ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຮັບ​ຮອງ​ເອົາ ມະ​ຕິ​ໂດຍ ຫວຽດ​ນາມ ຮ່ວມ​ເປັນ​ປະ​ທານ ກ່ຽວ​ກັບ ປີ​ສາ​ກົນ ແມ່​ຍິງ​ເຮັດ​ວຽກ​ງານ​ກະ​ສິ​ກຳ

(VOVWORLD) - ວັນທີ 2 ພຶດສະພາ, ສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາ ມະຕິປະກາດ ປີ 2026 ແມ່ນປີ ສາກົນ ຊາວກະສິກອນຍິງ ແລະ ຮຽກຮ້ອງໃຫ້ ໂລກຕອບສະໜອງເຫດການນີ້. 
ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຮັບ​ຮອງ​ເອົາ ມະ​ຕິ​ໂດຍ ຫວຽດ​ນາມ ຮ່ວມ​ເປັນ​ປະ​ທານ ກ່ຽວ​ກັບ ປີ​ສາ​ກົນ ແມ່​ຍິງ​ເຮັດ​ວຽກ​ງານ​ກະ​ສິ​ກຳ - ảnh 1ກອງປະຊຸມ ສະມັດຊາໃຫຍ່ ສປຊ

ມະຕິໂດຍກຸ່ມຫຼັກແຫຼ່ງລວມມີ: ອາເມລິກາ, ອາກຊັງຕິນ, ໂກໂລມເບຍ, ຝລັ່ງ, ອີຕາລີ, ຍີ່ປຸ່ນ, ໂມຣົກໂກ, ເປຣູ, ຟີລິບປິນ ແລະ ຫວຽດນາມ ສະເໜີ ແລະ 126 ປະເທດຮ່ວມອຸປະຖຳ.ຕາມມະຕິແລ້ວ, ບັນດາການເຄື່ອນໄຫວຕອບສະໜອງ ຈະສຸມໃສ່ການຍົກສູງຄວາມຮັບຮູ້ ແລະ ຊຸກຍູ້ບັນດານະໂຍບາຍແກ້ໄຂຄວາມຫຍຸ້ງຍາກ, ສິ່ງທ້າທາຍ ເຊິ່ງ ແມ່ຍິງເຮັດວຽກງານກະສິກຳປະສົບ ໃນບັນດາລະບົບກະສິກຳ ແລະ ສະບຽງອາຫານ. ໄປຄຽງຄູ່ກັນນັ້ນ, ບັນດາການເຄື່ອນໄຫວນີ້ ກໍ່ແນໃສ່ເຊີດຊູບັນດາຂໍ້ລິເລີ່ມ, ນະໂຍບາຍ ແລະ ການກະທຳ ທີ່ມຸ່ງໄປເຖິງ ກໍ່ຄືພວມໄດ້ຮັບການປະຕິບັດ ເພື່ອແກ້ໄຂບັນດາບັນຫານີ້, ຜ່ານນັ້ນ ກໍ່ຈະບັນລຸໄດ້ເປົ້າໝາຍປະຕິບັດຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ ໃນຂົງເຂດກະສິກຳ.

ຕອບກັບ

ຂ່າວ/ບົດ​ອື່ນ