ວັນ​ທີ 7 ພຶດ​ສະ​ພາ, ອິນ​ເດຍ ດຳ​ເນີນ​ບັ້ນ​ເລືອກ​ຕັ້ງ ຄັ້ງ​ທີ 3 ສະ​ມາ​ຊິກ​ສະ​ພາ​ຕ່ຳ​ອິນ​ເດຍ ປີ 2024 ​

(VOVWORLD) - ຜູ້ມີສິດເລືອກຕັ້ງ ປະມານ 130 ລ້ານຄົນ ທີ່ມີເງື່ອນໄຂຢ່າງຄົບຖ້ວນໃນການ ໄປປ່ອນບັດ ໃນຄັ້ງທີ 3 ຂອງ ການເລືອກຕັ້ງສະມາຊິກສະພາຕ່ຳ ຢູ່ ອິນເດຍ. 
ວັນ​ທີ 7 ພຶດ​ສະ​ພາ, ອິນ​ເດຍ ດຳ​ເນີນ​ບັ້ນ​ເລືອກ​ຕັ້ງ ຄັ້ງ​ທີ 3 ສະ​ມາ​ຊິກ​ສະ​ພາ​ຕ່ຳ​ອິນ​ເດຍ ປີ 2024 ​ - ảnh 1ພາບປະກອບ: TheHindu

ການປ່ອນບັດເລືອກຕັ້ງ ສະມາຊິກສະພາຕ່ຳອິນເດຍ ປີ 2024  ຄັ້ງທີ 3 ໄດ້ດຳເນີນໃນວັນທີ 7 ພຶດສະພາ. ການປ່ອນບັດ ເລືອກຕັ້ງ ຈະຈັດຂຶ້ນຢູ່ 93 ສະຖານທີ່ເລືອກຕັ້ງ ໃນ 10 ລັດ ແລະ ເຂດແຄ້ວນແຫ່ໜຶ່ງ ທີ່ມີພົນລະເມືອງ ອິນເດຍ ອາໄສຫຼາຍທີ່ສຸດໃນໂລກ. ຜູ້ມີສິດເລືອກຕັ້ງ ປະມານ 130 ລ້ານຄົນ ທີ່ມີເງື່ອນໄຂຢ່າງຄົບຖ້ວນໃນການ ໄປປ່ອນບັດ ໃນຄັ້ງທີ 3 ຂອງ ການເລືອກຕັ້ງສະມາຊິກສະພາຕ່ຳ ຢູ່ ອິນເດຍ. ເຂົາເຈົ້າຈະເລືອກເອົາບັນດາສະມາຊິກ ສະພາຕ່ຳຊຸດໃໝ່ທີ່ ມາຈາກ ຜູ້ເຂົ້າຮ່ວມການເລືອກຕັ້ງ ກ່ວາ 1.300 ຄົນ. ໝາກຜົນຂອງໄລຍະນີ້ ຈະມີຜົນສະທ້ອນຢ່າງຍິ່ງຕໍ່ໝາກຜົນຂອງການເລືອກຕັ້ງຄັ້ງສຸດທ້າຍ, ດ້ວຍການມີໜ້າຂອງບັນດາຜູ້ທີ່ມີອິດທິພົນຊື່ສຽງ ຈາກພັກ BJP ກຳອຳນາດ ແລະ ກຸ່ມນັກການເມືອງຝ່າຍຄ້ານ ສະຫະພັນພັດທະນາຮອບດ້ານແຫ່ງຊາດ ອິນເດຍ (INDIA) ໂດຍພັກ Congress ແຫ່ງຊາດ ອິນເດຍນຳໜ້າ. ຕາມຄະນະເລືອກຕັ້ງ ອິນເດຍ ແລ້ວ, ມີຜູ້ສັງເກດການ 75 ຄົນ ມາຈາກ 23 ປະເທດ ຈະເຂົ້າຮ່ວມການຕິດຕາມກວດກາວິວັດທະນາການເລືອກຕັ້ງໃນຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ