ປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ສືບຕໍ່ການຢ້ຽມຢາມ ສ. ໂປໂລຍ

ປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ສືບຕໍ່ການຢ້ຽມຢາມ ສ. ໂປໂລຍ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮູ່ງ ເຈລະຈາ​ກັບ​ປະທານ​ສະພາ​ສູງ ​ໂປ​ໂລ​ຍ Bogdan Borusewicz

(vovworld) - ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ ສ ​ໂປ​ໂລ​ຍຢ່າງ​ເປັນ​ທາງ​ການ, ຕອນ​ຄຳ່​ວັນ​ທີ 15/3 (ຕາມ​ເວລາ ຫວຽດນາມ​), ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮູ່ງ ​ມີ​ການ​ພົບ​ປະ​ກັບ​ທ່ານ​ປະທານາທິບໍດີ ສ ​ໂປ​ໂລ​ຍ Bronislaw Komorowski, ​ເຈລະຈາ​ກັບ​ປະທານ​ສະພາ​ສູງ ​ໂປ​ໂລ​ຍ Bogdan Borusewicz ​ແລະ ຢ້ຽມຢາມ ສະຖານທູດ ຫວຽດນາມ ປະຈຳ ​ໂປ​ໂລ​ຍ.

        ທີ່​ການ​ພົບ​ປະ​ກັບ​ທ່ານ​ປະທານາທິບໍດີ ສ ​ໂປ​ໂລ​ຍ Bronislaw Komorowski, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຢັ້ງຢືນ​ວ່າ ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ເຮັດ​ໃຫ້ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ ​ໂປ​ໂລ​ຍ ​ເລິກ​ເຊິ່ງກ່ວາ​ອີກ, ຖື​ວ່ານີ້​ແມ່ນ​ໜຶ່ງ ​ໃນ​ບັນດາ​ບຸລິມະສິດ​ຕົ້ນ​ຕໍ່​​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ ຫວຽດນາມ ຢູ່​ເຂດ​ເອີ​ລົບ​ກາງ, ​ເອີ​ລົບ​ຕາ​ເວັນ​ອອກ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວັງ​ວ່າ: 2 ປະ​ເທດ​ຊຸກຍູ້​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ, ຮອບດ້ານ​ກ່ວາ​ອີກ ​ໃນ​ທຸກໆ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ວັດທະນະທຳ​, ການ​ສຶກສາ​ບຳລຸງ​ສ້າງ, ​ເປັນ​ປະຖົມ​ປັດ​ໄຈ​ເພື່ອ​ຍົກ​ລະດັບ​ການ​ພົວພັນ 2 ຝ່າຍ​​ໂດຍ​ໄວ. ທ່ານ​ປະທານາທິບໍດີ ສ ​ໂປ​ໂລ​ຍ Bronislaw Komorowski ຖື​ວ່າ: ການ​ຢ້ຽມ​ຢາມ​ຄັ້ງ​ນີ​ແມ່ນ​ຂີດ​ໝາຍ​ສຳຄັນ​ເພື່ອ​ສືບ​ຕໍ່​ປັບປຸງ ​ແລະ ​ເປີດ​ກາລະ​ໂອກາດ​ໃໝ່​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ.

        ທີ່​ການ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ສູງ ​ໂປ​ໂລ​ຍ Bogdan Borusewicz, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນທຸກ​ຂັ້ນ, ​ເສີມ​ຂະ​ຫຍາ​ຍບົດບາດ​ຂອງ​ກຸ່ມ​ສະມາຊິກ​ມິດຕະພາບ ຫວຽດນາມ - ​ໂປ​ໂລ​ຍ ​ແລະ ​ໂປ​ໂລ​ຍ - ຫວຽດນາມ, ​ແບ່ງປັນ​ບົດຮຽນ​ໃນ​ການ​ສ້າງ​ກົດໝາຍ, ພິ​ເສດ​​ແມ່ນ​ຂອງ ​ໂປ​ໂລ​ຍ ​ໃຫ້​ແກ່ ຫວຽດນາມ ກ່ຽວ​ກັບ​ການ​ຫັນປ່ຽນ​ເສດຖະກິດ ​ແລະ ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ. ທ່ານ​ປະທານ​ສະພາ​ສູງ ​ໂປ​ໂລ​ຍ Bogdan Borusewicz ສະໜັບສະໜູນ ຫວຽດນາມ ​ເປີດ​ກ້ວາງ, ພັດທະນາ​ການ​ພົວພັນ​ກັບ​ສະຫະພາບ ​ເອີ​ລົບ, ພ້ອມ​ທັງ​ເຫັນ​ດີ​ຕໍ່ເລື່ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ສະພາ​​ແຫ່ງ​ຊາດ ຫວຽດນາມ ​ເພື່ອ​ຊຸກຍູ້, ຍົກ​ລະດັບ ​ແລະ ​ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ເລິກ​ເຊິ່ງກ່ວາ​ອີກ.

        ກ່ອນ​ທີ່​ອອກ​ເດີນທາງ​ກັບ​ເມືອ​ປະ​ເທດ, ສິ້ນ​ສຸດ​ການ​ຢ້ຽມຢາມ ​ໂປ​ໂລ​ຍ ຢ່າງ​ເປັນ​ທາງ​ການ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ໂອ້​ລົມ​ກັບ​ພະນັກງານ, ພາລະ​ກອນ ສະຖານທູດ ​ແລະ ວົງ​ຄະນະ​ຍາດ​ຊາວ ຫວຽດນາມ ຢູ່ ​ໂປ​ໂລ​ຍ.

ຂ່າວ/ບົດ​ອື່ນ