ປະກາດຄຳສັ່ງຂອງປະທານປະເທດກ່ຽວກັບກົດໝາຍ 7 ສະບັບເຊິ່ງສະພາແຫ່ງຊາດຫາກໍ່ໄດ້ຮັບຮອງເອົາ

(VOVWORLD) - ຕອນເຊົ້າວັນທີ 04 ກໍລະກົດ, ທີ່ສຳນັກງານປະທານປະເທດ, ຫ້ອງວ່າການປະທານປະເທດໄດ້ຈັດກອງປະຊຸມຖະແຫຼງຂ່າວປະກາດຄຳສັ່ງຂອງປະທານປະເທດກ່ຽວກັບກົດໝາຍ 7 ສະບັບ ເຊິ່ງສະພາແຫ່ງຊາດຊຸດທີ XIV ຮັບຮອງເອົາທີ່ກອງປະຊຸມສະໄໝສາມັນເທື່ອທີ 7. 
ປະກາດຄຳສັ່ງຂອງປະທານປະເທດກ່ຽວກັບກົດໝາຍ 7 ສະບັບເຊິ່ງສະພາແຫ່ງຊາດຫາກໍ່ໄດ້ຮັບຮອງເອົາ - ảnh 1 ທີ່ກອງປະຊຸມຖະແຫຼງຂ່າວ

  ໃນນັ້ນ, ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການດຳເນີນທຸລະກິດປະກັນໄພ, ກົດໝາຍວ່າດ້ວຍຊັບສິນທາງປັນຍາຈະມີຜົນສັກສິດນັບແຕ່ວັນທີ 01 ພະຈິກ 2019 ເປັນຕົ້ນໄປ.

        ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນປັບປຸງຂອບເຂດການດັດປັບ, ຮັບປະກັນກວມລວມການຄຸ້ມຄອງບັນດາປະເພດພາສີອາກອນ ແລະ ບັນດາບ້ວງລາຍຮັບອື່ນທີ່ຂຶ້ນກັບງົບປະມານແຫ່ງລັດ ຈະມີຜົນສັກສິດໃນການປະຕິບັດນັບແຕ່ວັນທີ 01 ກໍລະກົດ 2020 ເປັນຕົ້ນໄປ.

        ກົດໝາຍວ່າດ້ວຍການລົງທຶນພາກລັດປີ 2019 ໄດ້ແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງຕິດຂັດ, ສິ່ງຄົງຄ້າງທີ່ກ່ຽວຂ້ອງເຖິງບັນດາຂໍ້ກຳນົດຂອງກົດໝາຍວ່າດ້ວຍການລົງທຶນພາກລັດ, ປະກອບສ່ວນຍູ້ໄວລະດັບການປ່ອຍເງິນລົງທຶນພາກລັດ ຕິດພັນກັບການຍູ້ແຮງການແບ່ງຂັ້ນຄຸ້ມຄອງ, ເພີ່ມທະວີຄວາມຮັບຜິດຊອບຂອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນທີ່ກ່ຽວຂ້ອງໃນການຄຸ້ມຄອງການເຄື່ອນໄຫວລົງທຶນ.

        ກົດໝາຍວ່າດ້ວຍສະຖາປັດຕະຍະກຳລວມມີ 2 ເນື້ອໃນນະໂຍບາຍພື້ນຖານ ແມ່ນການຄຸ້ມຄອງສະຖາປັດຕະຍະກຳ ແລະ ດຳເນີນອາຊີບສະຖາປັດ ກົດໝາຍຈະມີຜົນສັກສິດປະຕິບັດນັບແຕ່ວັນທີ 01 ກໍລະກົດ 2020 ເປັນຕົ້ນໄປ.

        ກົດໝາຍວ່າດ້ວຍການສຶກສາ 2019 ໄດ້ເຮັດແຈ້ງລັກສະນະເຊື່ອມຕໍ່, ແບ່ງແລວ, ແນະນຳການປະກອບອາຊີບໃນການສຶກສາ.

        ນອກນັ້ນ, ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຜົນຮ້າຍຈາກການດຶ່ມເຫຼົ້າ, ເບຍ, ກົດໝາຍວ່າດ້ວຍການດຳເນີນຄະດີອາຍາປີ 2019 ກໍ່ຈະມີຜົນສັກສິດນັບແຕ່ວັນທີ 01 ມັງກອນ 2020.

ຕອບກັບ

ຂ່າວ/ບົດ​ອື່ນ