ຫວຽດນາມ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ອາຊຽນ - ຈີນ ຄັ້ງທີ 20

ຫວຽດນາມ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ອາຊຽນ - ຈີນ ຄັ້ງທີ 20 - ảnh 1
ທ່ານ ຟ້າ​ມກວາງ​ວິ​ງ, ຮອງ​ລັດຖະມົນຕີ​ການ​ຕ່າງປ​ະເທດ
(ພາບປະກອບ)

(vovworld) - ທ່ານ ຟ້າ​ມກວາງ​ວິ​ງ, ຮອງ​ລັດຖະມົນຕີ​ການ​ຕ່າງປ​ະເທດ, ຫົວໜ້າ​ຄະນະ​ເຈົ້າໜ້າທີ່​ຂັ້ນສູງ  ອາຊຽນ - ຫວຽດນາມ, ​ໄດ້​ນຳໜ້າຄະນະ​ຜູ້​ແທນ​ ຫວຽດນາມ ​ເຂົ້າຮ່ວມ​ກອງ​ປະ​ຊຸ​ມບັນດາ​ເຈົ້າໜ້າທີ່​ຂັ້ນສູງ(SOM) ອາຊຽນ - ຈີນ ຄັ້ງທີ 20 ກ່ຽວກັບ​ສາຍ​ພົວພັນ​ຄູ່​ຮ່ວມ​ມື ອາຊຽນ - ຈີນ ​ແລະ ກອງ​ປະ​ຊຸມຄັ້ງທີ 7 ກ່ຽວກັບ​ການ​ປະຕິບັດ​ ຖະແຫຼງການການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ(DOC)ແລະທາບທາມຄວາມເຫັນຢ່າງເປັນທາງການກ່ຽວກັບຂໍ້ກຳນົດການປະພຶດຢູ່ທະເລຕາເວັນອອກ(COC), ຊຶ່ງ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 21/4 – 22/4/2014 ຢູ່​ປະ​ເທດ ​ໄທ. ທີ່​ກອງ​ປະ​ຊຸ​ມ, ຄະນະ​ຜູ້​ແທນ ຫວຽດນາມ​ເປັນ​ເຈົ້າການ​ໃນ​ການ​ທາ​ບທາ​ມຄວາມ​ເຫັນ, ຕັ້ງໜ້າຊຸກຍູ້​ການ​​ໂອ້​ລົມສົນທະນາ ອາຊຽນ - ຈີນ; ກໍ່​ຄືສາມັກຄີ​ດ້ວຍຫຼັກໝັ້ນລວມຂອງ ອາຊຽນ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ, ທ່ານຮອງ​ລັດຖະມົນຕີ​ ຟ້າ​ມກວາງ​ວິ​ງ ຕີ​ລາຄາ​ສູງ​ຄວາມ​ສຳຄັນ​ຂອງ​ສາຍພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາຊຽນ - ຈີນ ກໍ່​ຄື​ບັນດາໝາກຜົນ​ການ​ຮ່ວມ​ມື​ທີ່​ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ. ທ່ານຮອງ​ລັດຖະມົນຕີ ຟ້າ​ມກວາງ​ວິ​ງ  ກໍ່​ເນັ້ນໜັກຄວາມ​ສຳຄັນ​ຂ​ອງການ​ຮັບປະກັນ​ສັນຕິພາບ, ຄວາມໝັ້ນຄົງ, ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຄວາມ​ປອດ​ໄພ​ທາງ​ທະ​ເລ​ຢູ່ທະ​ເລ​ຕາ​ເວັນ​ອອກ; ​ເລື່ອງ​ຊຸກຍູ້​ການທາ​ບທາມ​ຄວາມ​ເຫັນ​ຢ່າງ​ຕັ້ງໜ້າ ​ແລະ ​ແທດ​ຈິງລະຫວ່າງ ອາຊຽນ - ຈີນ ; ປະຕິບັດ​ໃຫ້​ຄົບ​ຖ້ວນ​ຖະ​ແຫຼງການ DOC; ​ເຄົາລົບປະຕິບັດ​ຕາມ​ກົດໝາຍສາກົນ ​ແລະ ສົນທິສັນຍາ​ກ່ຽວ​ກັບກົດໝາຍວ່າ​ດ້ວຍ​ທະ​ເລຂອງ ສປຊ ປີ 1982.

ຂ່າວ/ບົດ​ອື່ນ