ສື່ມວນຊົນສາກົນເນັ້ນຫນັກເຖິງຄວາມຕັດສິນໃຈຂອງຫວຽດນາມໃນການຊຸກຍູ້ການເຕີບໂຕແບບຍືນຍົງຢູ່ພາກພື້ນ

(VOVWORLD) -ເນື່ອງໃນໂອກາດດຳເນີນສັບປະດາຂັ້ນສູງ APEC 2017 ຢູ່ ນະຄອນ ດາຫນັງ, ປະເທດຫວຽດນາມ ແຕ່ວັນທີ 6-11 ພະຈິກ, ສື່ມວນຊົນສາກົນ ສືບຕໍ່ໃຫ້ຂ່າວກ່ຽວກັບເຫດການເສດຖະກິດສຳຄັນອັນດັບຫນຶ່ງຢູ່ ພາກພື້ນ ອາຊີ ປາຊີຟິກ ກໍຄືເນັ້ນຫນັກເຖິງຄວາມປາດຖະຫນາຂອງປະເທດເຈົ້າພາບ ຫວຽດນາມ ໃນຄວາມມານະພະຍາຍາມຊຸກຍູ້ການເຕີບໂຕແບບຍືນຍົງຢູ່ພາກພື້ນ.
ສື່ມວນຊົນສາກົນເນັ້ນຫນັກເຖິງຄວາມຕັດສິນໃຈຂອງຫວຽດນາມໃນການຊຸກຍູ້ການເຕີບໂຕແບບຍືນຍົງຢູ່ພາກພື້ນ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດທຸລະກິດ

ບົດຂຽນລົງພິມໃນຫນັງສືພິມ The Economic Times ຂອງ ອິນເດຍ ໄດ້ຍົກໃຫ້ເຫັນບົດຮຽນຂອງຫວຽດນາມ ເພື່ອຍົກສູງຖານະບົດບາດນຳຫນ້າໃນການພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງ ໃນຊຸມປີຈະມາເຖິງ, ນັ້ນແມ່ນ: ຄວນກຳແຫນ້ນ ແລະ ຄາດຄະເນການພັດທະນາໃຫມ່ເປັນປະຈຳ, ຄວາມກົມກຽວການພົວພັນລະຫວ່າງການພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງ, ລະຫວ່າງຜົນປະໂຫຍດໃນຕໍ່ຫນ້າ ແລະ ຍາວນານ, ລະຫວ່າງການພັດທະນາເສດຖະກິດ ແລະ ສັງຄົມ, ການເຕີບໂຕເສດຖະກິດຕິດພັນກັບການປະຕິບັດຄວາມກ້າວຫນ້າ ແລະ ຄວາມຍຸຕິທຳສັງຄົມ, ປົກປັກຮັກສາສິ່ງແວດລ້ອມ ແລະອື່ນໆ. ໃນຂະນະນັ້ນ ຫນັງສືພິມ Algeria ໄດ້ໃຫ້ຂໍ້ສັງເກດວ່າ: ດ້ວຍບົດບາດເປັນປະເທດເຈົ້າພາບ APEC 2017, ຫວຽດນາມ ປາດຖະຫນາຈະປະກອບສ່ວນກ່ວາອີກເຂົ້າໃນການເປີດກວ້າງການຮ່ວມມືພາຍໃນກຸ່ມ, ປັບປຸງຖານະບົດບາດຂອງເວທີປາໄສນີ້ຢູ່ໃນໂລກ, ຊຸກຍູ້ທ່າອ່ຽງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ ອາຊີ ປາຊີຟິກ ແລະ ໃນໂລກ.

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ