ສາວ​ງາມ​ ດິງ​ທິ​ຮ​ວາ ຍາດ​ໄດ້​ມຸງ​ກຸດ​ນາງ​ງາມ​ທູດ​ທ່ອງ​ທ່ຽວ ຫວຽດ​ນາມ ປີ 2024

(VOVWORLD) - ຮອບຊີງຊະນະເລີດນາງງາມທູດທ່ອງທ່ຽວ ຫວຽດນາມ ປີ 2024 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ພຶດສະພາ, ຢູ່ນະຄອນ ຟານທຽດ, ແຂວງ ບິ່ງທ້ວນ. ສາວງາມ ດິງທິຮວາ ຍາດໄດ້ມຸງກຸດນາງງາມ.
ສາວ​ງາມ​ ດິງ​ທິ​ຮ​ວາ ຍາດ​ໄດ້​ມຸງ​ກຸດ​ນາງ​ງາມ​ທູດ​ທ່ອງ​ທ່ຽວ ຫວຽດ​ນາມ ປີ 2024 - ảnh 1ສາວງາມ ດິງທິຮວາ ຍາດໄດ້ມຸງກຸດນາງງາມ (ພາບ: TTXVN)

ນາງງາມທູດທ່ອງທ່ຽວ ຫວຽດນາມ ຄົນໃໝ່ນີ້ ເກີດປີ 2001, ເຊິ່ງປັດຈຸບັນເປັນນັກສຶກສາມະຫາວິທະຍາໄລການຄ້າຕ່າງປະເທດ ນະຄອນ ໂຮ່ຈີມິນ. ຄະນະຈັດຕັ້ງກໍໄດ້ມອບນາມມະຍົດຮອງນາງງາມອັນດັບທີ 1 ໃຫ້ແກ່ນາງ ຟ້າມເຟືອງແທງ, ມາຈາກແຂວງ ບິ່ງທ້ວນ ແລະ ຮອງນາງງາມອັນດັບທີ 2 ໄດ້ແກ່ນາງ ດິງທິທູຖາວ ມາຈາກແຂວງ ດັກລັກ. ນອກຈາກນັ້ນແລ້ວ, ໃນຮອບຊີງຊະນະເລີດນາງງາມທູດທ່ອງທ່ຽວ ຫວຽດນາມ ກໍ່ຍັງມອບ 7 ລາງວັນປະກອບອື່ນໆອີກດ້ວຍ.

        ການປະກວດນາງງາມທູດທ່ອງທ່ຽວ ຫວຽດນາມ ປີ 2024 ໄດ້ເລີ່ມຈັດຂຶ້ນແຕ່ເດືອນ ກໍລະກົດ ປີ 2023 ແລະ ນອນໃນລາຍການເຄື່ອນໄຫວຕອບສະໜອງປີທ່ອງທ່ຽວແຫ່ງຊາດ ປີ 2023 – “ບິ່ງທ້ວນ - ບ່ອນເຕົ້າໂຮມສີຂຽວ”; ແນໃສ່ປະກອບສ່ວນໂຄສະນາການທ່ອງທ່ຽວ, ວັດທະນະທຳມໍລະດົກ, ປະເທດຊາດ ແລະ ປະຊາຊົນ ຫວຽດນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ