ປະທານປະເທດ ຈີນ ຢ້ຽມຢາມ ຫວຽດນາມ

(VOVWORLD) - ວັນທີ 10 ພະຈິກ, ທ່ານປະທານປະເທດ ຈີນ ສີຈິນຜິງ ຈະເຂົ້າຮ່ວມສັບປະດາຂັ້ນສູງ APEC ຢູ່ ດ່າໜັງ ກ່ອນທີ່ຈະມີການຢ້ຽມຢາມ ຫວຽດນາມ ທາງລັດຖະກິດ. 
ປະທານປະເທດ ຈີນ ຢ້ຽມຢາມ ຫວຽດນາມ - ảnh 1 ທ່ານ ຮ໋າງກົວຈຽງ 

ຢູ່ນອກກອງປະຊຸມສຸດຍອດວິສາຫະກິດ APEC ນັກຂ່າວ VOV ໄດ້ສຳພາດທ່ານ  ຮ໋າງກົວຈຽງ ປະທານສະພາຮ່ວມມືເສດຖະກິດ ປາຊີຟິກ ກ່ຽວກັບຄວາມໝາຍການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານປະເທດ ຈີນ ສີຈິນຜິງ ກໍ່ຄືຕີລາຄາກ່ຽວກັບວຽກງານຈັດຕັ້ງ APEC ຂອງປະເທດເຈົ້າພາບ ຫວຽດນາມ. ທ່ານ ຮ໋າງກົວຈຽງ ໃຫ້ຮູ້ວ່າ: ການເຄື່ອນໄຫວຂອງທ່ານປະທານປະເທດ ສີຈິນຜິງ ຢູ່ ຫວຽດນາມ ມີຄວາມໝາຍສຳຄັນຍິ່ງ. ໃນຊຸມປີຜ່ານມາ, ການພົວພັນ 2 ປະເທດ, ການພົວພັນ 2 ພັກພັດທະນາ ດີງາມທີ່ສຸດ; ບົນພື້ນຖານສັນຕິພາບ, ເຄົາລົບບັນດາຫຼັກການລວມ, ທັງ 2 ຝ່າຍພ້ອມກັນມານະພະຍາຍາມ ນັ້ນ ຂ້າພະເຈົ້າເຊື່ອໝັ້ນວ່າ ການພົວພັນນັ້ນ ຈະນັບມື້ນັບຈົບງາມ.

ຕອບກັບ

ຂ່າວ/ບົດ​ອື່ນ