ. ຖະແຫຼງການຈາກຝ່າຍອິດສະລາແອັນ ກໍ່ໃຫ້ຮູ້ວ່າ ປະເທດນີ້ ຈະຈັດສົ່ງຄະນະຜູ້ແທນເຂົ້າຮ່ວມການເຈລະຈາ ກ່ຽວກັບຂໍ້ຕົກລົງຢຸດຍິງ ໂດຍ ເອຢິບ ແລະ ກາຕາເປັນກາງ.

ກ່ອນໜ້ານັ້ນ, ວັນທີ 6 ພຶດສະພາ ທ່ານ Ismail Haniyeh ການນຳ ຂະບວນການ ອິດສະລາມ ຮາມາດ ໄດ້ປະກາດກັບບັນດາຜູ້ເປັນກາງໄກ່ເກ່ຍ ເອຢິບ ແລະ ກາຕາວ່າ ຂະບວນການນີ້ ຍອມຮັບຂໍ້ຕົກລົງຢຸດຍິງ ຢູ່ Gaza. ຖະແຫຼງການຂອງທ່ານ Ismail Haniyeh ໄດ້ຍົກອອກມາພາຍຫຼັງ ອິດສະລາແອັນ ອອກຄຳສັ່ງ ອົບພະຍົບຊາວ ປາເລັດສະຕິນ ອອກຈາກເຂດທາງທິດຕາເວັນອອກ ນະຄອນ Rafah ໃນຕອນເຊົ້າວັນທີ 6 ພຶດສະພາ, ພ້ອມທັງດຳເນີນການບຸກໂຈມຕີທາງອາກາດ ປະມານ 50 ເປົ້າໝາຍ ຢູ່ເຂດນີ້ ເຊິ່ງ ເປັນການສົ່ງສັນຍານ ຈະປະຕິບັດການບຸກໂຈມຕີດ້ວຍທະຫານບົກທີ່ມີຂອບຂະໜາດໃຫຍ່ຢູ່ Rafah.

ພາຍຫຼັງ ອິດສະລາແອັນ ປະກາດຄຳສັ່ງ ອົບພະຍົບສາມັນຊົນ ອອກຈາກທາງທິດຕາເວັນອອກ Rafah, ທ່ານ Ahmed Aboul Gheit ເລຂາທິການໃຫຍ່ ສະຫະພັນ ອາຣັບ ໄດ້ຮຽກຮ້ອງໃຫ້ ສະພາ ຄວາມໝັ້ນຄົງ ສປຊ, ອາເມລິກາ ແລະ ບັນດາສຳພັນທະມິດ ຝ່າຍຕາເວັນຕົກ ຂອງ ອິດສະລາແອັນ ສະກັດກັ້ນບໍ່ປະໃຫ້ການໃຊ້ຄວາມຮຸນແຮງ ເພີ່ມຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ