ຫວຽດນາມຢູ່ລະຫວ່າງກາງໂຄງປະກອບເສດຖະກິດໃໝ່ຂອງ APEC

(VOVWORLD) -ການເຕີບໂຕດ້ານເສດຖະກິດທີ່ປະທັບໃຈ, ສະຖຽນລະພາບດ້ານການເມືອງ, ບັນດາການເຄື່ອນໄຫວທາງການທູດ ແລະ ອິດທິພົນຊື່ສຽງນັບມື້ນັບເພີ່ມຂຶ້ນໃນເວທີສາກົນ ໄດ້ນຳຫວຽດນາມ ເຂົ້າໃນທີ່ຕັ້ງໃຈກາງໂຄງປະກອບເສດຖະກິດໃໝ່ຂອງເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC).
ຫວຽດນາມຢູ່ລະຫວ່າງກາງໂຄງປະກອບເສດຖະກິດໃໝ່ຂອງ APEC - ảnh 1 (ພາບປະກອບ: TTXVN)

ນີ້ແມ່ນຂໍ້ສັງເກດຂອງຜູ້ອຳນວຍການສູນຄົ້ນຄວ້າຫວຽດນາມ ແລະ ອາຊຽນ, ສະຖາບັນຕາເວັນອອກໄກ ຂຶ້ນກັບສະພາມະຫາບັນດິດວິທະຍາສາດລັດເຊຍ, ທ່ານສາດສະດາຈານ, ປະລິນຍາເອກ Vladimir Mazyrin.

        ວັນທີ 08 ພະຈິກ, ກ່າວຄຳເຫັນທີ່ກອງປະຊຸມສຳມະນາໂຕະມົນດ້ວຍຫົວຂໍ້ວ່າ “ເວທີປາໄສ APEC 2017 ຢູ່ຫວຽດນາມ: ບັນດາກາລະໂອກາດພັດທະນາພາກພື້ນ” ຢູ່ມົດສະກູ, ທ່ານສາດສະດາຈານ Mazyrin ໃຫ້ຂໍ້ສັງເກດວ່າ, ຫວຽດນາມ ໄດ້ຊີ້ໃຫ້ເຫັນປະສິດທິຜົນດ້ານເສດຖະກິດດີກວ່າເມື່ອທຽບໃສ່ໝາກຜົນຂອງບັນດາປະເທດອຸດສາຫະກຳທີ່ບັນລຸຜົນສຳເລັດທີ່ສຸດໃນເມື່ອກ່ອນ. ຕາມທ່ານສາດສະດາຈານ Mazyrin ແລ້ວ, ເລື່ອງຈັດຕັ້ງກອງປະຊຸມຂັ້ນສູງ APEC ປະສົບຜົນສຳເລັດຈະປັບປຸງອິດທິພົນຊື່ສຽງຂອງຫວຽດນາມ ໃນເວທີສາກົນຕື່ມອີກ ແລະ ນີ້ກໍ່ແມ່ນກາລະໂອກາດທີ່ດີເພື່ອໃຫ້ຫວຽດນາມ ສືບຕໍ່ຮ່ວມມືກັບບັນດາຄູ່ຄ້າໃຫຍ່ທີ່ສຸດແມ່ນອາເມລິກາ ແລະ ຈີນ ກໍຄືກັບຍີ່ປຸ່ນ ຖ້າຫາກຫວຽດນາມ ເຂົ້າຮ່ວມຂໍ້ຕົກລົງແບບໃໝ່ຂອງສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ຫຼື ສັນຍາຄູ່ຮ່ວມມືດ້ານເສດຖະກິດຮອບດ້ານພາກພື້ນ (RCEP).

ຕອບກັບ

ຂ່າວ/ບົດ​ອື່ນ