ຫວຽດນາມ-ສະຫະພັນລັດເຊຍປັບປຸງ,ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ

(VOVWORLD) -ໃນຂອບເຂດສັບປະດາຂັ້ນສູງ APEC, ຕອນບ່າຍວັນທີ 10 ພະຈິກ, ຢູ່ນະຄອນດ່ານັ້ງ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໄດ້ມີການພົບປະກັບທ່ານປະທານາທິບໍດີສະຫະພັນລັດເຊຍ V.Putin.
ຫວຽດນາມ-ສະຫະພັນລັດເຊຍປັບປຸງ,ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ - ảnh 1 (ທ່ານປະທານເທດ ເຈີ່ນດ້າຍກວາງ ຕ້ອນຮັບທ່ານປະທານາທິບໍດີ V.Putin)

ນະທີ່ນີ້, ທ່ານປະທານເທດ ເຈີ່ນດ້າຍກວາງ ຢືນຢັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຖືເປັນສຳຄັນ ແລະ ໃຫ້ບຸລິມະສິດປັບປຸງ, ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນລັດເຊຍ ແລະ ປາດຖະໜາວ່າ 2 ຝ່າຍຈະຕັ້ງໜ້າຜັນຂະຫຍາຍບັນດາມາດຕະການຢ່າງລະອຽດ ເພື່ອນຳການພົວພັນ 2 ຝ່າຍໃຫ້ນັບມື້ນັບພັດທະນາຢ່າງເປັນປົກກະຕິ, ມີປະສິດທິຜົນ… ທ່ານປະທານປະເທດ ສະເໜີໃຫ້ລັດເຊຍ ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດຫວຽດນາມ ຄົ້ນຄວ້າ ລົງທຶນເຂົ້າເຂດຕາເວັນອອກໄກໃຫ້ເໝາະສົມ ບົນພື້ນຖານຄວາມສາມາດບົ່ມຊ້ອນ ແລະ ຄວາມຕ້ອງການຮ່ວມມືຂອງ 2 ຝ່າຍ, ກໍຄືເພີ່ມທະວີແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນໃນຂົງເຂດຕ່າງໆ.

        ສ່ວນທ່ານປະທານາທິບໍດີ V.Putin ໄດ້ຕີລາຄາສູງການເປັນເຈົ້າການ, ຕັ້ງໜ້າຂອງຫວຽດນາມ ໃນບົດບາດເປັນເຈົ້າພາບຈັດຕັ້ງສັບປະດາຂັ້ນສູງ APEC ແລະ ຢືນຢັນວ່າ, ຍາມໃດຫວຽດນາມ ກໍ່ແມ່ນໜຶ່ງໃນບັນດາບຸລິມະສິດການຕ່າງປະເທດຂອງລັດເຊຍ ຢູ່ພາກພື້ນອາຊີ - ປາຊີຟິກ.

        2 ຝ່າຍຢືນຢັນ ສືບຕໍ່ເພີ່ມທະວີການຮ່ວມມືຢ່າງມີປະສິດທິຜົນໃນບັນດາຂົງເຂດການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວິທະຍາສາດ - ເຕັກໂນໂລຊີ, ການສຶກສາ - ບຳລຸງສ້າງ, ວັດທະນະທຳ, ການທ່ອງທ່ຽວ, ແຮງງານ, ການຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆ.

        ພາຍຫຼັງການພົບປະ, 2 ຝ່າຍໄດ້ອອກຖະແຫຼງການຮ່ວມຫວຽດນາມ - ສະຫະພັນລັດເຊຍ ກ່ຽວກັບການຮ່ວມມືໃນຂົງເຂດຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານສາກົນ. ການນຳ 2 ທ່ານ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ຮັບຮອງເອົາບັນດາມາດຕະການທີ່ຈຳເປັນ ເພື່ອສະກັດກັ້ນການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສື່ສານ ດ້ວຍຈຸດປະສົງແຊກແຊງເຂົ້າເອກະລາດ, ອະທິປະໄຕ, ແຊກແຊງເຂົ້າວຽກງານພາຍໃນຂອງບັນດາປະເທດ, ກໍຄືເຂົ້າໃນຈຸດປະສົງກໍ່ການຮ້າຍ ແລະ ປະຕິບັດບັນດາການກະທຳທີ່ຜິດກົດໝາຍອື່ນໆ.

        2 ປະເທດໄດ້ເຫັນດີນຳກັນຍູ້ແຮງການຮ່ວມມືໃນຂົງເຂດຮັບປະກັນຄວາມໝັ້ນຄົງດ້ານຂໍ້ມູນຂ່າວສານສາກົນ ຕາມບັນດາທິດຕົ້ນຕໍຄື: ສ້າງ ແລະ ປັບປຸງຄວາມໄວ້ເນື້ອເຊື່ອໃຈລວມ, ຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານໃຫ້ບັນດາກິດຈະກຳສຳຄັນກ່ຽວກັບຄວາມສະຫງົບແຫ່ງຊາດ; 2 ປະເທດຈະສະໜອງ, ຖ່າຍທອດເຕັກໂນໂລຊີ, ຮ່ວມມືໃນການບຳລຸງສ້າງຊ່ຽວຊານ, ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນໃນການປ້ອງກັນ, ຕ້ານອາດຊະຍາກຳທາງເຄືອຂ່າຍອີນເຕີແນັດ, ສະແດງໃຫ້ເຫັນທີ່ຕັ້ງສະໜິດຕິດພັນຂອງຫວຽດນາມ ແລະ ລັດເຊຍ ໃນບັນດາກົນໄກ ແລະ ເວທີປາໄສສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ