ອົດສະຕາລີປາດຖະຫນາຢາກຊຸກຍູ້ການພົວພັນຮ່ວມມືກັບຫວຽດນາມໃນບັນດາຂົງເຂດຢ່າງມີປະສິດທິຜົນ

(VOVWORLD) -ວັນທີ 8 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ໄດ້ມີການພົບປະສອງຝ່າຍກັບທ່ານນາງ ລັດຖະມົນຕີການຕ່າງປະເທດ ອົດສະຕາລີ Julie Bishop. 
ອົດສະຕາລີປາດຖະຫນາຢາກຊຸກຍູ້ການພົວພັນຮ່ວມມືກັບຫວຽດນາມໃນບັນດາຂົງເຂດຢ່າງມີປະສິດທິຜົນ - ảnh 1ທ່ານນາງ  Julie Bishop ແລະ ທ່ານ ຟ້າມບີ່ງມີງ

ທີ່ການພົບປະ, ສອງຝ່າຍໄດ້ຢືນຢັນສືບຕໍ່ຮັກສາການເຄື່ອນໄຫວປຶກສາຫາລືລະຫວ່າງສອງກະຊວງການຕ່າງປະເທດ, ເຫັນດີສົມທົບກັນກະກຽມໃຫ້ແກ່ບັນດາການຢ້ຽມຢາມຂັ້ນສູງທີ່ຈະມາເຖິງ, ມຸ່ງໄປສູ່ການສະເຫລີມສະຫລອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2018, ນຳການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ. ສອງຝ່າຍກໍ່ເຫັນດີສົມທົບກັນຢ່າງແຫນ້ນແຟ້ນທີ່ບັນດາກອງປະຊຸມສຸດຍອດຈະມາເຖິງຂອງ ອາຊຽນ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ພາກພື້ນ.

ທ່ານນາງ ລັດຖະມົນຕີການຕ່າງປະເທດ ອົດສະຕາລີ Julie Bishop ຢືນຢັນ: ຫວຽດນາມ ມີທີ່ຕັ້ງສຳຄັນໃນນະໂຍບາຍການຕ່າງປະເທດຂອງ ອົດສະຕາລີ, ພ້ອມທັງປາດຖະຫນາຢາກຊຸກຍູ້ການພົວພັນຢ່າງແທດຈິງ, ມີປະສິດທິຜົນ ແລະ ເລິກເຊິ່ງ ກັບຫວຽດນາມ ໃນບັນດາຂົງເຂດ.

ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ພ້ອມກັບທ່ານນາງ ລັດຖະມົນຕີການຕ່າງປະເທດ ອົດສະຕາລີ Julie Bishop ເປັນສັກຂີພິຍານພິທີລົງນາມໃນຂໍ້ຕົກລົງ ຜັນຂະຫຍາຍ “ໂຄງການຊຸກຍູ້ຄວາມສະເຫມີພາບລະຫວ່າງ ຍິງຊາຍຢູ່ແຂວງ ລາວກາຍ ແລະ ແຂວງ ເຊີນລາ” ດ້ວຍບ້ວງເງິນອຸປະຖຳ ແມ່ນ 37 ລ້ານ ໂດລາອົດສະຕາລີ ຈາກແຫລ່ງທຶນຊ່ວຍເຫລືອຫລ້າ ODA ເພື່ອແນໃສ່ຫນູນຊ່ວຍແມ່ຍິງຢູ່ສອງທ້ອງຖິ່ນດັ່ງກ່າວ ຍົກສູງປະສິດທິຜົນດ້ານເສດຖະກິດໃນບັນດາການເຄື່ອນໄຫວຜະລິດກະສິກຳ ແລະ ພັດທະນາການທ່ອງທ່ຽວ.  

ຕອບກັບ

ຂ່າວ/ບົດ​ອື່ນ