ປະທານປະເທດ ເຈີ່ນດ້າຍກວາງ ພົບປະກັບການນຳບັນດາພື້ນຖານເສດຖະກິດເນື່ອງໃນໂອກາດສັບປະດາຂັ້ນສູງ APEC 2017

(VOVWORLD) -  ແລະກໍ່ໃນວັນທີ 9 ພະຈິກ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຕ້ອນຮັບທ່ານ Peter O’Neill, ນາຍົກລັດຖະມົນຕີ ປາປົວນີວກີເນ ເນື່ອງໃນໂອກາດເຂົ້າຮ່ວມ ສັບປະດາຂັ້ນສູງ APEC ຢູ່ດ່ານັ້ງ.
ປະທານປະເທດ ເຈີ່ນດ້າຍກວາງ ພົບປະກັບການນຳບັນດາພື້ນຖານເສດຖະກິດເນື່ອງໃນໂອກາດສັບປະດາຂັ້ນສູງ APEC 2017 - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ  ແລະ ທ່ານປະທານາທິບໍດີ ສ. ເປຣູ Pedro Pablo Kuczynski

ວັນທີ 9 ພະຈິກ, ຢູ່ສູນປົກຄອງນະຄອນ ດ່ານັ້ງ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ມີການພົບປະ 2 ຝ່າຍກັບທ່ານ Enrique Pena Nieto, ປະທານາທິບໍດີ ສ. ເມັກຊີໂກ ເນື່ອງໃນໂອກາດເຂົ້າຮ່ວມສັບປະດາຂັ້ນສູງ APEC ຄັ້ງທີ 25 ຢູ່ດ່ານັ້ງ. ທີ່ການພົບປະ, ການນຳ 2 ທ່ານ ໄດ້ເຫັນດີເປັນເອກະພາບກ່ຽວກັບບັນດາມາດຕະການເພື່ອແນໃສ່ສືບຕໍ່ເພີ່ມທະວີເປີດກ້ວາງການພົວພັນຮ່ວມມື 2 ຝ່າຍ ໃນຂົງເຂດຕ່າງໆຄື: ການເມືອງ - ການທູດ, ເສດຖະກິດ - ການຄ້າ ແລະ ການລົງທຶນ, ວັດທະນະທຳ, ວິທະຍາສາດ - ເຕັກໂນໂລຢີ ແລະ ບັນດາຂົງເຂດອື່ນໆອີກ.

        ແລະກໍ່ໃນວັນທີ 9 ພະຈິກ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຕ້ອນຮັບທ່ານ Peter O’Neill, ນາຍົກລັດຖະມົນຕີ ປາປົວນີວກີເນ ເນື່ອງໃນໂອກາດເຂົ້າຮ່ວມ ສັບປະດາຂັ້ນສູງ APEC ຢູ່ດ່ານັ້ງ. ນະທີ່ນີ້, 2 ຝ່າຍໄດ້ເຫັນດີເປັນເອກະສັນຊຸກຍູ້ການຮ່ວມມື 2 ຝ່າຍ ໃນບັນດາຂົງເຂດເຊິ່ງທັງ 2 ຝ່າຍມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ.

        ກໍ່ໃນວັນດຽວກັນ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ມີການພົບປະ 2 ຝ່າຍກັບທ່ານປະທານາທິບໍດີ ສ. ເປຣູ Pedro Pablo Kuczynski, ທ່ານປະທານາທິບໍດີ ຟີລິບປິນ Rodrigo Roa Duterte, ທ່ານນາຍົກລັດຖະມົນຕີ ມາເລເຊຍ Najib Tun Razak, ຜູ້ປຶກສາແຫ່ງລັດ ມຽນມາ Aung San Suu Kyi, ປະທານທະນາຄານລົງທຶນພື້ນຖານໂຄງລ່າງ ອາຊີ (AIIB) ຈີນລີຈວຽນ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ