ສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດຂອງເລຂາທິການໃຫຍ່ ເຈື່ອງຈິງ


ສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດຂອງເລຂາທິການໃຫຍ່ ເຈື່ອງຈິງ - ảnh 1
ລາຍ​ການ​ສະ​ແດງ​ສິ​ລະ​ປະ​ໃນ​ພິທີສະ​ເຫຼີມສະຫຼອງ 110 ປີ​
ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ເລຂາທິການ​ໃຫຍ່ ​ເຈື່ອງ​ຈິງ
(ພາບ​ປະ​ກອບ: TTXVN)

(vovworld) - ຕອນ​ເຊົ້າວັນ​ທີ 9/2, ຢູ່​ນະຄອນ ນາມ​ດິ້ງ ​ໄດ້​ດຳ​ເນີນ​ພິທີສະ​ເຫຼີມສະຫຼອງ 110 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ເລຂາທິການ​ໃຫຍ່ ​ເຈື່ອງ​ຈິງ (9-2-1907/9-2-2017). ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ, ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ; ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍິນ, ພ້ອມ​ກັບ​ການ​ນຳ, ອະດີດ​ການ​ນຳ​ພັກ, ລັດ ​ແລະ ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ​ມະຫາຊົນ​ຂັ້ນ​ສູນ​ກາງ ​ແລະ ​ແຂວງ ນາມ​ດິ້ງ.

        ອ່ານ​ສູນ​ທອນ​ພົດ​ທີ່​ພິ​ທີ​ສະ​ເຫຼີ​ມສະຫຼອງ, ທ່ານ ດ່ວານ​ຮົ່ງ​ຟອງ, ​ເລຂາ​ຄະນະ​ພັກ​ແຂວງ ນາມ​ດິ້ງ, ຢືນຢັນ​ວ່າ:

        “​ໃນ​ພາລະກິດ​ສ້າງສາ​ປະ​ເທດ​ຊາດ, ​ເຈື່ອງ​ຈິງ ​ແມ່ນ​ຜູ້​ສ້າງ​ພື້ນຖານ​ໃຫ້​ພາລະກິດ​ປ່ຽນ​ໃໝ່​ຂອງ​ປະ​ເທດ​ຊາດ. ການ​ປ່ຽນ​ໃໝ່​ຈີນ​ຕະນາ​ການ, ​ໂດຍ​ສະ​ເພາະ​ແມ່ນ​ຈີນ​ຕະນາ​ການ​ເສດຖະກິດ​ແມ່ນ​ການ​ອຸທິດ​ດີ​ເດັ່ນ​ພິ​ເສດ ກ່ຽວ​ກັບ​ແນວ​ຄິດ, ທິດ​ສະ​ດີ​ຂອງ​ທ່ານ ​ເລຂາທິການ​ໃຫຍ່ ​ເຈື່ອງ​ຈິງ, ​ເປັນ​ຂີດ​ໝາຍ​ບາດກ້າວ​ຫັນປ່ຽນ​ໃໝ່​ໃນ​ຈີນ​ຕະນາ​ການ​ທິດ​ສະ​ດີ​ຂອງ​ພັກ; ​ແມ່ນ​ການ​ໝູນ​ໃຊ້​ລັດທິ ມາກ - ​ເລ​ນິນ ​ເຂົ້າ​ໃນ​ສະພາບ​ຕົວ​ຈິງ​ຂອງ ຫວຽດນາມ ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 6 ຂອງ​ພັກ ​ ​ແມ່ນ​ກອງ​ປະຊຸມ​ໃຫຍ່​ແຫ່ງ​ການ​ປ່ຽນ​ໃໝ່, ​ໄດ້​ເປັນ​ຂີດ​ໝາຍ​ແຫ່ງ​ບາດກ້າວ​ພັດທະນາ​ໃໝ່​ຂອງ​ການ​ປະຕິວັດ ຫວຽດນາມ. ອາດ​ເວົ້າ​ໄດ້​ວ່າ, ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ, ມີ​ຄວາມ​ໝາຍ​ປະຫວັດສາດ​ຂອງ​ປະ​ເທດ​ຊາດ​ພາຍຫຼັງ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່ ​ໄດ້​​ເປັນ​ການຢືນຢັນ​ເຖິງ​ລັກສະນະ​ຖືກຕ້ອງ​ຂອງ​ພາລະກິດ​ປ່ຽນ​ໃໝ່, ​ເຊິ່ງທ່ານ​ເລຂາທິການ​ໃຫຍ່ ​ເຈື່ອງ​ຈິງ ​ແມ່ນ​ຜູ້​ສະ​ເໜີ ​ແລະ ລິ​ເລີ່​ມ“.

​        ສ່ວນໃນ​ໜັງສືພິມ ກວນ​ໂດ້ຍ​ເຍິນ (ສຽງ​ຂອງ​ກອງທັບ​ປະຊາຊົນ ຫວຽດນາມ) ສະບັບ​ອອກ​ວັນ​ທີ 9/2 ມີ​ບົດ​ຂຽນ ​ແລະ ຮູບ​ພາບ, ຍ້ອງຍໍ​ທ່ານ, ນັກຮົບ​ກອມ​ມູນິດ​ທີ່​ເປັນ​ແບບຢ່າງ, ລູກສິດ​ທີ່​ດີ​ເດັ່ນ​ຂອງ​ປະທານ ​ໂຮ່ຈີ​ມິນ. ທ່ານ ເລຂາທິການ​ໃຫຍ່ ​ເຈື່ອງ​ຈິງ ​ເຂົ້າ​ຮ່ວມ​ການ​ປະຕິວັດ​ນັບ​ແຕ່​ເວລາ​ມີ​ອາຍຸ 18 ປີ; ທ່ານ​ແມ່ນ​ລູກສິດ​ທີ່​ດີ​ເດັ່ນ, ​ເປັນ​ສະຫາຍ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະທານ ​ໂຮ່ຈີ​ມິນ. ທ່ານ​ໄດ້​ມີ​ລັດຖະນະ​ໂຍບາຍ​ທີ່​ຖືກຕ້ອງ, ມີ​ຫົວຄິດ​ປະດິດ​ສ້າງ​ຫຼາຍ​ຢ່າງ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ບັນດາ​ບາດ​ລ້ຽວຂອງ​ການ​ປະຕິວັດ, ພິ​ເສດ​ແມ່ນ​ໃນ​ຖານະ​ຕຳ​ແໜ່​ງ​ເປັນ ເລຂາທິການ​ໃຫຍ່ ​ພັກ​ກອມ​ມູນິດ ຫວຽດນາມ. ດ້ວຍ​ຈີນ​ຕະນາ​ການ​ດ້ານ​ການ​ເມືອງ​ຢ່າງຊຳນິ​ຊຳນານ, ດ້ວຍ​ປັນຍາ​ທີ່​ແຫຼມ​ຄົມ, ທ່ານ ເລຂາທິການ​ໃຫຍ່ ​ເຈື່ອງ​ຈິງ​ໄດ້​ຮັບ​ຮູ້​ທ່າ​ອ່ຽງພັດທະນາ​ຂອງ​ຍຸກ​ສະ​ໄໝ​ໂດຍ​ໄວ, ​ເຂົ້າ​ໃຈ​ສະພາບ​ຕົວ​ຈິງ​ຂອງ​ປະ​ເທດ​ຊາດ ​ແລະ ຄວາມ​ຮຽກຮ້ອງ, ຄວາມ​ມຸງ​ມາດ​ປາຖະໜາ​ອັນ​ຊອບ​ທຳ​ຂອງ​ປະຊາຊົນ, ພ້ອມ​ກັບ​ສູນ​ກາງ​ພັກ ​ແລະ ກົມ​ການ​ເມືອງ​ວາງ​ອອກ​ແຜນ​ນະ​ໂຍບາຍ​ປ່ຽນ​ໃໝ່. ບັນດາ​ທັດສະນະ​ປ່ຽນ​ໃໝ່​ຈີນ​ຕະນາ​ການ ​ເຊິ່ງທ່ານ​ແມ່ນ​ຜູ້​ສະ​ເໜີ, ​ໄດ້​ກາຍ​ເປັນ​ພື້ນຖານ​ວິທີ​ທິດ​ສະ​ດາ​ໃຫ້​ແກ່​ເລື່ອງ​ຮັບ​ຮູ້ ​ແລະ ​ແກ້​ໄຂ​ບັນດາ​ບັນຫາ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ຕົວ​ຈິງ​ຂອງ ຫວຽດນາມ​ໃນ​ກິດຈະການ​ປ່ຽນ​ໃໝ່.

ຂ່າວ/ບົດ​ອື່ນ