ສະເຫຼີມສະຫຼອງ 49 ປີແຫ່ງວັນປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບຢູ່ ເວເນຊູເອລາ

(VOVWORLD) -  ໄຊຊະນະອັນຍິ່ງໃຫຍ່ຂອງລະດູບານໃໝ່ 1975 ແມ່ນຂີດໝາຍອັນສະຫງ່າລາສີໃນປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາຂອງຊາດ ຫວຽດນາມ.
ສະເຫຼີມສະຫຼອງ 49 ປີແຫ່ງວັນປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບຢູ່ ເວເນຊູເອລາ - ảnh 1(ທີ່ພິທີສະເຫຼີມສະຫຼອງ)

        ວັນທີ 30 ເມສາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ Caracas, ສະຖານທູດ ຫວຽດນາມ ປະຈຳ ເວເນຊູເອລາ ໄດ້ຈັດພິທີສະເຫຼີມສະຫຼອງ 49 ປີແຫ່ງວັນປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2024) ຢ່າງສົມກຽດ.

        ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເວເນຊູເອລາ ຫວູຈຸງມີ້ ເນັ້ນໜັກວ່າ, ໄຊຊະນະອັນຍິ່ງໃຫຍ່ຂອງລະດູບານໃໝ່ 1975 ແມ່ນຂີດໝາຍອັນສະຫງ່າລາສີໃນປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາຂອງຊາດ ຫວຽດນາມ. ເພື່ອຍາດໄຊຊະນະດັ່ງກ່າວກໍ່ຍ້ອນມີນ້ຳໃຈສາມັກຄີຢ່າງຈິງໃຈ, ການສະໜັບສະໜູນ, ຊ່ວຍເຫຼືອກັນຢ່າງໃຫຍ່ຫຼວງຂອງບັນດາກຳລັງທີ່ກ້າວໜ້າ, ຂອງປະຊາຊົນຜູ້ຮັກຫອມສັນຕິພາບໃນທົ່ວໂລກ, ໃນນັ້ນ ມີບັນດາປະເທດ ອາເມລິກາ ລາຕິນ ແລະ ເວເນຊູເອລາ.

ຕອບກັບ

ຂ່າວ/ບົດ​ອື່ນ