ພິທີອັດງານບຸນດົນຕີເພັງຄຼາດສິກ ຢູ່ດາລາດ

(VOVWORLD) - ໃນຂອບເຂດເຫດການຍັງໄດ້ຈັດງານວາງສະແດງສົນທະນາກ່ຽວກັບເວລາຂອງນັກ ຈິດຕະກອນ ຫງວຽນຕືງຽມ, ເຊິ່ງເປັນໜຶ່ງໃນຈຳນວນນັກຈິດຕະກອນດີເດັ່ນໃນໄລຍະປະຈຸບັນຂອງ ຫວຽດນາມ.
ພິທີອັດງານບຸນດົນຕີເພັງຄຼາດສິກ ຢູ່ດາລາດ - ảnh 1ການສະແດງທີ່ລາຍການ
(ພາບ: TTXVN)

ພາຍຫຼັງດຳເນີນມາເປັນເວລາ 8 ວັນ ດ້ວຍ 20 ລາຍການສະແດງ, ຕອນບ່າຍວັນທີ 17 ມີນາ, ລາຍການງານບຸນດົນຕີ ຄຼາດສິກ ຫວຽດນາມ - Vietnam Classical Music Festival ໄດ້ອັດລົງຢູ່ນະຄອນ ດາລາດ, ແຂວງ ເລີມດົ່ງ.

ທີ່ເຫດການ, ບັນດານັກສິລະປະການໄດ້ນຳບັນດາຜົນງານດົນຕີ ຄຼາດສິກ ມາຈາກ ເອີລົບ ແລະ ບັນດາປະເທດອື່ນໆມາໃຫ້ຜູ້ຊົມ. ລາຍການໄດ້ຈັດຂຶ້ນຢູ່ນະຄອນ ດາລາດ, ເພື່ອໃຫ້ຜູ້ຊົມຊອບສິລະປະ, ດົນຕິ ຄຼາດສິກ ແລະ ແຂກທ່ອງທ່ຽວໄດ້ຮັບຊົມ, ຮັບຟັງດົນຕີ.

ໃນຂອບເຂດເຫດການຍັງໄດ້ຈັດງານວາງສະແດງສົນທະນາກ່ຽວກັບເວລາຂອງນັກ ຈິດຕະກອນ ຫງວຽນຕືງຽມ, ເຊິ່ງເປັນໜຶ່ງໃນຈຳນວນນັກຈິດຕະກອນດີເດັ່ນໃນໄລຍະປະຈຸບັນຂອງ ຫວຽດນາມ. ນອກຈາກນັ້ນ, ງານບຸນຍັງມີກອງປະຊຸມສຳມະນາດ້ວຍຫົວຂໍ້ “ດົນຕີ ຄຼາດສິກສຳລັບທຸກໆຄົນ”, ບັນດາຊຸດຮຽນລົງເລິກກ່ຽວກັບເຄື່ອງດົນຕີ.

ຕອບກັບ

ຂ່າວ/ບົດ​ອື່ນ