ສື່ມວນຊົນ ອັກຊັງຕິນ ລົງຂ່າວຢ່າງເຂັ້ມຂຸ້ນກ່ຽວກັບໄຊຊະ 30 ເມສາ

(VOVWORLD) - ໄຊຊະນະວັນທີ 30 ເມສາ ແມ່ນບາດກ້າວສືບທອດຂອງໄຊຊະນະ ດ້ຽນບຽນຝູ 07 ພຶດສະພາ 1945, ຍົກສູງບົດບາດຂອງປະທານ ໂຮ່ຈີມິນ ແລະ ພົນເອກ ຫວໍງວຽນຢາບ ໃນພາລະກິດແຫ່ງການຕໍ່ສູ້ກັບສັດຕູເຂົ້າມາຮຸກຮານຂອງຊາດ ຫວຽດນາມ.
ສື່ມວນຊົນ ອັກຊັງຕິນ ລົງຂ່າວຢ່າງເຂັ້ມຂຸ້ນກ່ຽວກັບໄຊຊະ 30 ເມສາ - ảnh 1ບົດຂຽນໃນເວັບໄຊ AcercandonosCultura
(ພາບ: TTXVN)

        ວັນທີ 30 ເມສາ, ເວັບໄຊ AcercandonosCultura ຂອງ ອັກຊັງຕິນ ໄດ້ລົງບົດຂຽນຢ່າງເຂັ້ມຂຸ້ນກ່ຽວກັບວັນໂຮມປະເທດຊາດເປັນເອກະພາບຂອງ ຫວຽດນາມ (30 ເມສາ 1975), ເຊິ່ງແມ່ນເຫດການປະຫວັດສາດສຳຄັນ ສ້າງຂີດໝາຍພາກໃຕ້ ຫວຽດນາມ ໄດ້ຮັບການປົກປ່ອຍຢ່າງສົມບູນ ແລະ ສິ້ນສຸດການຕໍ່ສູ້ຕ້ານ ອາເມລິກາ ຂອງຊາດ ຫວຽດນາມ. ບົດຂຽນມີຫົວຂໍ້ວ່າ: “ໄຊງ່ອນ ຫຼົ້ມສະຫຼາຍໃນວັນທີ 30 ເມສາ 1975: ສິ້ນສຸດສົງຄາມຢູ່ ຫວຽດນາມ ແລະ ເປີດການໂຮມປະເທດຊາດເປັນເອກະພາບ” ໄດ້ເນັ້ນໜັກເຖິງໄຊຊະນະວັນທີ 30 ເມສາ ແມ່ນບາດກ້າວສືບທອດຂອງໄຊຊະນະ ດ້ຽນບຽນຝູ 07 ພຶດສະພາ 1945, ຍົກສູງບົດບາດຂອງປະທານ ໂຮ່ຈີມິນ ແລະ ພົນເອກ ຫວໍງວຽນຢາບ ໃນພາລະກິດແຫ່ງການຕໍ່ສູ້ກັບສັດຕູເຂົ້າມາຮຸກຮານຂອງຊາດ ຫວຽດນາມ.

        ໃນບົດຮຽນກໍ່ໄດ້ລົງຄຼິບໄປພ້ອມ, ສະຫຼຸບວິວັດການສິ້ນສຸດການຕໍ່ສູ້ຕ້ານ ອາເມລິກາ ຂອງຊາດ ຫວຽດນາມ ແລະ ພາກໃຕ້ ຫວຽດນາມ ໄດ້ຮັບການປົດປ່ອຍຢ່າງສົມບູນ.

ຕອບກັບ

ຂ່າວ/ບົດ​ອື່ນ