ມີວິສາຫະກິດ 230 ແຫ່ງ ເຂົ້າຮ່ວມງານຕະຫລາດນັດສິນຄ້າຫວຽດນາມມີຄຸນນະພາບສູງ

ມີວິສາຫະກິດ 230 ແຫ່ງ ເຂົ້າຮ່ວມງານຕະຫລາດນັດສິນຄ້າຫວຽດນາມມີຄຸນນະພາບສູງ - ảnh 1
ພາບປະກອບ:ອິນເຕີແນັດ


(vovworld)-ຕອນ​ຄຳ່​ວັນ​ທີ 15/4, ຢູ່​ນະຄອນ ​ໂຮ່ຈິ​ມີນ, ສະມາຄົມ​ວິ​ສາ​ຫະກິດ​ຫວຽດນາມຜະລິດ​ສິນຄ້າ​ຄຸນ​ນະພາ​ບສູງ ​ໄດ້​​ໄຂ​ງານ​ຕະຫລາດນັດ​ສິນຄ້າ​ຫວຽດນາມ​ຄຸນ​ນະພາ​ບສູງປີ 2014. ນີ້​​ເປັນ​ຄັ້ງ​ທີ 18 ງານ​ຕະຫລາດນັດ​ດັ່ງກ່າວ​ຖືກ​ຈັດ​ຂຶ້ນ​ຢູ່ ນະຄອນ ​ໂຮ່ຈິ​ມີນ. ​ເຂົ້າ​ຮ່ວມ​ງານ​ຕະຫລາດນັດ ມີ​ວິ​ສາ​ຫະກິດ​ 230 ​ແຫ່ງ ດ້ວຍ​ຮ້ານ​ວາງສະ​ແດງ 700 ຮ້ານ. ຜູ້​ອຸປະ​ໂພ​ກບໍລິ​ໂພ​ກມາ​ງານ​ຕະຫລາດນັດ​ສາມາດ​ຊື້​​ສິນຄ້າ​ຄຸນ​ນະພາ​ບສູງ ດ້ວຍ​ຫລາຍ​ລາຍການ​ສົ່ງ​ເສີມ​ການ​ຄ້າ, ຫລຸດ​ລາຄາ​ເຖິງ 50% ​ແລະ ​ໄດ້ພົບ​ປະ​ແລກປ່ຽນ​ໂດ​ຍກົງ​ກັບ​ວິ​ສາ​ຫະກິດ, ຜູ້​ຊ່ຽວຊານ​ໃຫ້​ຄຳ​ປຶກສາ​ກ່ຽວ​ກັບ​ຜະລິດ​ຕະພັນ. ​ແລະ​ກໍ​ໃນ​ຂອບ​ເຂດ​ງານ​ຕະຫລາດນັດ, ​ເປັນ​ຄັ້ງ​ທຳ​ອິດ​ດຳ​ເນີນ​ລາຍການ​ຝືກອົບຮົ​ມກ່ຽວ​ກັບ​ການ​ກໍ່​ຮ່າງ​ສ້າງ​ຕົວ ​ໄດ້​ເຕົ້າ​ໂຮມ​​ບັນດາແບບຢ່າງ​ດີ​ເດັ່ນທີ່​ມາ​ຈາກ 8​ ​ແຂວງ, ນະຄອນ​ພາຍ​ໃນ​ປະ​ເທດ. ນອກ​ນັ້ນ ງານ​ຕະຫລາດນັດ​ຍັງ​ມີ​ການ​ເຄື່ອນ​ໄຫວ​ຫລາ​ຍຢ່າງ ດ້ວຍ​ຫົວ​ຂໍ້: ການ​ປ່ຽນ​ໃຫມ່​ຫົວຄິດ​ປະດິດ​ສ້າງ​ເພື່ອ​ພັດທະນາ​ແບບ​ຍືນ​ຍົງ. ງາ​ນຕະຫລາດນັດ​ດັ່ງກ່າວ​​ຈະ​ອັດ​ລົງ​ໃນວັນ​ທີ 20/4.

 

ຂ່າວ/ບົດ​ອື່ນ