ສຸມໃສ່ປ່ອຍທຶນ FDI

ຕອນ​ເຊົ້າ​ວັນ​ທີ 30/12, ກະ​ຊວງ​ແຜນການ ​ແລະ ການ​ລົງທຶນ ຫວຽດນາມ​ໄດ້ຈັດ​ຕັ້ງ​ການ​ປະຊຸມ​ຂ່າວ​ປະກາດ​ສະພາບ​ການ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ​ໃນ​ປີ 2011 ​ແລະ ​ການ​ຄາດ​ຄະ​ແນ ຂອງ​ປີ 2012. ທ່ານ ຫງວຽນ​ເທ​ເຟືອງ ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ​ໃຫ້​ຮູ້​ວ່າ: ​ໄລ່​ມາ​ຮອດ​ວັນ​ທີ 15/12, ທັງ​ປະ​ເທດ ມີ​ເກືອບ13.670 ​ໂຄງການ ມີ​​ເງິນ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ​ຍັງ​ມີ​ຜົນ​ສັກສິດ ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ 198 ຕຶ້ USD. ​ໃນຳນວນບັນດາ​ຄູ່​ຮ່ວມ​ມື​ລົງທຶນ​ໃຫຍ່​: ສິງກະ​ໂປ ສືບ​ຕໍ່​ນຳ​ຫນ້າ ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ກວ່າ 24 ຕຶ້ USD, ຖັດມາ​ແມ່ນ ສ ​ເກົາຫລີ, ຍີ່​ປຸ່ນ ​ແລະໄຕ້​ຫວັນ. ນະຄອນ ​ໂຮ່ຈິ​ມີນ ຍັງ​ຄົງ​ແມ່ນ​ທ້ອງ​ຖິ່ນ​ດຶງ​ດູດ​ທຶນ FDI ຫລາຍ​ກວ່າ​ໝູ່ ດ້ວຍ​ຈຳນວນ​ເງິນ​ກວ່າ 32 ຕຶ້ USD ຍັງ​ມີ​ຜົນ​ສັກສິດ, ຖັດມາ​ແມ່ນ ບ່າ​ເຣ້ຍ ຫວູງ​ເຕົາ, ຮ່າ​ໂນ້ຍ, ດົ່ງ​ນາຍ ​ແລະ ບີ່​ງ​ເຢືອງ. ກ່ຽວ​ກັບ​ວຽກ​ງານ​ດຶງ​ດູດ​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດ​ໃນ​ປີ 2012, ທ່ານ ຫງວຽນ​ເທ​ເຟືອງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ໃຫ້​ຮູ້​ວ່າ:

        “ ປີ 2012, ການ​ຄຸ້ມ​ຄອງທຶນ FDI ​​ໄດ້​ສຸມ​ໃສ່ ​ແລະ ​ເພີ່ມ​ທະວີ​ຕາມ​ທິດຍົກ​ສູງ​ຄຸນ​ນະພາ​ບປະສິດທິ​ຜົນ ທຶນ FDI, ຍົກ​ສູງ​ຜົນ​ສັກສິດ, ປະສິດທິ​ຜົນ​ການ​ບໍລິຫານ​ລັດ ​ແລະ ສ້າງ​ກົນ​ໄກ​ບໍລິຫານ​ລັດ​ກ່ຽວ​ກັບ​ທຶນ FDI ສຳ​ເລັດ​. ​ເລື່ອງ​ດຶງ​ດູດ​ທຶນ FDI ຈະ​ບໍ່​ສຸມ​ໃສ່​ກ່ຽວ​ກັບ​ທຶນ​ຈົດ​ທະບຽນ ຫາກ​ສຸມ​​ໃສ່​ເຂົ້າ​ໃນ​ການ​ປ່ອຍ​ທຶນ FDI, ດຶງ​ດູດ​ທຶນ FDI ​ໃຫ້​ສອດຄ່ອງ​ກັບ​ແຜນການ​ພັດທະນາ 2011- 2015 ພ້ອມ​ທັງ​ດຶງ​ດູດ ທຶນ FDI ມີ​ການ​ເລືອກ​ເຟັ້ນ, ມີ​ການ​ກຳນົດ​ທິດ​ເຂົ້າ​ໃນ​ຂົງ​ເຂດ​ຄື: ພື້ນ​ຖານ​ໂຄງ​ລ່າງ, ອຸດສາຫະກຳ​ຂຽວ, ​ໃກ້ຊິດ​ສະຫນິດສະຫນົມ​ກັບ​ສິ່ງ​ແວດ​ລ້ອມ.“

        ​ເພື່ອ​ດຶງ​ດູດ​ແຫ​ລ່ງ​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດ, ສ້າງ​​ແຫ​ລ່ງກຳລັງ​ແຮງ​ສຳຄັນ​ເພື່ອ​ພັດທະນາ​ປະ​ເທດ​ຊາດ. ລັດຖະບານຫາ​ກໍ​ອອກ​ຄຳ​ສັ່ງ​ເພີ່ມ​ທະວີ​ການ​ປະຕິບັດ ​ແລະ ປັບປຸງ​ວຽກ​ງານ​ຄຸ້ມ​ຄອງ​ການ​ລົງທຶນ​ໂດຍກົງ​ຂອງ​ຕ່າງປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ, ປັບປຸງ​ຫລາຍ​ນະ​ໂຍບາຍ​ທີ່​ກ່ຽວຂ້ອງ​ເຖິງ​ການ​ລົງທຶນ, ​ແກ້​ໄຂ​ບັນຫາ​ທີ່​ຂາດ​ຕົກ​ບົກ​ຜ່ອງ​ພວມ​ກີດຂວາງ​ເຖິງ​ການ​ດຶງ​ດູດ​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດ​ເຂົ້າ​ຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ