ຫວຽດ​ນາມ ສືບ​ຕໍ່​ແມ່ນ​ຄູ່​ຮ່ວມມ​ື​ທາງ​ການ​ຄ້າ ໃຫ​ຍ່​ທີ່​ສຸດ ຂອງ ກາ​ນາ​ດາ​ໃນ​ອາ​ຊຽນ

(VOVWORLD) -ການພົວພັນຮ່ວມມືຕັ້ງໜ້າ ລະຫວ່າງ ການາດາ ແລະ ຫວຽດາມ ພວມສືບຕໍ່ພັດທະນາ ແລະ ນັບມື້ນັບໝັ້ນແກ່ນ, ນັ້ນແມ່ນຄຳ ຢັ້ງຢືນ ຂອງທ່ານ Deborah Paul ເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ,.

ຫວຽດ​ນາມ ສືບ​ຕໍ່​ແມ່ນ​ຄູ່​ຮ່ວມມ​ື​ທາງ​ການ​ຄ້າ ໃຫ​ຍ່​ທີ່​ສຸດ ຂອງ ກາ​ນາ​ດາ​ໃນ​ອາ​ຊຽນ - ảnh 1ພາບປະກອບ: TTXVN

ຕາມທ່ານ ເອກອັກຄະລັດຖະທູດແລ້ວ, ໂດຍບໍ່ຫົວຊາຕໍ່ໂລກລະບາດໂຄວິດ - 19, ປີ 2021 ແມ່ນປີທີ່ມີຄວາມຕັ້ງໜ້າ, ເປັນປີໄດ້ເຫັນປະຈັກຕາການພົວພັນລະຫວ່າງສອງປະເທດ ນັບມື້ນັບເປີດກ້ວາງ, ໃນນັ້ນດ້ານການຄ້າ ແລະ ການລົງທຶນ ແມ່ນກຳລັງໜູນສຳຄັນ ຊ່ວຍພັດທະນາການພົວພັນສອງຝ່າຍ. ຫວຽດນາມ ສືບຕໍ່ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ການາດາໃນ ອາຊຽນ. ໃນ 11 ເດືອນຂອງ ປີ 2021, ການແລກປ່ຽນການຄ້າ ລະຫວ່າງ ການາດາ ແລະ ຫວຽດນາມ ໄດ້ລື່ນກາຍວົງເງິນຂອງທັງປີ 2020 ແລະ ບັນລຸລະດັບສະຖິຕິກ່ວາ 9,5 ຕື້ ໂດລາການາດາ. ເພື່ອແນໃສ່ຊຸກຍູ້ ການຮ່ວມມື ລະຫວ່າງ ວິສາຫະກິດ ສອງປະເທດ, ຄະນະກຳມະການປະສົມ ເສດຖະກິດ ການາດາ - ຫວຽດນາມ ທີ່ຫາກໍ່ໄດ້ສ້າງຂຶ້ນໃນທ້າຍປີ 2021 ໃຫ້ຫຼາຍກ່ວາອີກ.

ເມື່ອໃຫ້ຂໍ້ສັງເກດກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ທ່ານເອກອັກຄະລັດຖະທູດນາງ Deborah Paul ຕີລາຄາສູງຄວາມມານະພະຍາຍາມຂອງ ລັດຖະບານ ແລະ ປະຊາຊົນ ຫວຽດນາມ ໃນການຮັບມື ແລະ ສະກັດກັ້ນການແຜ່ລະບາດຂອງ ໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ