ສ​ປ​ຊ ກ່າວ​ປະ​ນາມການ​ເຂັ່​ນ​ຂ້າ​ສາ​ມັນ​ຊົນ​ຢູ່ ບວກ​ກີ​ນາ​ ຟາ​ໂຊ

(VOVWORLD) -  ວັນທີ 27 ພຶດສະພາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ກ່າວປະນາມຢ່າງແຮງຕໍ່ເຫດການເຂັ່ນຂ້າສາມັນຊົນຢູ່ ບວກກີນາ ຟາໂຊ ໂດຍບັນດາກຸ່ມປະກອບອາວຸດຫົວຮຸນແຮງປະຕິບັດ. 
ສ​ປ​ຊ ກ່າວ​ປະ​ນາມການ​ເຂັ່​ນ​ຂ້າ​ສາ​ມັນ​ຊົນ​ຢູ່ ບວກ​ກີ​ນາ​ ຟາ​ໂຊ - ảnh 1ນາຍທະຫານ ບວກກີນາ ຟາໂຊ ລາດຕະເວນ ຢູ່  Ouhigouya. (ພາບ: AFP/TTXVN)

ທ່ານ Antonio Guterres ໄດ້ແບ່ງປັນຄວາມໂສກເສົ້າກັບຄອບຄົວຜູ້ປະສົບເຄາະຮ້າຍ, ພ້ອມດຽວກັນນັ້ນ, ທ່ານກໍຮຽກຮ້ອງໃຫ້ວົງການເຈົ້າໜ້າທີ່ ບວກກີນາ ຟາໂຊ ສຸມທຸກກໍາລັງເພື່ອຊອກຫາ ແລະ ນຳຕົວການຂຶ້ນສານພິພາກສາໂດຍໄວ. ທ່ານກໍຢ້ຳຄືນຄຳໝັ້ນສັນຍາຂອງ ສປຊ ກ່ຽວກັບເລື່ອງ ຈະສືບຕໍ່ໜູນຊ່ວຍ ບວກກີນາ ຟາໂຊ ສະກັດກັ້ນການກໍ່ການຮ້າຍ, ການໃຊ້ຄວາມຮຸນແຮງ ແລະ ປົກປ້ອງສາມັນຊົນ.

        ວັນທີ 22 ແລະ 25 ພຶດສະພາ, ບັນດາກຸ່ມກໍ່ການຮ້າຍໄດ້ດຳເນີນການປຸກໂຈມຕີໃສ່ປະຊາຊົນຢູ່ສອງຕາແສງ Gorgadji ຂອງແຂວງ Séno, ເຂດ Sahel ແລະ Madjoari (ແຂວງ Kompienga ຢູ່ທາງທິດຕາເວັນອອກ). ສົບຂອງຜູ້ປະສົບເຄາະຮ້າຍໄດ້ຊອກເຫັນຢູ່ຕາແສງ Gorgadji ຢ່າງໜ້ອຍສຸດ 11 ສົບ. ກ່ອນໜ້ານັ້ນ ມັນດາມືປືນໄດ້ປຸກໂຈມຕີຄ້າຍຄືກັນນີ້ ໃນວັນທີ 14 ແລະ 19 ພຶດສະພາ ຢູ່ Madjoari ເຮັດໃຫ້ສາມັນຊົນ 17 ຄົນ ແລະ ນັກຮົບ 11 ຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ