ຫວຽດນາມ ຈະເຂົ້າຮ່ວມການພັດທະນາປັນຍາປະດິດ

(VOVWORLD) - ຫວຽດນາມ ຕ້ອງສ້າງແລວນິຕິກຳທີ່ສະດວກ, ຕອບສະໜອງຄວາມຮຽກຮ້ອງໃນຕົວຈິງເພື່ອຄົ້ນຄວ້າ, ນຳໃຊ້ເຂົ້າໃນການດຳລົງຊີວິດ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ.
ຫວຽດນາມ ຈະເຂົ້າຮ່ວມການພັດທະນາປັນຍາປະດິດ - ảnh 1(ພາບປະກອບ)

        ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໄດ້ສະເໜີໃຫ້ລັດຖະບານອະນຸມັດຜ່ານຍຸດທະສາດແຫ່ງຊາດກ່ຽວກັບການຄົ້ນຄວ້າ, ພັດທະນາ ແລະ ນຳໃຊ້ປັນຍາປະດິດ (AI) ຮອດປີ 2030, ເພື່ອສ້າງການກະຕຸກຊຸກຍູ້ໃຫ້ແກ່ຂົງເຂດຄົ້ນຄວ້າ, ນຳໃຊ້ປັນຍາປະດິດ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ແລະ ນຳ ຫວຽດນາມ ໃຫ້ກາຍເປັນບັນດາຈຸດພົ້ນເດັ່ນກ່ຽວກັບ AI ເທື່ອລະກ້າວ.

        ທ່ານຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ຫງວຽນຮ່ວາງຢາງ, ເນັ້ນໜັກວ່າ, ຫວຽດນາມ ຈະເຂົ້າຮ່ວມການພັດທະນາປັນຍາປະດິດ.

        “ຫວຽດນາມ ຈະບໍ່ອາດຢູ່ນອກການພັດທະນາປັນຍາປະດິດ, ແຕ່ຕ້ອງຮັບປະກັນ 2 ປັດໄຈ: ທີໜຶ່ງແມ່ນ, ຫວຽດນາມ ຕ້ອງສ້າງແລວນິຕິກຳທີ່ສະດວກ, ຕອບສະໜອງຄວາມຮຽກຮ້ອງໃນຕົວຈິງເພື່ອຄົ້ນຄວ້າ, ນຳໃຊ້ເຂົ້າໃນການດຳລົງຊີວິດ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ. ດ້ານອື່ນ, ຫວຽດນາມ ຕ້ອງຮໍ່່າຮຽນ, ແບ່ງປັນບົດຮຽນຂອງບັນດາປະເທດພັດທະນາ, ໄປກ່ອນ ຕາມທິດມີຄວາມຮັບຜິດຊອບ, ສອດຄ່ອງກັບວັດທະນະທຳຂອງ ຫວຽດນາມ”.

        ໝາກຜົນການຕີລາຄາ ແລະ ປະກາດໃນບົດລາຍງານ “ດັດຊະນີຄວາມພ້ອມສຳລັບປັນຍາປະດິດຂອງລັດຖະບານ”, ໂດຍ Oxford Insight (ລາຊະອານາຈັກ ອັງກິດ) ປະຕິບັດ, ຊີ້ໃຫ້ເຫັນວ່າ, ຫວຽດນາມ ພວມຢືນອັນດັບທີ 5 ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ