ຫວຽດນາມ ເຂົ້າຮ່ວມກອງປະຊຸມປະຈຳຂອງສະພາຜູ້ວ່າການ IAEA

(VOVWORLD) - ຄະນະຜູ້ແທນ ຫວຽດນາມ ໂດຍທ່ານເອກອັກຄະລັດຖະທູດ ຫງວຽນຈູງກຽນ, ຜູ້ວ່າການ - ຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ IAEA ເປັນຫົວໜ້າຄະນະ.
ຫວຽດນາມ ເຂົ້າຮ່ວມກອງປະຊຸມປະຈຳຂອງສະພາຜູ້ວ່າການ IAEA - ảnh 1ກອງປະຊຸມຂອງອົງການ IAEA
(ພາບ:Hải Đăng/ VOV-Praha)

ໃນລະຫວ່າງວັນທີ 14 -18 ພະຈິກ, ຢູ່ນະຄອນຫຼວງວຽນ, ປະເທດ ໂອຕຣິດ, ສະພາຜູ້ວ່າການອົງການພະລັງງານປະລະມານູສາກົນ (IAEA) ໄດ້ຈັດສະໄໝປະຊຸມສຸດທ້າຍຂອງປີ 2022 ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າ 35 ປະເທດສະມາຊິກສະພາຜູ້ວ່າການ, ບັນດາປະເທດສະມາຊິກ IAEA ແລະ ອົງການສັງເກດການສາກົນ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານເອກອັກຄະລັດຖະທູດ ຫງວຽນຈູງກຽນ, ຜູ້ວ່າການ - ຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ IAEA ເປັນຫົວໜ້າຄະນະ.

        ໃນເວລາດຳເນີນກອງປະຊຸມ, ຄະນະຜູ້ແທນ ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມການປະກອບຄຳເຫັນ, ປຶກສາຫາລືຫຼາຍຫົວຂໍ້ຂອງກອງປະຊຸມ, ພ້ອມກັບບັນດາສະມາຊິກສະພາຜູ້ວ່າການປຶກສາຫາລື ກ່ຽວກັບແຜນການເຄື່ອນໄຫວຂອງ IAEA ໃນປີ 2023, ໃນນັ້ນ, ມີການຊອກຫາບັນດາມາດຕະການໃຫ້ແກ່ບັນຫາງົບປະມານ…      

        ແຕ່ລະປີ, ສະພາຜູ້ວ່າການ IAEA ມີ 4 ວາລະປະຊຸມ, ໃນເດືອນ ມີນາ, ມິຖຸນາ, ກັນຍາ ແລະ ເດືອນພະຈິກ. ຫວຽດນາມ ໄດ້ເລືອກຕັ້ງເປັນສະມາຊິກສະພາຜູ້ວ່າການ IAEA ໃນເດືອນກັນຍາ 2021, ອາຍຸການ 2021 – 2023.

ຕອບກັບ

ຂ່າວ/ບົດ​ອື່ນ