ລະ​ດັບ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໃນ​ໄຕ​ມາດ I 2024 ຂອງ Eurozone ບັນ​ລຸ 0,3%

(VOVWORLD) - ພື້ນຖານເສດຖະກິດພາກພື້ນນຳໃຊ້ສະກຸນເງິນລວມ ເອີຣົບ (Eurozone) ໄດ້ຫຼຸດພົ້ນອອກຈາກສະພາບຊຸດໂຊມ ດ້ວຍລະດັບການເຕີບໂຕໃນໄຕມາດທຳອິດຂອງ ປີ 2024 ສູງກວ່າການຄາດຄະເນກ່ອນໜ້ານັ້ນ ແລະ ໄພເງິນເຟີ້ຍັງຮັກສາເປັນປົກກະຕິໃນເດືອນ ເມສາ.
ລະ​ດັບ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໃນ​ໄຕ​ມາດ I 2024 ຂອງ Eurozone ບັນ​ລຸ 0,3% - ảnh 1ຮ້ານສັບພະສິນຄ້າແຫ່ງໜຶ່ງຢູ່ Duesseldorf, ເຢຍລະມັນ  (ພາບ:AFP/TTXVN)

ບັນດາຂໍ້ມູນທາງການໂດຍອົງການສະຖິຕິ ສະຫະພາບເອີຣົບ (Eurostat) ປະກາດໃນວັນທີ 30 ເມສາ ໄດ້ຊີ້ໃຫ້ເຫັນວ່າ ພື້ນຖານເສດຖະກິດພາກພື້ນນຳໃຊ້ສະກຸນເງິນລວມ ເອີຣົບ (Eurozone) ໄດ້ຫຼຸດພົ້ນອອກຈາກສະພາບຊຸດໂຊມ ດ້ວຍລະດັບການເຕີບໂຕໃນໄຕມາດທຳອິດຂອງ ປີ 2024 ສູງກວ່າການຄາດຄະເນກ່ອນໜ້ານັ້ນ ແລະ ໄພເງິນເຟີ້ຍັງຮັກສາເປັນປົກກະຕິໃນເດືອນ ເມສາ.

ລະອຽດ, ເສດຖະກິດພາກພື້ນ Eurozone, ລວມມີ 20 ປະເທດ, ລະດັບການເຕີບໂຕໃນໄຕມາດທີ 1  ບັນລຸ 0,3% ເມື່ອທຽບໃສ່ໄຕມາດກ່ອນໜ້ານັ້ນ, ສູງກວ່າ 0,2 ຈຸດສ່ວນຮ້ອຍ ເມື່ອທຽບໃສ່ການຄາດຄະເນກ່ອນໜ້ານັ້ນ. Eurozone ກ້າວເຂົ້າສູ່ໄລຍະຊຸດໂຊມດ້ານເຕັກນິກໃນ 6 ເດືອນທ້າຍປີ 2023, ພາຍຫຼັການເຕີບໂຕເປັນລົບ ໃນ 2 ໄຕມາດທ້າຍປີ.

ກໍໃນວັນດຽວກັນ, ຫ້ອງການສະຖິຕິສະຫະພັນ ເຢຍລະມັນ (Destatis) ປະກາດພື້ນຖານເສດຖະກິດ ເຢຍລະມັນ ໄດ້ຊີ້ໃຫ້ເຫັນຄວາມສາມາດຟື້ນຟູໜ້ອຍໜຶ່ງໃນ 6 ເດືອນຕົ້ນປີ 2024, ນຳມາເຊິ່ງຄວາມຫວັງວ່າ ເຢຍລະມັນ ຈະສາມາດຫຼຸດພົ້ນອອກຈາກສະພາບເສດຖະກິດທີ່ມືດມົວແກ່ຍາວ.

ຕອບກັບ

ຂ່າວ/ບົດ​ອື່ນ