ສື່ມວນຊົນອິນເດຍ ກ່າວປະນາມບັນດາການກະທຳຂອງຈີນ ຢູ່ ເຂດເສດຖະກິດຈຳເພາະຂອງຫວຽດນາມ

(VOVWORLD) -ວັນທີ 30 ກັນຍາ, ຫນັງສືພິມລາຍວັນ The Economic Times ຂອງອິນເດຍ ລົງບົດຂຽນສະຫນັບສະຫນູນ ຫວຽດນາມ ຄັດຄ້ານບັນດາການກະທຳຂອງຈີນ ຢູ່ ເຂດເສດຖະກິດຈຳເພາະ (EEZ) ຂອງຫວຽດນາມ. 

 ຫນັງສືພິມດັ່ງກ່າວໄດ້ຄັດສະເຫນີຄຳເວົ້າຂອງບັນດາຜູ້ຊ່ຽວຊານການເດີນທະເລ ເນັ້ນຫນັກວ່າ ຈີນ ບໍ່ໄດ້ດຳເນີນບໍ່ວ່າການກະທຳໃດອີກເພື່ອເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ ແລະ ລະເມີດອຳນາດອະທິປະໄຕຂອງຫວຽດນາມ ຊື່ງໄດ້ກຳນົດຕາມກົດໝາຍສາກົນ. ຫນັງສືພິມດັ່ງກ່າວໄດ້ເນັ້ນຫນັກວ່າ: ອິນເດຍ ແມ່ນຫນຶ່ງໃນບັນດາປະເທດສະແດງຄວາມວິຕົກກັງວົນຕໍ່ບັນດາການກະທຳຂອງ ປັກກີ່ງ ຢູ່ ທະເລຕາເວັນອອກ ແລະ ສະຫນັບສະຫນູນ ຫວຽດນາມຮຽກຮ້ອງ ປະຊາຄົມສາກົນ ແຊກແຊງເພື່ອຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ.

ໃນວັນດຽວກັນ, ຫນັງສືພິມ Times of India ໄດ້ລົງບົດຕອບສຳພາດທ່ານ ຟ້າມແຊງເຈົາ ເອກອັກຄະລັດຖະທູດຫວຽດາມ ປະຈຳ ອິນເດຍ  ກ່າວປະນາມ ເລື່ອງຈີນ “ພວມເຮັດໃຫ້ເຂດບໍ່ມີຄວາມຂັດແຍ້ງ ກາຍເປັນເຂດມີຄວາມຂັດແຍ້ງ” ຢູ່ ທະເລຕາເວັນອອກ. ທ່ານ ຟ້າມແຊງເຈົາ ຢືນຢັນ ຫວຽດນາມ ຈະນຳໃຊ້ທຸກມາດຕະການໂດຍສັນຕິຊື່ງໄດ້ກຳນົດໃນກົດໝາຍສາກົນ ເພື່ອປົກປ້ອງບັນດາຜົນປະໂຫຍດອັນຊອບທຳຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ