ສ້າງແຫຼ່ງຊັບພະຍາກອນມະນຸດ ເພື່ອພັດທະນາຂົງເຂດພູມປັນຍາທຽມຢູ່ ຫວຽດນາມ

(VOVWORLD) - ຕອນບ່າຍວັນທີ 26 ມິຖຸນາ, ທີ່ນະຄອນ ໂຮ່ຈີມິນ, ສວນສາທາລະນະຊ໊ອບແວ ກວາງຈູງ (QTSC) ໄດ້ສົມທົບກັບສະຫະສະມາຄົມຊ໊ອບແວ ແລະ ບໍລິການເຕັກໂນໂລຊີຂໍ້ມູນຂ່າວ ຫວຽດນາມ (VINASA) ແລະ ສະຫະພັນບັນດາວິສາຫະກິດຜະລິດສິ້ນສ່ວນເຕັກໂນໂລຊີຂໍ້ມູນຂ່າວສານ ຫວຽດນາມ (VNITO) ຈັດຕັ້ງກອງປະຊຸມສຳມະນາ “ບົດຮຽນໃນການຜັນຂະຫຍາຍບັນດາໂຄງການພູມປັນຍາທຽມ (AI)”.

 ກອງປະຊຸມສຳມະນາແນໃສ່ແບ່ງປັນຮູບແບບການຜັນຂະຫຍາຍພູມປັນຍາທຽມຢູ່ບັນດາວິສາຫະກິດ ຫວຽດນາມ ແລະ ບົດຮຽນກ່ຽວກັບການບຳລຸງສ້າງ AI ໃນບັນດາວິສາຫະກິດ - ໂຮງຮຽນ - ສະຖາບັນ.

ສ້າງແຫຼ່ງຊັບພະຍາກອນມະນຸດ ເພື່ອພັດທະນາຂົງເຂດພູມປັນຍາທຽມຢູ່ ຫວຽດນາມ - ảnh 1ນຳໃຊ້ພູມປັນຍາທຽມ (AI) ເຂົ້າໃນການສັນຈອນ  ພາບ: TTXVN 

        ພູມປັນຍາທຽມ (AI) ພວມແມ່ນໜຶ່ງໃນບັນດາເຕັກໂນໂລຊີໄດ້ຮັບຄວາມສົນໃຈທີ່ສຸດ ແລະ ແມ່ນໜຶ່ງໃນບັນດາຂົງເຂດດີເດັ່ນຂອງກະແສຟອງປະຕິວັດອຸດສາຫະກຳຄັ້ງທີ 4. ທີ່ ຫວຽດນາມ ບັນດາບໍລິສັດເຕັກໂນໂລຊີພາຍໃນປະເທດກໍ່ກຳແໜ້ນທ່າອຽງ AI ຂອງໂລກຢ່າງວ່ອງໄວ ແລະ ມີຜະລິດຕະພັນລະອຽດໃນເບື້ອງຕົ້ນ.

        ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາວິສາຫະກິດ, ມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າກໍ່ໄດ້ຍົກອອກບັນດາມາດຕະການ ເພື່ອຊຸກຍູ້ການຮ່ວມມື ແນໃສ່ຍູ້ແຮງການເຄື່ອນໄຫວຄົ້ນຄວ້າການພັດທະນາ ກໍ່ຄືໝູນໃຊ້ເຕັກໂນໂລຊີ AI ຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ